ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ຢ່າງໜ້ອຍ 22 ຄົນ ເສຍຊີວິດ ໃນເຫດວາງລະເບີດ ສະລະຊີບ ໃນອີຣັກ (ສະໄລດ໌)


ເຈົ້າ​ໜ້າ​ທີ່​ຕໍາຫລວດ ​ໃນ​ເມືອງ​ຫລວງ​ຂອງອີຣັກ ກ່າວ​ວ່າ ຢ່າງ
​ໜ້ອຍ 22 ຄົນ​ໄດ້ເສຍ​ຊິວິດ ​ໃນ​ຕອນ​ແລງ​ຂອງ​ວັນ​ພະຫັດ ​ແລະ
​ຫລາ​ຍສິບ​ຄົນ​ໄດ້​ຮັບ​ບາດ​ເຈັບ ​ເວລາ​ຜູ້​ສະລະ​ຊີບ​ຄົນ​ນຶ່ງ ​ໄດ້
​ດຶງສາຍ​ຂະ​ນວນລະ​ເບີດ ຢູ່​ໃນ​ຮ້ານ​ອາຫານ​ແຫ່ງ​ນຶ່ງ​ໃນ​ກຸງ
​ແບກ​ແດດ.

ບໍ່​ມີ​ຜູ້​ໃດອ້າງ​ເອົາ​ຄວາມ​ຮັບຜິດຊອບ ​ໃນການ​ໂຈມ​ຕີຄັ້ງ​ນີ້ ຊຶ່ງ​
ເກີດ​ຂື້ນ​ໃນ​ຄຸ້ມ​ຂອງ​ຊາວ Sunni ສອງ​ມື້ ກ່ອນ​ການ​ເລືອກ​ຕັ້ງ​
ປະຈຳແຂວງ. ການ​ປ່ອນ​ບັດ​ໃນ​ວັນ​ເສົາ ຈະ​ເປັນ​ຄັ້​ງທໍາ​ອິດ​ໃນ​
ປະ​ເທດ ນັບ​ຕັ້ງ​ແຕ່ ທະ​ຫານ​ສະຫະລັດ ​ໄດ້​ຖອນ​ອອກ​ໃນ​
ທ້າຍ​ປີ 2011.

ຄື້ນຟອງ​ການ​ວາງ​ລະ​ເບີ​ດອາທິດ​ນີ້ ​ໄດ້​ເຮັດໃຫ້​ຢ່າງ​ໜ້ອຍ 70 ຄົນເສຍ​ຊີວິດ ຮ່ວມ​ທັງ​
ການລະ​ເບີດ ​ໃນ​ວັນ​ອັງ​ຄານ​ ​ໃນ​ເມືອງ Azizyah ປະມານ 75 ກິ​ໂລ​ແມດ ລົງ​ໄປທາງ
ພາກ​ໃຕ້​ ຈາກນະຄອນຫລວງ ທີ່ໄດ້ສັງຫານ​ຢ່າງ​ໜ້ອຍ 4 ຄົນ ​ແລະບາດ​ເຈັບ 15 ຄົນ.

ຍັງ​ບໍ່​ມີ​ໃຜ​ອ້າງ​ເອົາ​ຄວາມ​ຮັບຜິດຊອບ ​ໃນ​ການໂຈມ​ຕີ​ນີ້ເຊັ່​ນດຽວກັນ. ​ແຕ່​ວ່າ ສາຂາ​ກໍ່​
ການ​ຮ້າຍ al-Qaida ​ໄດ້​ເພີ້​ມທະວີ​ ການວາງ​ລະ​ເບີດ​ສະລະ​ຊີບຂຶ້ນ ​ໃນເດືອນ​ຜ່ານ​ມາ
ມໍ່ໆ​ນີ້​ ອັນ​ທີ່ນັກວິ​ເຄາະ ກ່າວວ່າ ​ເປັນ​ການ​ຮື້​ຟື້ນ​ການ​ເກາະ​ຜິດ​ກັນ​ລະຫວ່າງ​ ຊາວອີຣັກ Sunni ​ແລະ ຊາວ Shi’ite ມຸສລິ​ມ.

ພາບຈາກການວາງລະເບີດ ເມື່ອຕົ້ນອາທິດນີ້:
XS
SM
MD
LG