ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຢາວັກຊິນ ອາສຕຣາເຊເນກາ ປ້ອງກັນໂຄວິດ-19 ໄດ້ຜົນ 100 ເປີເຊັນ ຕ້ານພະຍາດທີ່ຮ້າຍແຮງ ແລະການເຂົ້າໂຮງໝໍ


ເຈົ້າໜ້າທີ່ການແພດຄົນນຶ່ງ ກຳລັງສັກຢາວັກຊີນອາສຄຣາເຊເນກາ ປ້ອງກັນໂຄວິດ-19 ໃຫ້ແກ່ຄົນຜູ້ນຶ່ງ.
ເຈົ້າໜ້າທີ່ການແພດຄົນນຶ່ງ ກຳລັງສັກຢາວັກຊີນອາສຄຣາເຊເນກາ ປ້ອງກັນໂຄວິດ-19 ໃຫ້ແກ່ຄົນຜູ້ນຶ່ງ.

ບໍລິສັດອາສຕຣາເຊເນກາ ກ່າວໃນວັນຈັນມື້ນີ້ວ່າ ຜົນຂອງການທົດລອງສັກຢາ ວັກຊີນກັນໂຄວິດ-19 ຂອງຕົນ ໄດ້ໃຫ້ຫລັກຖານວ່າການສັກຢາຂອງຕົນ ໄດ້ມີ ປະສິດທິຜົນ “100 ເປີເຊັນ ໃນການຕ້ານເຊື້ອພະຍາດທີ່ຮ້າຍແຮງຫຼືເປັນອັນຕະ ລາຍທີ່ສຸດ ແລະການເຂົ້າໂຮງໝໍ.”

ບໍລິສັດອາສຕຣາເຊເນກາກ່າວຢູ່ໃນຖະແຫຼງການວ່າ ການວິເຄາະໃນດ້ານຄວາມ ປອດໄພ ແລະປະສິດຜົນ ໄດ້ອີງໃສ່ຜູ້ເຂົ້າຮ່ວມ 32,449 ຄົນຂອງການທົດລອງ ຢູ່ໃນສະຫະລັດ. “ປະສິດທິຜົນຂອງຢາວັກຊີນນີ້ແມ່ນສອດຄ່ອງ ໃນໝູ່ຊົນຊາດຊົນ ເຜົ່າແລະອາຍຸ. ໂດຍສະເພາະ ບັນດາຜູ້ເຂົ້າຮ່ວມທີ່ມີອາຍຸ 65 ປີ ແລະແກ່ກວ່າ ນັ້ນ ປະສິດທິຜົນຂອງຢາວັກຊີນແມ່ນ 80 ເປີເຊັນ” ນັ້ນຄືຄຳເວົ້າທີ່ກ່າວຢູ່ໃນຖະ ແຫຼງການ.

ບໍລິສັດອາສຕຣາເຊເນກາ ກ່າວວ່າ “ຢາວັກຊີນຕ້ານທານໄດ້ດີ ແລະການສັງເກດ ຂອງຄະນະກຳມະການຄວາມປອດໄພຂໍ້ມູນອິດສະຫຼະ (DSME) ໄດ້ພິສູດວ່າບໍ່ມີ ຄວາມເປັນຫ່ວງທີ່ພົວພັນກັບຢາວັກຊີນນີ້.”

ການທົດລອງຢູ່ໃນສະຫະລັດຍັງສະແດງໃຫ້ເຫັນວ່າ ການສັກຢາວັກຊີນອາສຕຣາ ເຊເນກາກັນໂຄວິດ-19 ແມ່ນປອດໄພ ແລະມີປະສິດທິຜົນ 79 ເປີເຊັນ ໃນການປ້ອງກັນອາການຂອງໄວຣັສໂຄໂຣນາ ອີງຕາມມະຫາວິທະຍາໄລອັອກສຝອດ ໃນປະເທດອັງກິດ ທີ່ເປັນບໍລິສັດຜູ້ພັດທະນາຢາວັກຊີນດັ່ງກ່າວ.

ຫຼາຍປະເທດຢູໂຣບ ຫວ່າງມໍ່ໆມານີ້ໄດ້ຢຸດໃຊ້ຢາວັກຊີນອາສຕຣາເຊເນກາ ເພາະ ມີລາຍງານວ່າ ໄດ້ພົວພັນເຮັດໃຫ້ເກີດເລືອດກ້າມ ຕໍ່ບັນດາຜູ້ເຂົ້າຮ່ວມ.

ອົງການຢາຂອງຢູໂຣບ (EMA) ເຖິງຢ່າງໃດກໍຕາມ ໄດ້ກ່າວວ່າຢາວັກຊີນເປັນທີ່ ປອດໄພ ແລະບໍ່ໄດ້ມີການເຕືອນຫຍັງຕື່ມກ່ຽວກັບລະດັບຄວາມສ່ຽງຕໍ່ເລືອດກ້າມ.

ໃນອາທິດແລ້ວນີ້ ຝຣັ່ງ ເຢຍຣະມັນ ແລະອີຕາລີ ໄດ້ເລີ້ມການໃຊ້ຢາວັກຊີນດັ່ງກ່າວຄືນແລ້ວ.

ອົງການອະນາໄມໂລກ (WHO) ຫຼັງຈາກນັ້ນ ໄດ້ສະເໜີໃຫ້ໃຊ້ການສັກຢາອາສ ຕຣາເຊເນກາ ຕ້ານສາຍພັນໃໝ່ຂອງໄວຣັສໂຄໂຣນາ. ນອກນັ້ນຍັງກ່າວວ່າ ຕົນ ພິຈາລະນາວ່າ ຜົນປະໂຫຍດຂອງການສັກຢາອາສຕຣາເຊເນກາ ແມ່ນສູງກວ່າ ຄວາມສ່ຽງ.

ອາຟຣິກາໃຕ້ໄດ້ຢຸດເຊົາການສັກຢານີ້ ເນື່ອງຈາກມີຄວາມເປັນຫ່ວງກ່ຽວກັບປະສິດທິຜົນ ໃນການຕ້ານສາຍພັນໃໝ່ຢູ່ໃນທ້ອງຖິ່ນຂອງເຊື້ອໄວຣັສ. ປະເທດດັ່ງ ກ່າວໄດ້ຂາຍຢາວັກຊິນກັນໂຄວິດ ອາສຕຣາເຊເນກາ ຢ່າງໜ້ອຍ ນຶ່ງລ້ານໂດສໃຫ້ແກ່ສະຫະພາບອາຟຣິກາ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG