ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ເອເຊຍກຽມຮັບມືກັບຜົນກະທົບ ຈາກການເຄື່ອນໄຫວຂອງ ທະນາຄານກາງສະຫະລັດ


ທ່ານ Ben Bernanke ປະທານທະນາຄານກາງສະຫະລັດ
ທ່ານ Ben Bernanke ປະທານທະນາຄານກາງສະຫະລັດ

ໃນ​ຂະນະ​ທີ່​ທະນາຄານ​ກາງຂອງ​ສະຫະລັດ​ ກຽມ​ຈະ​ປ່ອຍ​ເງິນ ຈໍານວນ 600 ຕື້ໂດ​ລາ ​ໃນໂຄງການຊຸກຍູ້​ເສດຖະກິດ​ຂອງ​ສະຫະລັດ​ທີ່​ກໍາລັງ​ເຕີບ​ໂຕ​ຊ້າ​​ລົງ​ນັ້ນ ພວກ​ປະ​ເທດ​ໃນ​ຂົງ​ເຂດເອ​ເຊຍກໍ​ພາກັນ​ ກຽ​ມຮັບ​ມື​ກັບຜົນ​ກະທົບ​ຈາກ​ໂຄງການ​ດັ່ງກ່າວ. ຜູ້​ສື່​ຂ່າວ​ວີ​ໂອ​ເອລາຍ​ງານ​ມາ​ຈາກ​ຮອງ​ກົງ​ວ່າ ບັນດາ​ນັກ​ເສດຖະສາດ​ແລະ​​ເຈົ້າ​ໜ້າ​ທີ່ເອ​ເຊຍ ​ຄາດ​ໝາຍວ່າ ລາຄາ​ຊັບ​ສິນ​ຈະ​ຖີບຂຶ້ນ​ ໃນ​ເວລາທີ່ທາງ​ຂົງ​ເຂດດັ່ງກ່າວ ​ບໍ່​ຢາກ​ໃຫ້​ມີ​ຂຶ້ນ​ເລີຍ​ນັ້ນ.

ພວກ​ຕະຫລາດ​ຮຸ້ນ​ທີ່​ສໍາຄັນ​ໃນ​ເອ​ເຊຍ​ ມີ​ລາຄາ​ສູງ​ຂຶ້ນ​ໃນ​ວັນ​ພະຫັດມື້​ນີ້​ ຫລັງ​ຈາກ​ທະນາ
ຄານ​ກາງ​ສະຫະລັດ​ປະກາດ​ແຜນ​ການ​ ທີ່​ມີ​ການ​ຄາດ​ກັນ​ໄວ້​ລ່ວງ​ໜ້າ ທີ່ວ່າຈະຊື້ເອົາ​ພັນທະ
ບັດ​ຂອງ​ລັດ​ຖະບານ​ສະຫະລັດ​ ​ໃນ​ວົງ​ເງິນ 600 ຕື້$ນັ້ນ. ການ​ເຄື່ອນ​ໄຫວ ທີ່ເອີ້ນ​ວ່າ​ເປັນ
ການ​ຜ່ອນຄາຍສະຖານ​ນະ​ການ​ ​ໂດຍ​ໃຊ້​ປະລິມານ​ເງິນນັ້ນ ​ແມ່ນຈະຮັກສາ​ອັດຕາ​ດອກ
ເບ້ຍ​ເງິນ​ກູ້​ໃຫ້ຢູ່​ໃນ​ອັດຕາ​ຕໍ່າ​ເກືອບ 0 ​ເປີ​ເຊັນ ​ແລະ​ຊຸກຍູ້​ໃຫ້​ທະນາຄານ​ຕ່າງ ​ເອົາເງິນ
ໃຫ້​ພວກປະຊາຊົນ​ຜູ້ອຸບປະ​ໂພກ ບໍລິ​ໂພ​ກ ແລະ​ວົງ​ການ​ທຸລະ​ກິດ​ກູ້​ຢືມ​ຫລາຍ​ຂຶ້ນ.

ບັນດາ​ນັກ​ເສດຖະສາດ​ກ່າວ​ວ່າ ລາຄາ​ຮຸ້ນ​ສາມາດ​ສືບ​ຕໍ່​ສູງ​ຂຶ້ນ​ໄດ້​ໃນ​ ເອ​ເຊຍ​ໃນ​ຂະນະ
ທີ່​ເງິນ​ກ້ອນ​ນີ້ ຫລັ່ງ​ໄຫລ​ເຂົ້າ​ໄປ​ຍັງ​ຂົງ​ເຂດ​ນັ້ນ. ທາງ​ທະນາຄານ​ກາງຂອງ​ສະຫະລັດ
ຢາກ​ໃຫ້ການອຸບປະ​ໂພ​ກ​ບໍລິ​ໂພ​ກ​ໃນ​ສະຫະລັດເພີ້​ມທະວີ​ຂຶ້ນ ເພື່ອຊຸກຍູ້​ການ​ເສດ
ຖະກິດ​ທີ່​ເຕີບ​ໂຕ​ຊ້າ​ລົງ ແລະ​ດຶງ​ລາຄາໃຫ້​ສູງ​ຂຶ້ນ​ ເພື່ອ​ປ້ອງ​ກັນ​ສະພາວະ​ເງິນ​ຝືດນັ້ນ.
ແຕ່​ການ​ກະທໍາ​ເຊ່ນ​ນີ້​ສາມາດ​ພາ​ໃຫ້​ເກີດ​ບັນຫາ​ໃຫຍ່​ໃນ​ບ່ອນ​ອື່ນ​ໄດ້. ທ່ານ​ Uwe
Parpart ຫົວໜ້າ​ນັກ​ເສດຖະສາດ​ໃນ​ເອ​ເຊຍ​ແລະ​ຜູ້​ວາງຍຸດ​ທະ​ສາດ​ໃນ​ຮອງ​ກົງ​ໃຫ້​
ບໍລິສັດຫລັກຊັບ Cantor Fitgerald ຂອງ​ສະຫະລັດ ກ່າວ​ວ່າ:

“ທ່ານ Parpart ກ່າວ​ວ່າ ມີ​ຄວາມ​ເປັນ​ຫ່ວງ​ຢ່າງ​ຫລວງຫລາຍ​ວ່າ ​ເວລາ​ສະ
ຫະລັດ​ປ່ອຍເງິນ​ໂດ​ລາອອກ ໃຫ້ຫລັ່ງ​ໄຫລ​ເຂົ້າ​ໄປ​ໃນ​ໂລກ​ ບໍ່​ວ່າ​ເງິນ​ດັ່ງກ່າວ
ກໍຈະ​ຫາ​ທາງ​ເຂົ້າໄປ​ສູ່ຕະຫລາດຊັບ​ສິນ ຕະຫລາດ​ຮຸ້ນ​ໃນ​ເອ​ເຊຍ ບໍ​ວ່າ​ຈະແມ່ນ
ຢູ່​ໃນ​ຮອງ​ກົງ ​ໄທ ຫລື​ອິນ​ໂດ​ເນ​ເຊຍ​ກໍ​ຕາມ ຜົນ​ກະທົບ​ຂອງ​ມັນທີ່ຈະມີ​ຕໍ່​ການ
ເສດຖະກິດທ້ອງ​ຖີ່​ນ ​ພາຍ​ໃນ​ປະ​ເທດ​ເຫລົ່າ​ນັ້ນ ກໍສາມາດ​ເປັນ​ບັນຫາ​ຫຍຸ້ງ
ຍາກ​ຕໍ່​ການຮັບ​ມື​. ​ເງິນ​ໂດ​ລາ​ທີ່​ມີຄ່າ​ຖືກ​ລົງ​ ທີ່ເຂົ້າ​ໄປໃນ​ປະ​ເທດໃນ​ຈໍານວນ
ຫລວງຫລາຍ​ນັ້ນ ບໍ່​ພຽງ​ແຕ່ຈະ​ພາ​ໃຫ້​ເກີດ​ບັນຫາ​ເງິນ​ເຟີ້​ເທົ່ານັ້ນ ​ແຕ່​ທ່ານ​
ຈະ​ຕ້ອງ​ຄິດ​ຢູ່​ສະ​ເໝີ​ວ່າ ສິ່ງ​ໃດ​ກໍ​ຕາມ ທີ່​ເຂົ້າ​ມາຢ່າງ​ໄວນັ້ນ ກໍ​ສາມາດ​ຖອນ​
ອອກ​ໄປໄດ້​ໄວ​ເຊ່ນ​ກັນ."

ທ່ານ Parpart ກ່າວ​ວ່າ ພວກ​ເຈົ້າ​ໜ້າ​ທີ່​ໃນ​ເອ​ເຊຍຍັງ​ຈື່​ໄດ້​ ປະວັດ​ສາດທີ່​ເກີດ​ຂຶ້ນຫວ່າງ​ບໍ່​
ດົນຜ່ານ​ມາ​ ​ເວລາ​ພວກ​ປະ​ເທດ​ເຫລົ່າ​ນັ້ນ​ພາກັນ​ເອົາ​ບາດກ້າວ​ຕອບ​ໂຕ້​ ຕໍ່​ໂຄງການ​ຊຸກຍູ້
ເສດຖະກິດ​ຂອງ​ສະຫະລັດ​ນັ້ນ. ການ​ຫລັ່ງ​ໄຫລ​ຂອງ​ເງິນ​ທຶນ​ລາຄາ​ຖືກ​ເຂົ້າ​ໄປ​ໃນ​ຂົງ​ເຂດ​ໃນ
ກາງ​ຊຸມປີ 1990 ​ໄດ້​ເຮັດ​ໃຫ້​ເສດຖະກິດ​ເຕີບ​ໂຕ​ຂຶ້ນ​ຢ່າງ​ໄວ ​ຊຶ່ງ​ຕິດຕາມ​ມາ​ດ້ວຍ​ບັນຫາ​ເສດ
ຖະກິດ​ຕົກ​ຕໍ່າ​ຢ່າງ​ໜັກ​ໃນ​ປີ 1997 ເວລາພວກ​ນັກ​ລົງທຶນ​ຕ່າງປະ​ເທດ​ ພາກັນ​ຖອນ​ການ​ລົງ
ທຶນ​ຂອງ​ເຂົາ​ເຈົ້າ​ອອກ​ຢ່າງ​ກະທັນຫັນນັ້ນ.

ໃນ​ວັນ​ພະຫັດ​ມື້​ນີ້ ກະຊວງ​ການ​ເງິນ​ເກົາຫລີ​ໃຕ້​ເຕືອນ​ວ່າ ຕົນ​ອາດ​ຈະເອົາ​ມາດ​ຕະການ​ຢ່າງ
ແຂງ​ຂັນ ​ເພື່ອ​ຍັບ​ຍັ້ງ​ການ​ຫລັ່ງ​ໄຫລ​ຂອງ​ເງິນ​ທຶນເຂົ້າປະ​ເທດ​. ​ໄທ​ແລະ​ເກົາຫລີ​ໃຕ້​ ຊຶ່ງໄດ້​
ປະສົບ​ກັບ​ຄວາ​ມ​ເສຍ​ຫາຍ​ຢ່າງ​ໜັກ​ຈາກ​ວິ​ກິດ​ການ​ດ້ານ​ເສດຖະກິດ​ຂອງ​ປີ 1997 ນັ້ນ ຕ່າງ
ກໍ​ໄດ້​ວາງຂໍ້​ຈໍາກັດ​ ​ເພື່ອ​ການ​ຄວບ​ຄຸມ​ເງິນ​ທຶນ​ຈາກ​ຕ່າງປະ​ເທດ​ໄວ້​ກ່ອນ​ແລ້ວ.

ອອສ​ເຕຣ​ເລຍ​ແລະ​ອິນ​ເດຍ​ໄດ້​ຂຶ້ນ​ອັດຕາ​ດອກ​ເບ້ຍ​ເງິນ​ກູ້ ໃຫ້​ຢູ່ສູງ​ກວ່າ​ອັດຕາ​ເງິນ​ເຟີ້​ນັ້ນ ​ໃນ​
ຂະນະ​ດຽວ​ກັນ ​ໃນວັນພະຫັດ​ມື້​ນີ້​ທະນາຄານ​ອິນ​ໂດ​ເນເຊຍ​ໄດ້​ຮັກສາ​ອັດຕາ​ດອກ​ເບ້ຍ​ເງິນ​ກູ້​
ຂອງ​ຕົນໃຫ້​ຢູ່​ໃນ​ລະດັບ​ທຸ່ນ​ທ່ຽງ​ຕໍ່​ໄປ. ຄ່າ​ເງິນ​ໂດ​ລາ​ທີ່ຖືກ​ລົງ ​ໝາຍ​ຄວາມ​ວ່າ ເງິນຕາ​ຂອງ​
ພວກ​ປະ​ເທດໃນ​ເອ​ເຊຍ​ແຂງ​ຄ່າ​ຂຶ້ນ ຊຶ່ງ​ເຮັດ​ໃຫ້​ລາຄາ​ສິນຄ້າ​ສົ່ງ​ອອກ​ຂອງ​ເອ​ເຊຍແພງ​ຂຶ້ນ.
ພວກ​ທະນາຄານ​ກາງ​ຂອງບາງ​ປະ​ເທດ ​ເຊ່ນ ທະນາຄານ​ແຫ່ງ​ຊາດ​ຂອງ​ຍີ່​ປຸນ ​ຫລື Bank
of Japan ​ໄດ້​ຊື້​ເອົາ​ເງິນ​ໂດ​ລາ​ສະຫະລັດ​ມາ​ໄວ້ ​ເພື່ອ​ເຮັດ​ໃຫ້​ຄ່າ​ຂອງເງິນຕາ​ຂອງ​ຕົນ​ ຖີບ
ຂຶ້ນຢ່າງ​ຊ້າໆ​. ພວກ​ນັກວິ​ເຄາະ​ດ້ານ​ຕະຫລາດ​ບາງ​ຄົນ​ຄາດ​ວ່າ ທະນາຄານ​ກາງຍີ່ປຸ່ນ ​ໃນ​
ການ​ພົບ​ປະກັນ​ໃນ​ວັນ​ພະຫັດ​ມື້​ນີ້​ ແລະ​ໃນ​ວັນ​ສຸກ​ມື້​ອື່ນ ຈະ​ຮັບ​ຜ່ານໂຄງການ​ຜ່ອນຄາຍ​ສະ
ຖາ​ນະ​ການ​ໂດຍ​ໃຊ້ປະລິມານເງິນຂອງ​ຕົນ ​ເພື່ອ​ສົ່ງ​ເສີມ​ເສດຖະກິດ​ຂອງ​ຍີ່ປຸ່ນ​.

ເງິນ​ໂດ​ລາ​ໃຕ້​ຫວັນ ​ເງິນ Won ຂອງ​ເກົາຫລີ​ໃຕ້ ​ເງິນ ringgit ຂອງມາ​ເລ​ເຊຍ ​ແລະ​ເງິນ
ຢວນຂອງ​ຈີນ ຕ່າງ​ກໍ​ແຂງ​ຄ່າ​ຂຶ້ນ​ໃນ​ວັນ​ພະຫັດ​ມື້​ນີ້ ​ແຕ່​ເງິນ​ໂດ​ລາ​ສະຫະລັດ​ກໍ​ແຂງ​ຄ່າ​ຂຶ້ນ​
ເລັກ​ນ້ອຍ ​ໃນ​ການ​ແລກປ່ຽນ​ກັບ​ເງິນ​ເຢັນ​ຂອງ​ຍີ່ປຸ່ນ​. ຄວາມ​ເປັນ​ຫ່ວງ​ກັງວົນ​ເຫລົ່າ​ນີ້​ທັງ​
ໝົດ​ມີ​ຂຶ້ນ​ ໃນຂະນະ​ທີ່​ຜູ້​ນໍາ​ກຸ່ມ G20 ພາກັນ​ກະກຽມ​ທ່ີ​ຈະ​ພົບ​ປະກັນ​ທີ່​ກຸງ​ໂຊລ ​ໃນ​ສັບ
ປະດາ​ໜ້າ​ເພື່ອ​ປຶກສາຫາລື​ຊອກ​ຫາ​ຊ່ອງ​ທາງ ​ເພື່ອ​ປະສານ​ງານ​ກັນ​ໃນ​ດ້ານ​ນະໂຍບາຍ​ເສດ
ຖະກິດ​.

XS
SM
MD
LG