ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ນັກດາລາສາດ ໄດ້ຄົ້ນພົບຫຼັກຖານໃໝ່ ຂອງ Black Holes ຂະໜາດກາງ ຈາກ Black Holes ຂະໜາດໃຫຍ່


ພາບ ອິນຟາແຣດ ຂອງ black hole ໃນທາງຊ້າງເຜືອກຂອງ
ຈັກກະວານ ໃນສະຖານີ Hubble Space Telescope/
NICMOS. ພວກ​ນັກ​ດາລາສາດ ໄດ້​ຄົ້ນ​ພົບ​ຫຼັກ​ຖານ​ອັນ​ໃໝ່ ສຳ​ຫຼັບ black hole. (NASA/STScI)
ພາບ ອິນຟາແຣດ ຂອງ black hole ໃນທາງຊ້າງເຜືອກຂອງ ຈັກກະວານ ໃນສະຖານີ Hubble Space Telescope/ NICMOS. ພວກ​ນັກ​ດາລາສາດ ໄດ້​ຄົ້ນ​ພົບ​ຫຼັກ​ຖານ​ອັນ​ໃໝ່ ສຳ​ຫຼັບ black hole. (NASA/STScI)

ພວກ​ນັກ​ດາລາສາດ ​ໄດ້​ຄົ້ນ​ພົບ​ຫຼັກ​ຖານ​ອັນ​ໃໝ່ ສຳ​ຫຼັບ​ black hole, ທີ່​ຖື​ວ່າ ​ເປັນສ່ວນ
​ທີ່ຫາຍ​ຂາດໄປ​ຈາກ​ການວິວັດທະນາ​ການ​ຂອງ​ການ​ປ່ຽນ​ແປງ​ທີ່​ໃຫຍ່​ສຸດ​ຂອງ black
hole.

ພວກ​ນັກ​ດາລາສາດ ​ໃນ​ຍີ່ປຸ່ນ ​ໄດ້​ຄົ້ນ​ພົບ​ວ່າ ຄວາມ​ອາດ​ເປັນ​ໄປ​ໄດ້ ຂອງ black hole ​
ໃນ​ທາງ​ຊ້າງ​ເຜືອກຂອງ​ຈັກກະວານ​ຂອງ​ພວກ​ເຮົາ​ນີ້ ​ແມ່ນ​ເລື່ອງ​ທິດ​ສະ​ດີ ທີ່​ຍາວ​ໄກ
ທີ່​ເປັນ black hole ທີ່​ໃຫຍ່​ກວ່າ black hole ທີ່​ນ້ອຍ​ໆ ທີ່​ໄດ້​ປະກອບ​ເປັນ​ດາວ​ດວງ
​ນ້ອຍ​ດວງ​ດຽວນັ້ນ, ​ແຕ່​ວ່າ ມັນ​ຍັງ​ນ້ອຍ​ກວ່າ black hole ທີ່ໃຫຍ່ ​ເຊັ່ນ​ດຽວ​ກັນ​ກັບ​
ໜ່ວຍ​ທີ່ຢູ່​ສູນ​ກາງ​ທາງ​ຊ້າງ​ເຜືອກ​ຂອງ​ພວກ​ເຮົາ​ນັ້ນ.

ເສົາອາກາດຂອງກ້ອງສ່ອງໂທລະທັດ ALMA (Atacama Large Millimeter/submillimeter Array) ໃນທະເລຊາຍ Atacama, ປະມານ 1500 ກິໂລແມັດ ໄປທາງເໜືອຂອງນະຄອນ Santiago, Chile, 12 ມີນາ, 2013.
ເສົາອາກາດຂອງກ້ອງສ່ອງໂທລະທັດ ALMA (Atacama Large Millimeter/submillimeter Array) ໃນທະເລຊາຍ Atacama, ປະມານ 1500 ກິໂລແມັດ ໄປທາງເໜືອຂອງນະຄອນ Santiago, Chile, 12 ມີນາ, 2013.

ພວກ Black hole ທັງຫຼາຍ​ນັ້ນ​ຫາພົບເຫັນ​ຍາກ ​ເພາ​ະວ່າ ພວກ​ມັນ​ບໍ່​ສົ່ງ​ແສງ​ຫຍັງ​
ເລີຍ. ​ແຕ່​ເຖິງ​ຢ່າງ​ນັ້ນກໍຕາມ ພວກ​ນັກ​ວິທະຍາ​ສາດ ກໍສາມາດ​ທີ່​ຈະ​ຄົ້ນ​ພົບ​ໄດ້ ​ໂດຍ​ການ​
ທີ່​ມີອິດທິຜົນ​ຂອງ​ພວກ​ມັນ​ຕໍ່​ສິ່ງຢູ່ຮອບ​ຂ້າງ.

ກຸ່ມນັກ​ດາລາສາດ ​ໃນ​ຍີ່ປຸ່ນ ​ໄດ້​ພົບ​ເຫັນຫຼັກ​ຖານ​ໃໝ່​ ໄດ້​ນຳ​ອອກ​ເຜີຍ​ແຜ່ໃນ​ວາລະສານ
Nature Astronomy ​ໃນອັນ​ທີ່​ວ່າ​ເປັນ​ໜ່ວຍສີດຳ​ລະດັບ​ກາງ ຕອນ​ທີ່​ພວກ​ມັນ​ໝູນ​ຕົວ
ຢ່າງມີ​ອຳນາດ ໃນ​ທະ​ເລ​ຊາຍ Atacama ຂອງ​ປະ​ເທດ Chile ທີ່ເປັນ​ຂີ້​ເຝື້ອ​ໃກ້ໆ​ກັບ​
ສູນ​ກາງທາງ​ຊ້າງ​ເຜືອກ​. ເເກັສ ​ໃນ​ຂີ້​ເຝື້ອ ​ໄດ້​ເຄື່ອນ​ຍ້າຍ​ແບບຮີບດ່ວນ ​ແລະພວກ​ນັກ​
ວິທະຍາ​ສາດ ​ເຊື່ອ​ວ່າ ພວກ​ເຂົາ ​ໄດ້​ຖືກ​ດຶງ​ໂດຍແຮງ​ດຶງ​ດູດ​ຢ່າງ​ແຮງ. ພວກ​ເຂົາ​ເຈົ້າ​
ກ່າວ​ວ່າ ກຳລັງ​ຂອງການ​ດຶງ​ດູດ ​ແມ່ນ​ເບິ່ງ​ຄື​ວ່າ ​ເກີດ​ຂຶ້ນ​ຈາກ black hole ທີ່​ຊັ່ງ​ຊາ​
ເບິ່ງວ່າ ​ມີ​ຄວາມ​ກວ້າງປະມານ1 ພັນ 4 ຮ້ອຍ​ຕື້ ກິ​ໂລ​ແມັດ.

ອ່ານ​ຂ່າວ​ນີ້​ເພີ່ມຕື່ມ​ເປັນ​ພາສາ​ອັງກິດ

XS
SM
MD
LG