ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ບໍລິສັດ ອາສຕຣາເຊເນກາ ແຈ້ງການດັດແກ້ຂໍ້ມູນໃໝ່ ກ່ຽວກັບຢາວັກຊີນກັນໂຄວິດ-19 ຂອງຕົນ


ພວກຄົນລໍຖ້າໃນແຖວ ເພື່ອສັກຢາວັກຊີນ ກັນໂຄວິດ-19 ຂອງ AstraZeneca, ຢູ່ ໂຮງໝໍ ແຊນ ເພໂດຣ, ໃນນະຄອນ ໂລໂກຣໂນ ທາງພາກເໜືອຂອງສະເປນ, ວັນພຸດ ທີ 24 ມີນາ 2021. (AP Photo/Alvaro Barrientos)
ພວກຄົນລໍຖ້າໃນແຖວ ເພື່ອສັກຢາວັກຊີນ ກັນໂຄວິດ-19 ຂອງ AstraZeneca, ຢູ່ ໂຮງໝໍ ແຊນ ເພໂດຣ, ໃນນະຄອນ ໂລໂກຣໂນ ທາງພາກເໜືອຂອງສະເປນ, ວັນພຸດ ທີ 24 ມີນາ 2021. (AP Photo/Alvaro Barrientos)

ເລື້ອງນອງນັນທີ່ມີຢູ່ຕໍ່ເນື່ອງກ່ຽວກັບຢາວັກຊີນກັນໂຄວິດ-19 ຜະລິດຮ່ວມກັນໂດຍບໍລິສັດອາສຕຣາເຊເນກາ ແລະມະຫາວິທະຍາໄລ ອັອກສຝອດໄດ້ຫັນປ່ຽນໄປອີກທິດທາງນຶ່ງ ໃນຕອນແລງວັນພຸດວານນີ້ ເມື່ອຜູ້ຜະລິດຢາ ໄດ້ເປີດເຜີຍຂໍ້ມູນຫຼ້າສຸດ ກ່ຽວກັບປະສິດທິພາບຂອງມັນ.

ຂໍ້ມູນໃໝ່ດັ່ງກ່າວ ໄດ້ອີງໃສ່ການທົດລອງຕົວຈິງຢູ່ຄລີນິກຂັ້ນສຸດທ້າຍຂອງມັນທີ່ພົວພັນກັບຜູ້ເຂົ້າຮ່ວມຫຼາຍກວ່າ 30,000 ຄົນຢູ່ໃນສະຫະລັດ ຊຶ່ງສະແດງໃຫ້ເຫັນວ່າ ການສັກຢາວັກຊີນສອງໂດສ ແມ່ນມີປະສິດທິພາບເຖິງ 76 ເປີເຊັນໃນການປ້ອງກັນອາການຕ່າງໆຂອງໄວຣັສໂຄໂຣນາ.

ຕົວເລກຫລ້າສຸດໄດ້ດັດແກ້ການປະກາດ ທີ່ບໍລິສັດເພສັດຊະກຳຍັກໃຫຍ່ ຂອງອັງກິດແລະສະວີເດັນໄດ້ປະກາດອອກໄປເມື່ອວັນຈັນຜ່ານມາ ທີ່ວ່າຢາວັກຊີນມີປະສິດທິພາບເຖິງ 79 ເປີເຊັນໃນການຕໍ່ຕ້ານໄວຣັສ. ການກ່າວອ້າງເຫຼົ່ານັ້ນໄດ້ ສົ່ງຜົນໃຫ້ເກີດຄວາມສົງໄສ ໃນບໍ່ເທົ່າໃດຊົ່ວໂມງຕໍ່ມາ ເມື່ອອົງການກວດກາທີ່ສຳຄັນຂອງລັດຖະບານສະຫະລັດ ກໍຄືຄະນະກຳມະການຕິດຕາມເບິ່ງຂໍ້ມູນແລະ ຄວາມປອດໄພ ໄດ້ກ່າວວ່າ ບໍລິສັດອາສຕຣາເຊເນກາ “ອາດຈະລວບລວມເອົາຂໍ້ມູນເກົ່າທີ່ລ້າສະໄໝໃສ່” ຈາກຂັ້ນຕອນສຸດທ້າຍ ໃນການທົດລອງທາງຄລີນິກ “ຊຶ່ງອາດຈະເຮັດໃຫ້ມີທັດສະນະທີ່ບໍ່ຄົບຖ້ວນຂອງຂໍ້ມູນດ້ານປະສິດທິຜົນ.”

ຖະແຫລງການຈາກຄະນະກຳມະການຂອງບັນດານັກວິຊາການທີ່ເປັນອິດສະຫຼະນັ້ນ ເປັນຄວາມລົ້ມແຫລວຄັ້ງຫລ້າສຸດສຳລັບຢາວັກຊີນ ອັອກສ໌ຝອດ-ອາສຕຣາເຊເນກາ ຊຶ່ງໄດ້ປະສົບກັບບັນຫາ ເມື່ອມັນໄດ້ຖືກນຳອອກມາໃຊ້ຢູ່ຕ່າງປະເທດ. ບັນດາປະເທດໃນຢູໂຣບຈຳນວນນຶ່ງ ເມື່ອມໍ່ມານີ້ ໄດ້ຍຸຕິການນຳໃຊ້ຢາວັກຊີນ ອັອກຝອດ-ອາສຕຣາເຊເນກາ ຍ້ອນບົດລາຍງານທີ່ວ່າ ມັນພົວພັນກັບການເປັນເລືອດກ້າມກັບພວກຜູ່ທີ່ໄດ້ສັກຢາວັກຊີນ. ອາຟຣິກໃຕ້ ກໍໄດ້ຍຸຕິການນຳໃຊ້ຢາວັກຊີນນັ້ນ ຍ້ອນຄວາມເປັນຫ່ວງກ່ຽວກັບປະສິດທິພາບຂອງມັນ ໃນການຕໍ່ຕ້ານໄວຣັສໂຄວິດ-19 ສາຍພັນໃໝ່ຢູ່ໃນທ້ອງຖິ່ນ. ປະເທດນີ້ ໄດ້ຂາຍຢາວັກຊີນ ອັອກສ໌ຝອດ-ອາສຕຣາເຊເນກາກັນໂຄວິດຂອງຕົນຢ່າງໜ້ອຍ 1 ລ້ານໂດສໃຫ້ແກ່ສະຫະພາບອາຟຣິກາ.

ເຖິງຢ່າງໃດກໍຕາມ ອົງການການແພດຂອງຢູໂຣບ ຊຶ່ງເປັນອົງການຈັດຕັ້ງທີ່ໃຫ້ ການອະນຸມັດຢາຂອງສະຫະພາບຢູໂຣບ ໄດ້ກ່າວວ່າ ຢາວັກຊີນນັ້ນ ແມ່ນປອດໄພ ແລະໂດຍລວມແລ້ວ ບໍ່ເພີ້ມຄວາມສ່ຽງຂອງເລືອດກ້າມ. ອົງການສາທາລະ ນະສຸກຂອງລັດຖະບານການາດາ ໄດ້ປະກາດໃນວັນພຸດວານນີ້ວ່າ ຕົນກຳລັງປັບປ່ຽນປ້າຍຄຳເຕືອນຂອງແກ້ວຢາວັກຊີນອັອກສ໌ຝອດ-ອາສຕຣາເຊເນກາໃຫ້ມີຂໍ້ມູນກ່ຽວກັບ “ລາຍງານຂອງເລືອດກ້າມທີ່ບໍ່ຄ່ອຍເກີດຂຶ້ນຫຼາຍ.”

ແຕ່ກໍໄດ້ສືບຕໍ່ຢືນຢັນເຖິງຄວາມປອດໄພຂອງຢາວັກຊີນ ແລະປະສິດທິພາບໃນການຕໍ່ຕ້ານໂຄວິດ-19.

ອົງການອະນາໄມໂລກ ໃນທີ່ສຸດກໍໄດ້ແນະນຳໃຫ້ໃຊ້ຢາວັກຊີນອັອກຝອດ-ອາສ ຕຣາເຊເນກາໃນການຕໍ່ຕ້ານໄວຣັສໂຄໂຣນາສາຍພັນໃໝ່ ແລະໄດ້ກ່າວວ່າ ຕົນກຳລັງພິຈາລະນາເບິ່ງຜົນປະໂຫຍດ ຂອງຢາວັກຊີນ ຈະມີຫຼາຍກວ່າຄວາມສ່ຽງຂອງມັນນັ້ນຫຼືບໍ່.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG