ທ່ານ Tony Abbott ນາຍຍົກລັດຖະມົນຕີໃໝ່ ອອສເຕຣເລຍ
ໄດ້ເດີນທາງໄປຮອດສູ່ອິນໂດເນເຊຍໃນວັນຈັນມື້ນີ້ ເພື່ອທຳ
ການຢ້ຽມຢາມ ທີ່ເບິ່ງຄືວ່າຈະຄອບງຳໂດຍນະໂຍບາຍທີ່ເຂັ້ມ
ງວດວ່າດ້ວຍພວກຫາທາງຂໍລີ້ໄພຂອງທ່ານນັ້ນ.
ທ່ານ Abbot ເລີ້ມການຢ້ຽມຢາມຂອງທ່ານທີ່ກຸງ Jakarta ດ້ວຍ
ການວາງພວງມາລາທີ່ປາຊ້າແຫ່ງຊາດແຫ່ງນຶ່ງເພື່ອໃຫ້ກຽດແກ່ວີ
ລະບຸລຸດສົງຄາມອິນໂດເນເຊຍ ໃນເວລາບໍ່ເທົ່າໃດຊົ່ວໂມງກ່ອນ
ການພົບປະກັບປະທານາທິບໍດີ Susil Bambang Yudhoyono
ທີ່ມີໝາຍກຳນົດໄວ້ກ່ອນໜ້ານັ້ນ.
ການພົບປະລະຫວ່າງຜູ້ນຳທັງສອງ ມີຂຶ້ນໃນເວລາຫລາຍມື້ ຫລັງຈາກພວກຫາທາງຂໍລີ້ໄພຢ່າງໜ້ອຍ 36 ຄົນເສຍຊີວິດ ເວລາເຮືອຂອງພວກເຂົາເຈົ້າຫລົ້ມຢູ່ໃນນ່ານນ້ຳນອກ
ຝັ່ງທະເລເກາະຂອງອິນໂດເນເຊຍນັ້ນ. ຜູ້ນຳໃໝ່ຂອງອອສເຕຣເລຍ ໄດ້ຊະນະການ
ເລືອກຕັ້ງແຫ່ງຊາດໃນຕົ້ນເດືອນນີ້ ທີ່ໄດ້ໃຫ້ຄຳໝັ້ນສັນຍາໄວ້ວ່າຈະຢຸດການລັ່ງໄຫລ
ເຂົ້າມາຢ່າງບໍ່ຢຸດຢ່ອນທາງເຮືອຂອງພວກຊອກຫາທາງຂໍລີ້ໄພຈາກອິນໂດເນເຊຍໄປ
ຫາອອສເຕຣເລຍນັ້ນ.
ພາຍໃຕ້ນະໂຍບາຍໃໝ່ ໄດ້ມີການສັ່ງໃຫ້ພວກກອງທັບເຮືອຂອງອອສເຕຣເລຍ ປ້ອງ
ກັນບໍ່ໃຫ້ເຮືອພວກຫາທາງຂໍລີ້ໄພເຫລົ່ານີ້ເຂົ້າໄປເຖິງຝັ່ງແລະສົ່ງພວກເຂົາເຈົ້າກັບຄືນ
ໄປ ເວລາໃດຫາກເປັນໄປໄດ້. ນະໂຍບາຍດັ່ງກ່າວໄດ້ສ້າງຄວາມໂມໂຫໂທໂສໃຫ້ແກ່
ລັດຖະບານກຸງຢາກາກຕ້າ ໂດຍເຕືອນວ່າ ການກະທຳຂອງອອສເຕຣເລຍນີ້ ລະເມີດ
ອະທິປະໄຕຂອງອິນໂດເນເຊຍ.