ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ພັກ ເດໂມແຄຣັດ ຍົກຍ້ອງ ຂໍ້ຕົກລົງກັບ ອີຣ່ານ


Democrats React to Iran, Clash over Domestic Issues in Fourth Debate
please wait

No media source currently available

0:00 0:02:44 0:00

ເຊີນຊົມວິດີໂອ ກ່ຽວກັບ ຂ່າວນີ້.

ຜູ້ສະໝັກເລືອກຕັ້ງເອົາຕຳແໜ່ງປະທານາທິບໍດີຂອງປີນີ້ຈາກພັກ ເດໂມແຄຣັດ ໄດ້ຕົກລົງກັນໃນວັນອາທິດວານນີ້ວ່າ ການປະຕິບັດ ການ ຂອງຂໍ້ຕົກລົງນິວເຄລຍກັບ ອີຣ່ານ ແລະ ການປ່ອຍຕົວຄົນ ອາເມຣິກາ

ໝາຍເຖິງບາດກ້າວທີ່ເປັນໃນແງ່ບວກ ສຳລັບສາຍພົວພັນ ຂອງທັງ ສອງປະເທດ, ໃນຂະດຽວກັນກໍຍັງໄດ້ຮຽກຮ້ອງໃຫ້ບັນດາ ປະເທດ ຕາເວັນອອກກາງ ເພີ່ມບົດບາດຂອງຕົນໃນການຕໍ່ສູ້ກັບພວກລັດ ອິສລາມ.

ອະດີດລັດຖະມົນຕີການຕ່າງປະເທດ ທ່ານນາງ ຮິລແລຣີ ຄລິນຕັນ ກ່າວວ່າ ຍັງມີຫຼາຍສິ່ງຫຼາຍຢ່າງທີ່ຕ້ອງໄດ້ເຮັດໃຫ້ເກີດຂຶ້ນ ກ່ອນທີ່ຈະ ເຄື່ອນຍ້າຍຢ່າງວ່ອງໄວ ໃນການເຮັດໃຫ້ສາຍພົວພັນກັບ ອີຣ່ານ ຄືນສູ່ ປົກກະຕິ ແລະ ສະຫະລັດ ຕ້ອງກົດດັນ ອີຣ່ານ ຕໍ່ໄປ ກ່ຽວກັບ “ຄວາມ ປະພຶດທີ່ບໍ່ດີ” ໃນພາກພື້ນ ເຊັ່ນວ່າການກະທຳຂອງພວກ ເຂົາເຈົ້າໃນ ຊີເຣຍນັ້ນ.

ສະມາຊິກສະພາລັດ Vermont ທ່ານ ເບີນີ ແຊນເດີສ໌ ຜູ້ທີ່ຍາດໄດ້ສຽງມາຕື່ມຈາກທ່ານນາງ ຄລິນຕັນ ໃນການຢັ່ງຫາງສຽງໃນເດືອນທີ່ຜ່ານມາ ກ່າວວ່າຂໍ້ຕົກລົງນິວເຄລຍທີ່ມີຢູ່ໂດຍປາສະ ຈາກສົງຄາມ ແລະ ສາຍ ພົວພັນ ລະຫວ່າງ ສະຫະລັດ ແລະ ອີຣ່ານ ທີ່ຫຼຸດຜ່ອນຄວາມເຄັ່ງຕຶງ ລົງ ແມ່ນ “ເລື່ອງທີ່ເປັນແງ່ບວກຫຼາຍ.” ແຕ່ທ່ານໄດ້ກ່າວວ່າ ທ່ານຈະບໍ່ເປີດສະຖານທູດ ໃນ ນະຄອນຫຼວງ ເທເຮຣານ ໃນທັນທີ ທັນໃດ, ແຕ່ແທນທີ່ຈະເຮັດແນວນັ້ນ ທ່ານໄດ້ຍົກໃຫ້ເຫັນ ຕົວຢ່າງສາຍພົວພັນ ລະຫວ່າງ ສະຫະລັດ ແລະ ຄິວບາໃນການກ້າວໄປສູ່ສາຍພົວພັນທີ່ມີ ຄວາມອົບອຸ່ນ ກັບປະເທດທີ່ມີຄວາມສຳຄັນ.

Democratic Presidential Debate: Where Candidates Stand on Iran
please wait

No media source currently available

0:00 0:00:26 0:00

XS
SM
MD
LG