ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໖ ເມສາ ໒໐໒໔

ນັກ​ບິນ ​ອະ​ວະ​ກາດ​ ກັບ​ຄືນ​ສູ່​ໂລກ ​ແບບ​ສຸກ​ເສີນ ຍ້ອນ​ຈະ​ຫຼວດ ​ສົ່ງ​ຍານ ​ອະ​ວະ​ກາດ ຂອງ ​ຣັດ​ເຊຍ ມີ​ບັນ​ຫາ

ຈະ​ຫຼວດ​ສົ່ງ​ຍານ​ອະ​ວະ​ກາດ​ໂຊ​ຢຸດ (Soyuz) MS-10 ທີ່​ນຳ​ເອົາ​ນັກ​ບິນ​ອະ​ວະ​ກາດ​ສອງ​ຄົນ ​​ທະ​ຍານ​ຂຶ້ນຈາກຖານ​ຍິງ​ອະ​ວະ​ກາດ​ສະ​ໄໝໂຊ​ຫວຽດ ໃນເມືອງ ໄບ​ໂຄ​ເນີ ຂອງ ​ກາ​ຊັກ​ສະ​ຖານ ໃນ​ວັນ​ພະ​ຫັດ​ວານນີ້ ທີ 11 ຕຸ​ລາ, 2018. ສອງ​ນາ​ທີ ພາຍ​ຫລັງ​ທີ່​ມັນ​ທະ​ຍານ​ຂຶ້ນ​ສູ່​ທ້ອງ​ຟ້າ ຈະ​ຫລວດ​ລຳ​ນັ້ນ​ກໍ​ມີ​ບັນ​ຫາ.

ນັກ​ບິນ​ອະ​ວະ​ກາດ​ຂອງ​ສະ​ຫະ​ລັດຄົນ​ນຶ່ງ​ ແລະ​ຂອງ​ຣັດ​ເຊຍຄົນ​ນຶ່ງ​ ມີ​ຄວາມ​ປອດ​ໄພ
ພາຍ​ຫລັງ​ທີ່​ໄດ້​ມີ​ການ​ກັບ​ຄືນ​ສູ່​ໂລກ​ແບບ​ສຸກ​ເສີນ ບໍ່​ເທົ່າ​ໃດ​ນາ​ທີຫລັງ​ຈາກ​ມີ​ການ
ສົ່ງ​ຍານ​ອະ​ວະ​ກາດ ທີ່ຄິດ​ວ່າ​ຈະເດີນ​ທາງ​ໄປສູ່​ສະ​ຖາ​ນີອະ​ວະ​ກາດ​ສາ​ກົນ.

ອົງການ​ຄຸ້ມ​ຄອງການ​ບິນ ແລະ​ອະ​ວະ​ກາດ ແຫ່ງ​ຊາດ​ສະ​ຫະ​ລັດ ຫລື NASA ກ່າວ​ວ່າ

ຈະ​ຫຼວດ​ສົ່ງ​ຍານ​ອະ​ວະ​ກາດ​ໂຊ​ຢຸດ (Soyuz) ​ໄດ້​ປະ​ສົບ​ບັນ​ຫາພາຍ​ຫລັງ​ທີ່​ມັນ​ໄດ້ທະ
​ຍານ​ຂຶ້ນຈາກຖານ​ຍິງ​ອະ​ວະ​ກາດ​ສະ​ໄໝໂຊ​ຫວຽດ ໃນເມືອງ ໄບ​ໂຄ​ເນີ ຂອງ​ກາ​ຊັກ​ສະ​
ຖານ ໃນ​ວັນ​ພະ​ຫັດ​ວານນີ້.

ທ່ານເຄນ​ນີ ທອດ (Kenny Todd) ຜູ້​ຈັດ​ກາ​ນຮ່ວມ ໃນ​ການ​ປະ​ຕິ​ບັດ​ງານຂອງ​ສະ​ຖາ​ນີ
​ອະ​ວະ​ກາດ​ສາ​ກົນ​ ​ກ່າວ​ຕໍ່​ພວກ​ນັກ​ຂ່າວ​ວ່າ "ຢູ່​ໃນ​ຈຸດນັ້ນ, ອີງ ຕາມ​ຂັ້ນ​ຕອນ​ແບບ​ມາດ
​ຕະ​ຖານແລ້ວ, ຕ້ອງ​ມີ​ການ​ຍົກ​ເລີກ.”

"ຫົວ​ໃຈ​ຂ້ອຍ​ເຕັ້ນ​ແຮງ" ນັ້ນ​ຄື​ຄຳ​ເວົ້າ​ຂອງ​ທ່ານ ໄຣ​ດ໌ ໄວ​ສ໌​ແມນ ທີ່​ກ່າວໃນ​ຂະ​ນະ​ທີ່​ທ່ານ​
ໄດ້​ຍິນ​ສຽງ​ທີ່​ສັນ​ຍານ​ໃຫ້​ຮູ້​ວ່າ ຈະ​ຫຼວດ​ໄດ້​ປະ​ສົບ​ບັນ​ຫາ ໃນ​ເວ​ລາ​ທີ່​ມີ​ການສົ່ງ​ຍານ​ອະ
​ວະ​ກາດ​ຂອງ​ເພື່ອນ​ຮ່ວມ​ງານ ​ຂອງ​ລາວ ຂຶ້ນ​ໄປ.

ມັນ​ເປັນ​ການ​ຫລົ້ມ​ແຫລວ ຄັ້ງ​ຫລ້າ​ສຸດ​ ໃນ​ຫລາຍໆ​ຄັ້ງເມື່ອມໍ່​ໆມານີ້ສຳ​ລັບໂຄງ​ການ​ອະ
​ວະກາດ​ຂອງ​ຣັດ​ເຊຍ ທີ່​ໄດ້​ນຳ​ເອົາ ​ພວກ​ນັກ​ບິນອະ​ວະ​ກາດ​ອາ​ເມ​ຣິ​ກັນ ຫລາຍ​ຄົນ ຂຶ້ນ
​ໄປສະ​ຖາ​ນີ​ອະ​ວະ​ກາດແຫ່ງນັ້ນ ເຊັ່ນ​ກັນ.

​ພວກ​ເຈົ້າ​ໜ້າ​ທີ່​ຣັດ​ເຊຍເວົ້າ​ວ່າ ພວກ​ເຂົາ​ເຈົ້າ​ກຳ​ລັງ​ສອບ​ສວນ​ເບິ່ງເຫດ​ການ​ດັ່ງ​ກ່າວນັ້ນ
ຊຶ່ງ​ໄດ້​ກ່າວ​ເພີ້ມ​ອີກວ່າ ການ​ບິນ​ຂອງ​ຍາ​ນອະ​ວະ​ກາດທີ່​ຄົນ​ເຮັດ​ຂຶ້ນ​ມາ ທຸກ​ອັນ​ຕ້ອງ​ໄດ້​
ຍຸ​ຕິ​ໄວ້​ກ່ອນ ຈົນ​ກວ່າພວກ​ນັກ​ສອບສວນ​ຈະ​ຄົ້ນ​ພົບ​ວ່າ ມີ​ຫຍັງ​ເຮັດ​ໃຫ້​ມີ​ການ​ຜິດ​ພາດ​ດັ່ງ
​ກ່າວນັ້ນ.

​ແຕ່​ວ່າ ທ່ານ ດ​ມິດ​ເຕີ ໂຣໂກ​ຊິນ (Dmityr Rogozin), ຫົວ​ໜ້າ​ອົງ​ການ​ອະ​ວະ​ກາດຣົ​ສ
​ກົ​ສມົ​ສ (ROSCOSMOS) ຂອງ​ຣັດ​ເຊຍ ກ່າວ​ໃນ​ວັນ​ສຸກມື້ນີ້​ວ່າ ພວກ​ນັກ​ບິນອະ​ວະ​
ກາດ ຈະມີ​ໂອ​ກາດ​ເດີນ​ທາງ​ໄປ​ຍັງ​ສ​ະ​ຖາ​ນີ​ດັ່ງ​ກ່າວ ອີກ​ຄັ້ງ​ນຶ່ງ ໃນ​ຊ່ວງ​ເວ​ລາ​ໃດ​ນຶ່ງ ຢູ່
​ໃນ​ເຄິ່ງ​ປີ​ທຳ​ອິດ ຂອງ​ປີ​ໜ້ານີ້.

ນັກ​ບິນ​ອະ​ວະ​ກ​າດອາ​ເມ​ຣິ​ກັນ, ທ່ານ ນິກ ເຮກ (ຂວາ) ແລະ ທ່ານ ອາ​ເລັກ​ໄຊ ອົ​ຟ​ຈິນ​ນິນ ຈາກ​ອົງ​ການ​ອະ​ວະ​ກາດ ຣົ​ສ​ກົ​ສ​ມົ​ສ ລົມ​ກັນ ກ່ອນ​ຈະ​ຫລວດ​ຍິງ​ຍານ​ອະ​ວະ​ກາດ Soyuz MS-10 ຈະ​ທະ​ຍານ​ຂຶ້ນ​ໄປ​ສູ່​ທ້ອງ​ຟ້າ ເພື່ອ​ໄປ​ຫາ ຖານຍິງອະວະກາດສະໄໝໂຊຫວຽດ ໃນເມືອງ ໄບໂຄເນີ ຂອງ ກາຊັກສະຖານ ໃນ​ວັນ​ທີ 11 ຕຸ​ລາ, 2018

ພວກ​ເຈົ້າ​ໜ້າ​ທີ່​ເວົ້າ​ອີກວ່າ ນັກ​ບິນ​ອະ​ວະ​ກ​າດນິກ ເຮກ (Nick Hague) ແລະ ທ່ານ
ອາ​ເລັກ​ໄຊ ອົ​ຟ​ຈິນ​ນິນ (Alexei Ovchinin) ຈາກ​ອົງ​ການ​ອະ​ວະ​ກາດ ຣົ​ສ​ກົ​ສ​ມົ​ສ
(Roscosmos) ໄດ້​ປະ​ສົບ​ກັບ​ແຮງ​ດຶງ​ດູດ​ຂອງ​ໜ່ວຍ​ໂລກ ລະ​ຫວ່າງ 6 ຫາ 7 ເທື່ອ,
ຕິດ​ຕາມ​ມາ​ດ້ວຍ​ຄວາມ​ຮູ້​ສຶກວ່າ ບໍ່​ມີ​ນ້ຳ​ໜັກ​ເລີຍ​ໃນ​ຊົ່ວ​ວູບ​ນຶ່ງ ໃນ​ຂະ​ນະ​ທີ່​ພວກ
​ເຂົາ​ເຈົ້າ​ໄດ້​ແຍກ​ອອກ​ໄປ ​ຈາກ​ຈະ​ຫຼວດ​ສົ່ງຍານ​ອະ​ວະ​ກາດ ກ່ອນຈະ​ຕົກ​ລົງ​ມາ​ສູ່​
ໜ້າ​ດິນ.

ພວກ​ນັກ​ກູ້​ໄພ​ພາ​ກັນ​ຟ້າວ​ໄປ​ຫາພວກ​ນັກ​ບິນ​ດັ່ງ​ກ່າວ ພາຍ​ຫລັງ​ທີ່​ພວກ​ເຂົາ​ເຈົ້າ
ພາ​ກັນ​ລົງ​ຈອດຢູ່​ກາ​ຊັກ​ສະ​ຖານ ແລະ​ທັງ​ສອງ​ຄົນ​ກໍ​ຢູ່​ໃນ​ສະ​ພາບ​ທີ່ດີ. ດຽວນີ້
ພວກ​ເຂົາ​ເຈົ້າ​ກໍ​ໄດ້​ໄປ​ຫາ​ຄອບ​ຄົວ ​ຂອງ​ພວກ​ເຂົາ​ເຈົ້າ​ແລ້ວ.

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG