ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອັງກິດ ຄາດວ່າ ຈະອະນຸມັດ ຢາວັກຊີນ ຂອງບໍລິສັດ AstraZeneca ໃນອາທິດນີ້


ຫຼອດຢາທົດລອງ ທີ່ມີກາຂອງຢາວັກຊີນ ທີ່ເຫັນໄດ້ຕັ້ງຢູ່ຕໍ່ໜ້າ ສັນຍາລັກ ຂອງບໍລິສັດ AstraZeneca ໃນພາບທີ່ສະແດງອັນນີ້, ວັນທີ 9 ກັນຍາ 2020.
ຫຼອດຢາທົດລອງ ທີ່ມີກາຂອງຢາວັກຊີນ ທີ່ເຫັນໄດ້ຕັ້ງຢູ່ຕໍ່ໜ້າ ສັນຍາລັກ ຂອງບໍລິສັດ AstraZeneca ໃນພາບທີ່ສະແດງອັນນີ້, ວັນທີ 9 ກັນຍາ 2020.

ເຈົ້າໜ້າທີ່ຂອງອັງກິດ ຄາດວ່າ ຈະອະນຸມັດຢາວັກຊີນປ້ອງກັນໄວຣັສໂຄໂຣນາຂອງບໍລິສັດ ອາສຕຣາຊີເນກາ ໃນອາທິດນີ້ ແລະຫົວໜ້າຂອງບໍລິສັດໄດ້ກ່າວວ່າ ມັນຈະມີປະສິດທິພາບຕໍ່ໄວຣັສຊ່ຳໆ ກັບຢາວັກຊີນຂອງຟາຍເຊີຣ-ໄບໂອເອັນເທັກ ແລະໂມເດີຣນາ.

ປະທານບໍລິຫານຂອງອາສຕຣາຊີເນກາ ທ່ານປາສກາລ ຊໍຣີອັອຕໄດ້ກ່າວຕໍ່ໜັງສືພິມ ໄທມສ໌ປະຈຳວັນອາທິດ ວ່າ ບໍລິສັດ ໄດ້ “ຄົ້ນພົບຊຸດຢາທີ່ດີເລີດ ແລະວິທີທີ່ໃຫ້ມີປະສິດທິພາບສູງ ທີ່ວ່າ ຫຼັງຈາກໄດ້ຮັບສອງໂດສ ກໍແມ່ນສູງເທົ່າກັບຢາອື່ນໆທີ່ມີຢູ່ນັ້ນ.”

ທ່ານກ່າວຕື່ມອີກວ່າ ທ່ານເຊື່ອໝັ້ນວ່າ ຢາວັກຊີນຂອງບໍລິສັດທ່ານນັ້ນ ຍັງມີປະສິດທິພາບຕໍ່ໄວຣັສແບບໃໝ່ດ້ວຍ ຊຶ່ງເປັນໄວຣັສທີ່ຕິດແປດງ່າຍຂຶ້ນ ແລະເປັນສາເຫດເຮັດໃຫ້ທົ່ວໂລກວິຕົກກັງວົນ.

ທ່ານຊໍຣີອັອຕ ໄດ້ເວົ້າວ່າ “ມາເຖິງເວລານີ້ ພວກເຮົາຄິດວ່າ ຢາວັກຊີນນີ້ ຄວນຍັງຄົງມີປະສິດທິພາບຢູ່. ແຕ່ພວກເຮົາບໍ່ສາມາດໝັ້ນໃຈ ສະນັ້ນແລ້ວ ພວກເຮົາກຳລັງທົດລອງອັນນັ້ນ.”

ຢາວັກຊີນຫລ້າສຸດນີ້ ແມ່ນໃກ້ຈະອອກມາ ໃນຂະນະທີ່ໂລກ ພວມຈະຮອດຈຸດຂີດໝາຍທີ່ໜ້າເສົ້າໃຈໂດຍມີຄົນຕິດເຊື້ອໄວຣັສ 80 ລ້ານ 7 ແສນຄົນແລ້ວ ແລະ 1 ລ້ານ 7 ແສນຄົນໄດ້ເສຍຊີວິດຢູ່ໃນທົ່ວໂລກ ອີງຕາມຂໍ້ມູນຂອງມະຫາ ວິທະຍາໄລ ຈອນສ໌ ຮັອບກິນສ໌.

ຢູ່ໃນສະຫະລັດ ມີຄົນຕິດເຊື້ອ 19 ລ້ານຄົນ ໂດຍມີ 330,000 ຄົນເສຍຊີວິດ.

ໃນວັນອາທິດວານນີ້ ປະເທດຈຳນວນນຶ່ງ ໃນສະຫະພາຢູໂຣບ ໄດ້ເລີ້ມສັກຢາກັນໂຄວິດ-19 ແລ້ວ ໂດຍຕັ້ງເປົ້າໝາຍ ທີ່ຈະສັກຢາວັກຊີນໃຫ້ແກ່ປະຊາຊົນຫຼາຍກວ່າ 450 ລ້ານຄົນ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG