ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ທີມອາສໂຕຣສ໌ ຊະນະ ການແຂ່ງຂັນເບສບອລ ຮອບຊິງຊະນະເລີດ


ທ້າວ ໂຮເຊ ອາລຕູເວ ຈາກທີມ ອາສໂຕຣສ໌ ຂອງນະຄອນຮູສຕັນ ສະຫຼອງກັບເພື່ອນຮ່ວມທີມຂອງລາວ ແລະ ຂັນຂອງການແຂ່ງຂັນ ຫຼັງຈາກໄດ້ຊະນະທີມ ດອດເຈີສ໌ ຂອງນະຄອນ ລອສ ແອນຈີລິສ ໃນການແຂ່ງຂັນເກມທີ 7 ຂອງຮອບຊິງຊະນະເລີກປີ 2017 ທີ່ສະໜາມກິລາ ດອດເຈີສ໌, ນະຄອນ ລອສແອນຈີເລສ. 1 ພະຈິກ, 2017.
ທ້າວ ໂຮເຊ ອາລຕູເວ ຈາກທີມ ອາສໂຕຣສ໌ ຂອງນະຄອນຮູສຕັນ ສະຫຼອງກັບເພື່ອນຮ່ວມທີມຂອງລາວ ແລະ ຂັນຂອງການແຂ່ງຂັນ ຫຼັງຈາກໄດ້ຊະນະທີມ ດອດເຈີສ໌ ຂອງນະຄອນ ລອສ ແອນຈີລິສ ໃນການແຂ່ງຂັນເກມທີ 7 ຂອງຮອບຊິງຊະນະເລີກປີ 2017 ທີ່ສະໜາມກິລາ ດອດເຈີສ໌, ນະຄອນ ລອສແອນຈີເລສ. 1 ພະຈິກ, 2017.

ດ້ວຍຕຳແໜ່ງແຊັມ ໃນການແຂ່ງຂັນເບສບອລຮອບຊິງຊະນະເລີດເປັນເດີມພັນ ໃນ
ຕອນຄໍ່າຂອງວັນພຸດວານນີ້, ທີມ ອາສໂຕຣສ໌ ຂອງນະຄອນ ຮູສຕັນ ໄດ້ນຳໜ້າ ໃນ
ການແຂ່ງຂັນ ກັບທີມ ດອດເຈີສ໌ ຂອງນະຄອນ ລອສ ແອນຈີລິສ 5 ຕໍ່ 0 ແລະ ໄດ້ຮັກ
ສາຄະແນນດັ່ງກ່າວຈົນສາມາດຄວ້າເອົາແຊັມກິລາ ເບສບອລ ອາຊີບມາຄອງເປັນຄັ້ງ
ທຳອິດ ໃນປະຫວັດສາດ.

ເກມຕັດສິນ ເກມທີ 7 ໄດ້ຂາດຈຸດຕື່ນເຕັ້ນບາງຢ່າງ ໃນການຍາດແຍ່ງຄະແນນກັບໄປ
ກັບມາຫຼາຍຄັ້ງ ເຊິ່ງໄດ້ເຮັດໃຫ້ເກີດການຕີ ໂຮມ ຣັນ ໄດ້ຫຼາຍເປັນສະຖິຕິໃນການ
ແຂ່ງຂັນຮອບຊິງຊະນະເລີດ ແລະ ລວມທັງການແຂ່ງຂັນຕໍ່ສອງເກມ.

ແຕ່ນັກຮັບບານກໍ້າຂວາຂອງທີມ ອາສໂຕຣສ ທ້າວ ຈອຣຈ ສປຣິງເງີ ໄດ້ຕອກຢໍ້າການ
ແຂ່ງຂັນຂອງວັນພຸດວານນີ້, ແລະ ການແຂ່ງຂັນທີ່ໜ້າປະທັບໃຈຂອງລາວ,
ພ້ອມດ້ວຍການຕີ ໂຮມ ຣັນ ໄດ້ສອງຄັ້ງໃນເກມທີສອງ. ມັນເປັນການແຂ່ງຂັນຄັ້ງ
ທີສີ່ລຽນຕິດທີ່ລາວຕີໄດ້ນຶ່ງ ໂຮມ ຣັນ, ແລະ ລວມທັງໝົດ 5 ໂຮມຣັນ ໃນການແຂ່ງ
ຂັນຮອບຊິງຊະນະເລີດ ເທົ່າກັບສະຖິຕິທີ່ຖືໂດຍນັກກິລາຄົນອື່ນສອງຄົນ.

ທ້າວ ສປຣິງເງີ ໄດ້ຮັບລາງວັນທີ່ຊົງຄຸນຄ່າທີ່ສຸດ ໃນການແຂ່ງຂັນສຳ ລັບຜົນງານ
ຂອງລາວ. ຫຼັງຈາກການແຂ່ງຂັນ, ລາວໄດ້ກ່າວວ່າ ມັນແມ່ນວັນທີ່ລາວມີຄວາມສຸກ
ທີ່ສຸດ ໃນຊີວິດຂອງລາວ.

ທ້າວ ສປຣິງເງີ ໄດ້ກ່າວວ່າ “ມັນແມ່ນຄວາມຝັນກາຍເປັນຈິງ. ມັນແມ່ນກຽດ. ແຕ່ເຈົ້າ
ຮູ້ບໍ່, ຄືນນີ້ມັນແມ່ນຄືນຂອງທີມ ອາສໂຕຣສ໌ ຂອງນະຄອນ ຮູສຕັນ ແລະ ເມືອງຂອງ
ເຮົາແລະ ກອງເຊຍຂອງພວກເຮົາ. ພວກເຮົາກຳລັງກັບບ້ານດ້ວຍຕຳແໜ່ງແຊັມ, ຮູສ
ຕັນເອີຍ.”

ຫ້າປີທີ່ຜ່ານມາ, ທີມ ອາສໂຕຣສ໌ ແຂ່ງຂັນ 111 ເກມ. ແຕ່ປີນີ້, ພວກເຂົາເຈົ້າແມ່ນທີມ
ທີ່ເກັ່ງທີ່ສຸດ, ຊະນະ 101 ເກມ ໃນລະຫວ່າງລະດູການແຂ່ງຂັນປົກກະຕິ ພ້ອມດ້ວຍ
ລາຍຊື່ນັກກິລາທີ່ເຕັມໄປດ້ວຍດາລາໜຸ່ມ, ລວມມີທ້າວ ໂຮເຊ ອານຕູເວ ຈາກປະເທດ ເວເນຊູເອລາ ແລະ ທ້າວ ຄາລອສ ຄໍເຣຍ ຈາກເກາະ ເປີໂຕ ຣີໂກ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG