ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ກ້ອນຫີນໃຫຍ່ ຈະໂຄຈອນ ເຂົ້າມາ ໃກ້ໆໂລກ (ວີດິໂອ)


ກ້ອນຫິນຂະໜາດໃຫຍ່ຈາກອະວະກາດ ຈະໂຄຈອນມາໃກ້ໆໂລກ
ກ້ອນຫິນຂະໜາດໃຫຍ່ຈາກອະວະກາດ ຈະໂຄຈອນມາໃກ້ໆໂລກ
ອົງການອະວະກາດຂອງສະຫະລັດຫຼື NASA ກ່າວວ່າ ຈະມີກ້ອນ
ຫີນ ຂະໜາດໃຫຍ່ກ້ອນນຶ່ງ ໂຄຈອນຜ່ານໂລກ ໃນໄລຍະໃກ້ເປັນ
ພິເສດ ໃນອາທິດໜ້ານີ້ ແຕ່ຜູ້ໃດກໍຕາມ ບໍ່ຈຳເປັນຕ້ອງພາກັນໄປ
ຫຼົບລີ້ຫຼືເຂົ້າໄປອາໄສຢູ່ໃນຖໍ້າ.

ຫີນກ້ອນດັ່ງກ່າວນີ້ຈະໂຄຈອນຜ່ານມະຫາສະມຸດອິນເດຍສູງປະ
ມານ 27,520 ກິໂລແມັດ ໃນວັນສຸກ ທີ 15 ກຸມພາ ໃນເວລາ ປະ
19 ໂມງ 24 ນາທີ ຕາມເວລາມາດຕະຖານສາກົນ ຊຶ່ງພວກນັກວິ
ທະຍາສາດຂອງອົງການ NASA ກ່າວຢໍ້າວ່າ ບໍ່ມີໂອກາດເລີຍທີ່ ຫີນຈາກອະວະກາດຊຶ່ງມີເສັ້ນຜ່າສູນກາງປະມານ 45 ແມັດກ້ອນ
ນີ້ຈະໂຄຈອນເຂົ້າມາຕຳໂລກມະນຸດເຮົາ.

ຫີນຈາກອະວະກາດກ້ອນດັ່ງກ່າວແມ່ນນ້ອຍຫຼາຍທີ່ຈະມອງເຫັນດ້ວຍຕາເປົ່າໄດ້ ໃນຂະນະ
ທີ່ມັນໂຄຈອນຜ່ານໂລກເຮົາໄປດ້ວຍຄວາມໄວ ແຕ່ຖ້າຫາກເບິ່ງຜ່ານກ້ອງໂທລະທັດ ຈະປະ ກົດວ່າ ມີຂະໜາດທໍ່ກັນກັບດາວທີ່ຢູ່ໃນໄລຍະໄກ ຂະນະທີ່ຫີນກ້ອນນີ້ໂຄຈອນຜ່ານທ້ອງຟ້າ ຄືປະມານ 8 ເທື່ອໄວກວ່າລູກປືນນັ້ນໃນລະ ດັບທີ່ຕໍ່າກວ່າວົງໂຄຈອນຂອງດາວທຽມສື່ສານ ຄົມມະນາຄົມສ່ວນໃຫຍ່.

ອົງການ NASA ເວົ້າວ່າ ນີ້ແມ່ນນຶ່ງໃນບັນດາກ້ອນຫີນຈາກອະວະກາດ ທີ່ໃຫຍ່ທີ່ສຸດ ທີ່ໄດ້ ໂຄຈອນເຂົ້າມາໃກ້ໆໂລກ ແຕ່ກ້ອນອື່ນໆ ທີ່ໃຫຍ່ກວ່ານີ້ຫຼາຍເທົ່າ ເຄີຍໂຄຈອນເຂົ້າມາຕຳ ກັບພື້ນຜິວຂອງໂລກເຮົາເມື່ອຫຼາຍລ້ານປີຜ່ານມາຊຶ່ງໄດ້ສ້າງຄວາມຫາຍານະຢ່າງຮ້າຍແຮງ ໃຫ້ແກ່ໂລກມະນຸດເຮົານັ້ນ.

ຫີນຈາກອະວະກາດກ້ອນຫຼ້າສຸດ ທີ່ໄດ້ສ້າງຄວາມເສຍຫາຍຢ່າງໃຫຍ່ ໄດ້ເກີດລະເບີດຂຶ້ນ ເວລາກະທົບກັບພື້ນດິນຂອງໂລກ ໃນເຂດປ່າຕຶບໄຊບີເຣຍ ໃນປີ 1908.

NASA: Asteroid to Pass Very Near Earth
please wait

No media source currently available

0:00 0:02:11 0:00
ລິງໂດຍກົງ

ກ່ຽວຂ້ອງກັນ

XS
SM
MD
LG