ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ບັນດາຜູ້ຈ້າງງານມີ​ຄວາມປະຢັດ ແລະບັນດາຜູ້ຊອກງານຍັງບໍ່ໝັ້ນໃຈ, ຢູ່ທີ່ງານມະຫະກໍາວຽກງານຂອງ ຈີນ


ບັນດາຜູ້ຊອກຫາວຽກງງານ ໄປຢ້ຽມຢາມຢູ່ແຕ່ລະໂຕະ ໃນງານມະຫະກໍາວຽກງານໃນນະຄອນຫຼວງປັກກິ່ງ, ຈີນ, ວັນທີ 16 ກຸມພາ 2023.
ບັນດາຜູ້ຊອກຫາວຽກງງານ ໄປຢ້ຽມຢາມຢູ່ແຕ່ລະໂຕະ ໃນງານມະຫະກໍາວຽກງານໃນນະຄອນຫຼວງປັກກິ່ງ, ຈີນ, ວັນທີ 16 ກຸມພາ 2023.

ງານມະຫະກໍາວຽກງານຂອງຈີນ ໄດ້ເປີດຂຶ້ນອີກຄັ້ງລຸນຫຼັງຖືກບັງ​ຄັບໃຫ້ດໍາ ເນີນການທາງອອນລາຍ ຍ້ອນ​ໂຣກ​ລະ​ບາດໂຄວິດ-19 ເປັນເວລາ 3 ປີ, ແຕ່ສະພາບການຂອງເງິນເດືອນທີ່ຫລຸດລົງ ແລະ ຂໍ້ສະເໜີທີ່ຫຼຸດໜ້ອຍລົງໃນ ພາກສ່ວນຕ່າງໆທີ່ປະເຊີນກັບອຸປະສັກ ຈາກຄວາມຕ້ອງການພາຍນອກທີ່ອ່ອນ ແອໄດ້​ບົ່ງ​ເຖິງ​ການຟື້ນຟູທາງເສດຖະກິດທີ່ບໍ່ສະໝໍ່າສະເໝີ ແລະ ຖືກ​ສະ​ຫງວນ, ອີງຕາມລາຍງານຂອງອົງການຂ່າວ Reuters.

ເຈົ້າໜ້າທີ່ໄດ້ປະກາດວ່າ ງານສະແດງວຽກງານຫຼາຍຮ້ອຍແຫ່ງທີ່ເປີດຂຶ້ນຢູ່ທົ່ວ ປະເທດໃນເດືອນນີ້ ແມ່ນການສະແດງສັນຍານຫຼ້າສຸດທີ່ ຈີນ ກໍາລັງກັບຄືນມາ ສູ່ຊີວິດກ່ອນການລະບາດຂອງພະຍາດໂຄວິດ ແລະການຫວ່າງງານຂອງຊາວ ໜຸ່ມ, ເຊິ່ງເປັນບັນຫາສໍາຄັນທີ່ສຸດຂອງລັດຖະບານປັກກິ່ງນັ້ນ ອາດຈະຫລຸດລົງ ຈາກຈຸດດັ່ງກ່າວເກືອບ 20 ເປີເຊັນ.

ໃນປະເທດທີ່ມີປະຊາກອນ 1.4 ຕື້ຄົນນັ້ນ, ງານສະແດງວຽກງານ ແມ່ນນຶ່ງຫົນ ທາງທີ່ມີປະສິດທິພາບທີ່ສຸດ ສໍາລັບການເຊື່ອມຕໍ່ກັນລະຫວ່າງນາຍຈ້າງ ແລະ ພະນັກງານ. ເຖິງແມ່ນຜູ້ເຂົ້າຮ່ວມງານຫຼາຍໆຄົນຈະກ່າວວ່າ ການລໍຖ້າທີ່ຍາວ ນານໄດ້ກັບມາເປັນແຮງຜັກດັນເຮັດໃຫ້ມີກໍາລັງໃຈອີກຄັ້ງ​ກໍ່​ຕາມ, ແຕ່ບາງຄົນກໍ ມີຄວາມຮູ້ສຶກບໍ່ໝັ້ນໃຈເຕັມທີ່.

“ຂ້ອຍມີແຕ່ພາວະນາຂໍໃຫ້ມີວຽກຖາວອນເທົ່ານັ້ນ, ແລະກໍບໍ່ໄດ້ຄາດຫວັງຊິເອົາ ເງິນເດືອນສູງ,” ອີງຕາມການກ່າວຂອງທ້າ​ວ ຫລິວ ລຽງລຽງ ອາຍຸ 24 ປີ, ຜູ້ທີ່ ຊອກຫາວຽກບໍລິຫານສໍາລັບໂຮງແຮມ ຫຼື ບໍລິສັດຕ່າງໆ ຢູ່ທີ່ງານວາງສະແດງວຽກງານ ໃນນະຄອນຫຼວງປັກກິ່ງ ໃນວັນພະຫັດທີ່ຜ່ານ ມາ, ເຊິ່ງເປັນນຶ່ງໃນຈໍານວນຫຼາຍກວ່າ 40 ງານທີ່ໄດ້ຈັດຂຶ້ນໃນນະຄອນຫຼວງ ສໍາລັບເດືອນກຸມພານີ້. ລາວ​ໄດ້ກ່າວຕື່ມວ່າ “ການລະບາດຂອງພະຍາດໂຄວິດ-19 ໄດ້ເຮັດໃຫ້ປະຊາຊົນຫຼາຍຄົນມີຄວາມເຈັບປວດ, ເຊິ່ງຈະມີຜູ້ຊອກຫາວຽກ ຫຼາຍໆຄົນແຂ່ງຂັນກັນ ເພື່ອຍາດແຍ່ງເອົາຂໍ້ສະເໜີຕ່າງໆໃນປີນີ້.”

ບັນດາຜູ້ຊອກຫາງານ ເຂົ້າໄປຫາວຽກຕາມໂຕະຜູ້ຈ້າງງານຕ່າງໆ ຢູ່ທີ່ງານມະຫະກໍາວຽກງານ ໃນເມືອງວູຮານ, ແຂວງເຫີເປີຍ, ຈີນ, ວັນທີ 9 ກຸມພາ 2023.
ບັນດາຜູ້ຊອກຫາງານ ເຂົ້າໄປຫາວຽກຕາມໂຕະຜູ້ຈ້າງງານຕ່າງໆ ຢູ່ທີ່ງານມະຫະກໍາວຽກງານ ໃນເມືອງວູຮານ, ແຂວງເຫີເປີຍ, ຈີນ, ວັນທີ 9 ກຸມພາ 2023.

ຄວາມກັງວົນສໍາລັບການຈ້າງງານແມ່ນກວ້າງ​ຂວາງ.

ຜົນ​ການສໍາຫຼວດພະນັກງານຫ້ອງການປະມານ 50,000 ທີ່​ຖືກ​ເປີດ​ເຜີຍໂດຍ ບໍ​ລິ​ສັດ Zhaopin, ເຊິ່ງເປັນນຶ່ງໃນບໍລິສັດຫາງານທີ່ໃຫຍ່ທີ່ສຸດຂອງ ຈີນ ໄດ້ສະແດງໃຫ້ເຫັນວ່າ 47.3 ເປີເຊັນຂອງຜູ້ຕອບຄໍາຖາມນັ້ນ ມີຄວາມກັງ ວົນວ່າພວກເຂົາອາດຈະສູນເສຍວຽກຂອງພວກເຂົາເຈົ້າໄປໃນປີນີ້, ໂດຍມີຈໍາ ນວນເພີ້ມຂຶ້ນຈາກ 39.8 ເປີເຊັນຂອງປີທີ່ຜ່ານມາ.

ປະມານ 60 ເປີເຊັນໄດ້ອ້າງເຖິງ “ສະພາບແວດລ້ອມທາງເສດຖະກິດທີ່ບໍ່ ແນ່ນອນ” ເປັນປັດໃຈຫລັກທີ່ໄດ້ສົ່ງຜົນກະທົບຕໍ່ຄວາມໝັ້ນໃຈຂອງພວກເຂົາ ເຈົ້າ, ເຊິ່ງເພີ້ມຂຶ້ນຈາກ 48.4 ໃນປີ 2022.

ການສໍາຫລວດສະແດງໃຫ້ເຫັນວ່າ ຄວາມໝັ້ນໃຈຂອງຜູ້ທີ່ເຮັດວຽກ ກ່ຽວກັບ ພາກສ່ວນທີ່ຕ້ອງປະເຊີນກັບຜູ້ບໍລິໂພກ ເຊິ່ງໄດ້ຟື້ນຟູໄດ້ໄວກວ່າຈາກພື້ນຖານ ຂັ້ນຕໍ່ານັ້ນ​, ແມ່ນສູງກວ່າຫຼາຍໆພາກສ່ວນເຊັ່ນ ພາກສ່ວນການຜະລິດໃນໂຮງ​ຈັກໂຮງງານ ທີ່ໄດ້ຮັບຜົນກະທົບຈາກຄວາມຕ້ອງການທີ່​ອ່ອນ​ແອ​ຈາກພາຍນອກ ຫຼື ພາກອະສັງຫາລິມະຊັບ ເຊິ່ງຫາກໍສະແດງສັນຍານເລີ້ມຕົ້ນຂອງຄວາມໝັ້ນ ຄົງໃນໜ້າທີ່ວຽກງານ.

ຜູ້ບໍລິຫານຝ່າຍຊັບ​ພະ​ຍາ​ກອນ​ມະ​ນຸດ ຢູ່ທີ່ໂຮງແຮມ ເຊຍຮັງ ເຈຍນຽນຫົວ ປັກກິ່ງ, ຜູ້ທີ່ບອກແຕ່ນາມສະກຸນຂອງລາວວ່າ ຊາງ ກ່າວວ່າ ບໍລິສັດຂອງລາວ ເປີດຮັບສະໝັກວຽກເພີ້ມຂຶ້ນເຖິງສາມເທົ່າ ເມື່ອສົມທຽບກັບປີທີ່ຜ່ານມາ ​ໃນ​ຂະ​ນະ​ທີ່ປະຊາຊົນ ຈີນ ກັບ​ຄືນ​ມາທ່ອງທ່ຽວອີກຄັ້ງ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG