ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ນັກບິນ ອະວະກາດ ຈຸໃໝ່ ໄປເຖິງ ສະຖານີ ອະວະກາດ ກ່ອນກຳນົດ (ວິດິໂອ )


ນັກບິນອະວະກາດໃໝ່ 3 ຄົນ ໄດ້ຖືກຕ້ອນຮັບ ຢູ່ເທິງສະຖານີອະວະກາດນາໆຊາດ ໃນຕອນເຊົ້າຂອງວັນສຸກມື້ນີ້ ຫຼັງຈາກພວກເຂົາເຈົ້າໄດ້ໄປເຖິງ ສະຖານີດັ່ງກ່າວ ໄວກ່ອນກຳນົດ (29 ມີນາ 2013)
ນັກບິນອະວະກາດໃໝ່ 3 ຄົນ ໄດ້ຖືກຕ້ອນຮັບ ຢູ່ເທິງສະຖານີອະວະກາດນາໆຊາດ ໃນຕອນເຊົ້າຂອງວັນສຸກມື້ນີ້ ຫຼັງຈາກພວກເຂົາເຈົ້າໄດ້ໄປເຖິງ ສະຖານີດັ່ງກ່າວ ໄວກ່ອນກຳນົດ (29 ມີນາ 2013)
ນັກ​ບິນອະວະ​ກາດຜູ້​ຊາຍ​ສາມ​ຄົນ ​ໄດ້ເດີນທາງ​ໄປເຖິງສະ
ຖານີອະວະກາດ​ນາໆ​ຊາດ ​ໄວ​ກ່ອນ​ກໍາໜົດ ​ໂດຍ​ທາງ​ລັດ.

ນັກບິນ​ອະວະກາດອາ​ເມຣິກັນ​ຄົນນຶ່ງ ​ແລະຣັດ​ເຊຍ​ສອງ​ຄົນ ​
ໄດ້​ສ້າງປະຫວັດ​ສາດ​ໃໝ່​ໃນ​ວັນ​ສຸກ​ມື້​ນີ້ ​ເວລາ​ເຂົາ​ເຈົ້າ​ໄດ້ໄປ​
ເຖິງສະຖານີ​ອະວະກາດ ​ໂດຍ​ໃຊ້​ເວລາພຽງ​ແຕ່ 6 ຊົ່ວ​ໂມງ
ຫລັງ​ຈາກ​ໄດ້​ອອກ​ເດີນ ທາງ ​ແທນ​ທີ່​ຈະໃຊ້​ເວລາ​ສອງ​ມື້ ​ດັ່ງ​
ທີ່​ປະຕິບັດ​ກັນມາ.

​ເສັ້ນທາງດ່ວນດັ່ງກ່າວ​ນີ້ ​ໄດ້​ເຮັດ​ໃຫ້​ນັກບິນ​ອະວະກາດ ຂອງອົງການ ອະວະກາດ​ສະຫະລັດ ​ຫຼື NASA ທ່ານ Chris Cassidy ​ແລະນັກ​ບິນອະວະກາດຣັດ​ເຊຍ ທ່ານ Alexander Misurkin ​ແລະ Pavel Vinogradov ​ໄດ້​ເລີ້ມ​ຕົ້ນ​ຢ່າງ​ວ່ອງ​ໄວໃນການ​ປະຕິບັດ​ງານ​ເປັນ​ເວລາ 6 ​ເດືອນ ຂອງ​ພວກ​ເຂົາ​ເຈົ້າ.

ຣັດ​ເຊຍ ​ໄດ້​ປະສົບ​ຜົນ​ສໍາ​ເລັດ ​ໃນການ​ທົດ​ລອງໃຊ້ເສັ້ນທາງ​ດ່ວນ​ສາມ​ຄັ້ງມາ​ແລ້ວ​ດ້ວຍ​ການ​ສົ່ງ​ຍານ​ບັນທຸກສໍ​າພາລະ ​ແຕ່ບໍ່​ເຄີຍ​ສົ່ງ​ນັກ​ອະວະ ກາດ​ໄປ​ເທື່ອ.

ກ່ອນ​ການ​ສົ່ງພວກ​ນັກ​ບິນ​ອະ​ວະ​ກາດຂື້ນ​ວົງ​ໂຄຈອນ​ນັ້ນ ທ່ານ Vinogradov ກ່າວ​ວ່າ ​ເສັ້ນທາງລັດ​ທີ່​ວ່າ​ນີ້ ​ຈະເຮັດ​ໃຫ້​ພວກ​ນັກ​ບິນ ອະວະກາດຫລຸດຜ່ອນ​ຄວາມ​ອິດ​ເໝື່ອຍແລະມີ​ໂອກາດເຮັດ​ໃຫ້​ເຂົາ​ເຈົ້າ ຢູ່​ໃນ​ສະພາບທີ່​ເຂັ້ມ​ແຂງ ເວລາ​ເຂົ້າ​ຈອດ ຢູ່ທີ່​ສະຖານີ​ອະວະກາດ​ນາໆ​ຊາດ.

US Russia autronauts
please wait
Embed

No media source currently available

0:00 0:00:32 0:00
XS
SM
MD
LG