ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຢ່າງໜ້ອຍ 1 ຄົນເສຍຊີວິດ ແລະຄອບຄົວນຶ່ງ ເປັນພະຍາດໂຄວິດ-19 ໃນລັດແມຣີແລນ


ສ່ວນນຶ່ງຂອງໂຮງໝໍ Johns Hopkins Hospital ທີ່ມີສູນຂໍ້ມູນ ແລະ ສູນຄົ້ນຄວ້າກ່ຽວກັບໄວຣັສໂຄໂຣນາລະດັບໂລກ ຕັ້ງຢູ່ເມືອງ Baltimore, ລັດແມຣີແລນທີ່ມີຄົນລາວເສຍຊີວິດຢ່າງໜ້ອຍຄົນນຶ່ງນັ້ນ.
ສ່ວນນຶ່ງຂອງໂຮງໝໍ Johns Hopkins Hospital ທີ່ມີສູນຂໍ້ມູນ ແລະ ສູນຄົ້ນຄວ້າກ່ຽວກັບໄວຣັສໂຄໂຣນາລະດັບໂລກ ຕັ້ງຢູ່ເມືອງ Baltimore, ລັດແມຣີແລນທີ່ມີຄົນລາວເສຍຊີວິດຢ່າງໜ້ອຍຄົນນຶ່ງນັ້ນ.

ລັດແມຣີແລນທີ່ຕັ້ງຢູ່ທາງທິດເໜືອຂອງນະຄອນຫລວງວໍຊິງຕັນນັ້ນ ມີຄົນເຊື້ອສາຍລາວອາໄສຢູ່ປະມານ 900 ປາຍຄົນ. ລັດດັ່ງກ່າວມາຮອດວັນຈັນວານນີ້ມີ ກໍລະນີຄົນຕິດພະຍາດໂຄວິດ-19 ຢູ່ 120 ພັນກວ່າຄົນ ແລະເສຍຊີວິດໄປເກືອບ ຮອດ 3,900 ຄົນແລ້ວ. ໃນນັ້ນກໍມີຄົນລາວຄອບຄົວນຶ່ງກໍາລັງເປັນພະຍາດນີ້ ຢູ່ໃນປັດຈຸບັນນີ້ ແລະມີແມ່ຍິງຜູ້ນຶ່ງເສຍຊີວິດໄປຍ້ອນພະຍາດທີ່ອັນຕະລາຍ ຮ້າຍແຮງນີ້ ຢູ່ໃນໂຮງໝໍ ຫລັງຈາກໄດ້ເຂົ້າໄປປິ່ນປົວ ເປັນເວລາປະມານ ອາທິດນຶ່ງ ໃນຊຸມເດືອນມໍ່ໆມານີ້, ອີງຕາມການບອກເລົ່າຂອງແມ່ຍິງຄົນນຶ່ງ ຢູ່ເມືອງອານາໂພລິສ, ເມືອງເອກຂອງລັດດັ່ງກ່າວ ທີ່ເປັນເພື່ອນໃກ້ຊິດກັບ ແມ່ຍິງສູງອາຍຸທີ່ເສຍຊີວິດໄປນັ້ນ.

ແມ່ຍິງໄວກາງຄົນທີ່ບໍ່ປະສົງອອກນາມ ທີ່ເປັນພະຍາດນີ້ມາໄດ້ສອງອາທິດກວ່າ ແລ້ວນັ້ນ ບອກວ່າຕົນເອງພ້ອມດ້ວຍທຸກຄົນໃນຄອບຄົວ ເລີ້ມມີອາການເປັນພະ ຍາດນີ້ໃນປະມານ 4 ວັນ ຫລັງຈາກເດີນທາງກັບມາຈາກການໄປຈັດງານແຕ່ງ ງານ ໃຫ້ລູກຊາຍຢູ່ເມືອງຊອລທ໌ເລັກ, ລັດຢູທາ ໃນທ້າຍເດືອນແລ້ວນີ້ ຈົນເຖິງ ຂັ້ນວ່າທ່ານນາງຕ້ອງໄດ້ນອນໂຮງໝໍ. ກ່ອນໄປເຂົ້າໂຮງໝໍນັ້ນ ທ່ານນາງນອກ ຈາກເປັນໄຂ້ ແລະໜາວຫລາຍແລ້ວ ຍັງມີລະດັບອອກຊີເຈນຕົກລົງຮອດ ປະ ມານ 88 ເປີເຊັນ ຊຶ່ງຕໍ່າກວ່າປົກກະຕິ. ທ່ານນາງເລົ່າເຖິງລາຍລະອຽດ ກ່ຽວ ກັບອາການ ແລະຂັ້ນຕອນການປິ່ນປົວ ຢູ່ໃນໂຮງໝໍເປັນໄລຍະ 8 ມື້ນັ້ນສູ່ຟັງວ່າ:


ເນື່ອງຈາກພະຍາດປອດບວມ ພາໃຫ້ໄອຫລາຍ ສະນັ້ນທ່ານນາງພະຍາຍາມ ຍ່າງຊ້າໆເພື່ອບໍ່ຢາກໃຫ້ໄອຫລາຍ ຊຶ່ງທ່ານນາງເວົ້າເຖິງຄວາມລໍາບາກຕອນ ຍັງປິ່ນປົວໃໝ່ໆຢູ່ໂຮງໝໍນັ້ນສູ່ຟັງວ່າ:


ປັດຈຸບັນທ່ານນາງອອກໂຮງໝໍມາໄດ້ສາມມື້ແລ້ວ ແຕ່ກໍຍັງຢູ່ໃນຂັ້ນຕິດຕາມ ຂອງພະນັກງານແພດຢູ່. ແຕ່ລະມື້ພະນັກງານແພດຈະໂທ ລະສັບມາຖາມອາ ການຢູ່ເພາະວ່າອອກຊີເຈນຂອງທ່ານນາງຍັງ ບໍ່ທັນຢູ່ໃນລະດັບປົກກະຕິ ເທື່ອ. ເມື່ອໃດຫາກລະດັບອອກຊີເຈັນຫລຸດລົງຕໍ່າກວ່າ 93 ເປີເຊັນ ທ່ານນາງ ອາດ ຈະຕ້ອງໄດ້ກັບເຂົ້າໄປໂຮງໝໍຄືນອີກ.

ທ່ານ ນາງເລົ່າສູ່ຟັງອີກວ່າສາມີ ແລະລູກສາວທີ່ອາໄສຢູ່ເຮືອນນໍາກັນນັ້ນຕ່າງກໍ ເປັນພະຍາດນີ້ຄືກັນ. ນອກຈາກນັ້ນແລ້ວ ກໍຍັງມີລູກຊາຍ ແລະລູກໄພ້ທີ່ຫາ ກໍ່ແຕ່ງງານກັນໃໝ່, ພ້ອມດ້ວຍພໍ່ດອງ ແມ່ດອງ ຫລືພໍ່ແມ່ຂອງລູກໄພ້ ທີ່ເປັນ ຄົນອາເມຣິກັນຜິວຂາວ, ນ້ອງຊາຍ, ນ້ອງໄພ້ ແລະລູກຊາຍຂອງເຂົາເຈົ້າ ທີ່ໄດ້ໄປ ຮ່ວມທ່ຽວຫລິ້ນ ໃນສວນສາທາລະນະ ຢູ່ນະຄອນຊອລທ໌ເລັກ ນໍາກັນກ່ອນ ທ່ານ ນາງ ກັບສາມີແລະລູກສາວ ຈະເດີນທາງກັບບ້ານນັ້ນ ຕ່າງກໍເປັນ ພະຍາດນີ້ ພ້ອມໆກັນໝົດ ແຕ່ວ່າ ພວກເຂົາເຈົ້າທຸກຄົນກໍຫາຍດີ ແລະເລີ້ມໄປ ເຮັດວຽກ ເຮັດການຕາມປົກກະຕິແລ້ວໃນອາທິດຜ່ານມານີ້, ມີແຕ່ທ່ານນາງ ເທົ່ານັ້ນ ທີ່ຍັງເມື່ອຍແລະຕ້ອງການພັກຜ່ອນຢູ່.

ສ່ວນສາເຫດທີ່ພາໃຫ້ຕິດພະຍາດນີ້ ທ່ານນາງບອກວ່າບໍ່ຮູ້ ແຕ່ສົງໄສວ່າ ທຸກຄົນໃນຄອບຄົວຂອງທ່ານນາງອາດຕິດພະຍາດນີ້ຕອນໄປທ່ຽວ ໃນສວນສາທາລະນະຕ່າງໆ ຫລັງຈາກເລີກງານດອງນັ້ນແລ້ວ. ທັງນີ້ ກໍເພາະວ່າ ຜູ້ຄົນຢູ່ໃນເມືອງທີ່ຈັດຢູ່ໃນນະຄອນຊອລທ໌ເລັກ ບໍ່ໄດ້ພາກັນໃສ່ໜ້າກາກ ປິດປາກ ເວລາອອກໄປຫລິ້ນໄປທ່ຽວຕາມສະຖານທີ່ສາທາລະນະຊົນຕ່າງໆ, ອີງຕາມ ທ່ານນາງ ທີ່ບໍ່ປະສົງບອກນາມຄົນນີ້.

XS
SM
MD
LG