ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ນັກເຫາະອາວະກາດ US ອອກໄປ ປະຕິບັດງານ​ຊ່ອມ​ແປງ​ ຢູ່ນອກ ສະຖານີອາວະກາດ (ວີດີໂອ/ສະໄລດ໌)


Spacewalks Dec 22
please wait
Embed

No media source currently available

0:00 0:00:40 0:00

ເບິ່ງວີດີໂອ ກ່ຽວກັບຂ່າວນີ້.

ນັກ​ເຫາະ​ອາ​ວະ​ກາດ​ສອງ​ຄົນ ຈາກ​ອົງການອາ​ວະ​ກາດ NASA
ຂອງ​ສະຫະລັດ ​ໄດ້ເສັດ​ສິ້ນ​ວຽກ​ງານ​ຊ່ອມ​ແປງ​ຂັ້ນ​ຕົ້ນ​ຂອງ​ເຂົາ
​ເຈົ້າ ​ໄວ​ກ່ວາ​ທີ່​ໄດ້​ວາງ​ແຜນ​ໄວ້ ​ໃນ​ລະຫວ່າງ​ການ​ອອກ​ໄປ​ເຮັດ
ວຽກ​ຢູ່ກາງອາ​ວະ​ກາດ​ ນອກສະ​ຖາ​ນີອາ​ວະ​ກາດນາໆ​ຊາດໃນ​
ວັນ​ເສົາ​ວານ​ນີ້ ​ແຕ່ເກີດ​ມີບັນຫາກ່ຽວ​ກັບ​ຊຸດ​ອາ​ວະ​ກາດ​ທີ່​ເຂົາ​
ເຈົ້າ​ນຸ່ງ​ຢູ່ ຈຶ່ງ​ພາໃຫ້​ມີ​ການ​ເລື່ອນ​ເວລາ​ໃນ​ການ​ອອກ​ໄປ​ເຮັດ
​ວຽກຢູ່​ນອກ​ສະຖານີ ທີ່​ເອີ້ນ​ກັນ​ວ່າ space walks ຄັ້ງ​ທີ​ສອງ
ນັ້ນ ອອກ​ໄປ​ມື້​ນຶ່ງ.

ບັນຫາ​ແມ່ນ​ເກີດ​ຂຶ້ນ​ກັບ​ລະບົບ​ທໍາ​ຄວາມ​ເຢັນ​ຂອງຊຸດ​ອາ​ວະ​
ກາດຂອງ​ນັກ​ເຫາະ​ອາ​ວະ​ກາດ Rick Mastracchio ​ເວລາ​
ທ່ານ​ກັບ​ຄືນ​ເຂົ້າ​ໃນ​ສະຖານີ​ອາ​ວະກາດ. ນາ​ຊ່າ​ກ່າວ​ວ່າ ບັນຫາ​ແມ່ນ​ຄົນ​ລະ​ເລື້ອງ​ກັນກັບ
ບັນຫາທີ່​ເກີດ​ຂຶ້ນ​ຢ່າງ​ບໍ່​ຄາດ​ຝັນເມື່ອ​ເດືອນ​ກໍລະກົດ​ຜ່ານ​ມາ ທີ່​ເກືອບ​ເຮັດ​ໃຫ້​ນັກ​ເຫາະ​
ອາ​ວະ​ກາດ​ອີ​ຕາ​ລີ​ຕາຍ ຍ້ອນມີ​ນໍ້າ​ໄຫລ​ເຂົ້າ​ມາ​ທາງ​ໃນ​ໝວກ​ຂອງ​ທ່ານ ​ໃນ​ລະຫວ່າງ​ທີ່​
ເຮັດ​ວຽກ​ຢູ່​ນອກ​ສະຖານີ​ນັ້ນ. Space walk ​ເມື່ອ​ວັນ​ເສົາ​ວານ​ນີ້ ​ແມ່ນ​ເປັນ​ເທື່ອ​ທໍາ​ອິດ
ທີ່​ພວກ​ນັກ​ອາ​ວະ​ກາດ​ອອກ​ໄປ​ເຮັດ​ວຽກ​ຢູ່​ນອກ​ສະຖານີ ນັບ​ແຕ່ຄັ້ງ​ນັ້ນ​ມາ.

Spacewalk ​ເທື່ອ​ທີ​ສອງ​ໃນ​ຄັ້ງ​ນີ້ ທີ່​ໄດ້​ວາງ​ແຜນ​ໃສ່​ວັນ​ຈັນ​ມື້​ອື່ນ ​ໄດ້ຖືກ​ເລື່ອນ​ໄປ​ໃສ່
ວັນ​ອັງຄານ​ແທນ.

ນັກ​ເຫາະ​ອາ​ວະ​ກາດ Rick Mastracchio ກັບ Mike Hopkins ​ໄດ້​ອອກ​ໄ​ປປ່ຽນ​ໝໍ້​
ປໍ້າ​ແກ້​ສ ammonia ​ໃນ​ວັນ​ເສົາ​ວານ​ນີ້ ​ໂດຍ​ໃຊ້​ເວລາ​ຢູ່​ທາງ​ນອກ​ສະຖານີ ​ເຖິງ​ຫ້າ​ຊົ່ວ​
ໂມງ. ໝໍ້​ປໍ້າແກ້​ສ ammonia ທີ່​ເກີດ​ຕິດ​ຂັດ​ນັ້ນ ​ໄດ້​ເຮັດ​ໃຫ້​ສ່ວນ​ນຶ່ງ​ຂອງ​ລະບົບ​ທໍາ​
ຄວາມເຢັນ ​ທີ່ມີ​ຄວາມ​ສໍາຄັນ​ເປັນຕາ​ຍຂອງ​ສະຖານີ​ອາ​ວະ​ກາດ ອັດ​ລົງ​ໄດ້​ຫຼາຍມື້​ມາ​ແລ້ວ.

ເບິ່ງພາບນັກເຫາະອາວະກາດ ອອກໄປຊ່ອມແປງຢູ່ກາງອາວະກາດ:

XS
SM
MD
LG