ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກຸ່ມຕາລີບານ ບໍ່ໃຫ້ເຮືອບິນໂດຍສານ ຢ່າງໜ້ອຍສີ່ລໍາ ທີ່ເຕັມໄປດ້ວຍຜູ້ລີ້ໄພ ບິນຂຶ້ນຈາກສະໜາມບິນ


ນັກບິນສາຍການບິນ Ariana Afghan Airlines ຍ່າງຢູ່ສະໜາມບິນ ສາກົນ ຮາມິດ ຄາຊາຍ (Hamid Karzai) ວັນທີ 5, ກັນຍາ 2021.
ນັກບິນສາຍການບິນ Ariana Afghan Airlines ຍ່າງຢູ່ສະໜາມບິນ ສາກົນ ຮາມິດ ຄາຊາຍ (Hamid Karzai) ວັນທີ 5, ກັນຍາ 2021.

ເຮືອບິນຮັບເໝົາຢ່າງໝ້ອຍສີ່ລໍາ ເພື່ອຍົກຍ້າຍຫຼາຍຮ້ອຍຄົນ ທີ່ຕ້ອງການຢາກ ໄປລີ້ໄພ
ຍ້ອນການຍຶດອຳນາດຂອງກຸ່ມຕາລິບານໃນອັຟການິສຖານ ທີ່ບໍ່ສາມາດ ໜີອອກຈາກ
ປະເທດເປັນເວລາຫຼາຍມື້ ທີ່ພວກເຈົ້າໜ້າທີ່ໄດ້ກ່າວ ໃນວັນອາທີິດ ວານນີ້ ໂດຍມີລາຍ
ງານ ທີ່ມີການຂັດແຍ້ງກັນວ່າ ເປັນຫຍັງສາຍການບິນ ຈຶ່ງບໍ່ ສາມາດບິນຂຶ້ນໄດ້ ໃນຂະນະ
ທີ່ມີຄວາມກົດດັນເພີ້ມຂຶ້ນຕໍ່ສະຫະລັດໃຫ້ຊ່ວຍເຫຼືອ ພວກທີ່ປ່ອຍໄວ້ຢູ່ເບຶ້ອງຫຼັງທີ່ຈະຫລົບ
ໜີ ອີງຕາມລາຍງານຂອງອົງການຂ່າວເອ ພີ (AP.)

ເຈົ້າໜ້າທີ່ອັຟການິສຖານຄົນນຶ່ງ ຢູ່ທີ່ສະໜາມບິນ ໃນເມືອງ ມາຊາຣ-ອີ-ຊາຣິຟ (Mazar-
e-Sharif) ທາງພາກເໜືອຂອງປະເທດ ກ່າວວ່າ ເປັນບັນດາຜູ້ໂດຍ ສານເປັນຊາວອັຟກາ
ນິສຖານ ຫຼາຍຄົນບໍ່ທີ່ມີໜັງສືເດີນທາງຫຼືວີຊາ ແລະບໍ່ເທົ່າ ນັ້ນ ບໍ່ສາມາດໜີອອກຈາກປະ
ເທດ. ທ່ານກ່າວວ່າ ເຂົາເຈົ້າໄດ້ອອກຈາກສະ ໜາມບິນ ໃນຂະນະທີ່ພວມຫາທາງແກ້ໄຂ
ສະຖານະການກັນຢູ່.

ຜູ້ນຳສູງສຸດຂອງພັກຣີພັບບລິກັນ ໃນຄະນະກຳມະການຄວາມສຳພັນກັບຕ່າງປະເທດ
ຂອງສະພາຕໍ່າ ເຖິງຢ່າງໃດກໍດີ ໄດ້ກ່າວວ່າ ກຸ່ມດັ່ງກ່າວຮວມທັງຊາວອາ ເມຣິກັນ ແລະ
ເຂົາເຈົ້າໄດ້ນັ່ງຢູ່ໃນເຮືອບິນ ແຕ່ວ່າກຸ່ມຕາລິບານ ບໍ່ປ່ອຍໃຫ້ເຂົາ ເຈົ້າບິນຂຶ້ນໄດ້ ຊຶ່ງໝາຍ
ຄວາມວ່າ “ກັກເຂົາເຈົ້າໄວ້ເປັນໂຕປະກັນ.” ທ່ານບໍ່ໄດ້ ເວົ້າວ່າ ລາຍລະອຽດນັ້ນມາຈາກ
ໃສ. ແຕ່ຍັງບໍ່ທັນເປັນທີ່ຈະແຈ້ງເທື່ອວ່າ ຂ່າວ ທີ່ຂັດແຍ້ງກັນຈະລົງລອຍແບບໃດ.

ຊຸມວັນສຸດທ້າຍ ຂອງສົງຄາມ 20 ປີ ຂອງສະຫະລັດໃນອັຟການິສຖານ ໄດ້ ເປັນຂີດໝາຍ
ໂດຍການຍົກຍ້າຍຫຼາຍສິບພັນຄົນ ທາງເຮືອບິນທີ່ໜ້າຢ້ານກົວຢູ່ ສະໜາມບິນກາບູລ
ທັງຊາວອາເມຣິກັນ ແລະພັນທະມິດ ຜູ້ຢ້ານກົວວ່າອະນາ ຄົດຈະເປັນຢ່າງໃດ ທີ່ີກຸ່ມຕາ
ລິບານມີປະຫວັດໃນການກົດຂີ່ຂົ່ມເຫງ ໂດຍສະ ເພາະຕໍ່ພວກແມ່ຍິງ. ເວລາທະຫານຄົນ
ສຸດທ້າຍ ໄດ້ຖອນອອກ ໃນວັນທີ 30 ສິງຫາ ທັງໆທີ່ມີຫຼາຍໆຄົນ ໄດ້ປ່ອຍໄວ້ຢູ່ເບື້ອງຫຼັງ.

ສະຫະລັດໄດ້ໃຫ້ຄຳໝັ້ນສັນຍາ ທີ່ຈະດຳເນີນເຮັດວຽກກັບບັນດາຜູ້ປົກຄອງໃໝ່ຕາລິບານ
ເພື່ອເອົາບັນດາຜູ້ທີ່ຕ້ອງການຢາກອອກໜີແລະພວກຫົວຮຸນແຮງໄດ້ ໃຫ້ຄຳໝັ້ນສັນຍາ
ທີ່ຈະອະນຸຍາດໃຫ້ທຸກຄົນທີີມີເອກກະສານຖືກຕ້ອງເໝາະສົມ ໃຫ້ອອກໄປໄດ້. ແຕ່ສະມາ
ຊິກສະພາຕໍ່າ ໄມເກີລ ແມກໂຄລ (Michael McCaul) ຈາກລັດເທັກຊັສ ກ່າວຕໍ່ໂທລະ
ພາບ “Fox News Sunday” ວ່າ ພົນລະເມືອງອາເມຣິກັນ ແລະບັນດານາຍພາສາອັຟ
ການິສຖານ ໄດ້ຖືກໂຕໄວ້ຢູ່ ໃນເຮືອບິນຫົກລໍາ.

“ກຸ່ມຕາລິບານຈະບໍ່ໃຫ້ເຂົາເຈົ້າອອກຈາກສະໜາມບິນ” ທ່ານກ່າວເພີ້ມອີກວ່າ ທ່ານມີ
ຄວາມເປັນຫ່ວງ “ເຂົາເຈົ້າຈະຮຽກຮ້ອງຫຼາຍຂຶ້ນ ບໍ່ວ່າຈະເປັນເງິນສົດ ຫຼືໃຫ້ຮັບຮູ້ວ່າເປັນ
ລັດຖະບານທີ່ຖືກຕ້ອງຂອງອັຟການິສຖານ” ທ່ານບໍ່ໄດ້ໃຫ້ລາຍ ລະອຽດຫຍັງເພີ້ມເຕີມ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG