ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການ​ບຸກ​ໂຈມ​ຕີ ຕໍ່​ຄະ​ນະ​ຜູ້ນຳ ​ກຸ່ມ​ລັດ​ອິ​ສ​ລາມ ​ຍັງ​ບໍ່​ທັນ​ສິ້ນ​ສຸດເທື່ອ


ລົດ​ຫຼາຍ​ຄັນ ເຫັນ​ໄດ້​ວ່າ ຈອດ​ຢູ່​ໃກ້​ກັບ​ລົດ​ກະ​ບະ​ທີ່​ໄດ້​ຖືກ​ທຳ​ລາຍ ​ຢູ່​ໃນ​ພື້ນ​ທີ່ ບ່ອນ​ທີ່ ທ້າວ ອາ​ບູ ຮາ​ສຊານ ອາ​ລ-ມູ​ຮາ​ເຈຍ ໂຄ​ສົກ​ຂອງ​ກຸ່ມ ໄອ​ແອັ​ສ ທີ່​ໄມີ​ລາຍ​ງານ​ວ່າ ຖືກ​ສັງ​ຫານ​ໃນ​ການ​ບຸກກວດ​ຄົ້ນ​ ໃນ​ບ້ານ ໄອ​ນ໌ ອາ​ລ-ເບ​ດາ ​ຢູ່​ໃກ້​ກັບ​ເ​ມືອງ​ຈາ​ຣາບ​ລຸ​ສ.
ລົດ​ຫຼາຍ​ຄັນ ເຫັນ​ໄດ້​ວ່າ ຈອດ​ຢູ່​ໃກ້​ກັບ​ລົດ​ກະ​ບະ​ທີ່​ໄດ້​ຖືກ​ທຳ​ລາຍ ​ຢູ່​ໃນ​ພື້ນ​ທີ່ ບ່ອນ​ທີ່ ທ້າວ ອາ​ບູ ຮາ​ສຊານ ອາ​ລ-ມູ​ຮາ​ເຈຍ ໂຄ​ສົກ​ຂອງ​ກຸ່ມ ໄອ​ແອັ​ສ ທີ່​ໄມີ​ລາຍ​ງານ​ວ່າ ຖືກ​ສັງ​ຫານ​ໃນ​ການ​ບຸກກວດ​ຄົ້ນ​ ໃນ​ບ້ານ ໄອ​ນ໌ ອາ​ລ-ເບ​ດາ ​ຢູ່​ໃກ້​ກັບ​ເ​ມືອງ​ຈາ​ຣາບ​ລຸ​ສ.

ບັນ​ດາ​ຜູ້​ນຳ​ອະ​ວຸ​ໂສ​ຂອງ​ກຸ່ມ​ລັດ​ອິ​ສ​ລາມ ຢູ່ໃນ​ຊີ​ເຣຍ ກຳ​ລັງ​ຖືກຕ້ອງ​ຕິ​ຢ່າງ​ໜັກ ສ່ວນ​ນຶ່ງກໍຍ້ອນ ສິ່ງ​ທີ່​ປາ​ກົດ​ວ່າ ເປັນ​ການ​ບຸກ​ກວດ​ລ້າງຢ່າງ​ຮີບ​ດ່ວນ ພວກ​ມັນ​ສະ​ໝອງ​ຂອງ​ກຸ່ມກໍ່​ການ​ຮ້າຍດັ່ງ​ກ່າວ.

ກອງ​ກຳ​ລັງ​ປະ​ຊາ​ທິ​ປະ​ໄຕ​ຊີ​ເຣຍ ຫຼື SDF ທີ່​ເປັນ​ພັນ​ທະ​ມິດ​ຂອງ​ສະ​ຫະ​ລັດ ໄດ້​ຮັບ​ຄວາມ​ຊົມ​ເຊີຍ ​ໃນ​ການ​ຊ່ອຍເຫຼືອກຳ​ລັງ​ສະ​ຫະ​ລັດ ​ກຳ​ຈັດຜູ້​ນຳກຸ່ມ​ລັດ​ອິ​ສ​ລາມ ອາ​ບູ ບາກ​ຄ໌ ອາ​ລ-ບາກ​ດາ​ດີ ແລະ​ໂຄ​ສົກ​ຂອງ​ກຸ່ມ​ລັດ​ອິ​ສ​ລາມ ທ້າວ​ອາ​ບູ ຮາ​ສ​ຊານ ອາ​ລ-ມູ​ຮາ​ເຈຍ ​ຊຶ່ງ ​ກຳ​ລັງ SDF ​ໄດ້​ກ່າວໄປ ​ໃນ​ວັນ​ຈັນ​ວານນີ້ ວ່າ ຕົນ​ໄດ້​ດຳ​ເນີນ​ການ​ບຸກກວດ​ຄົ້ນ ຫຼາຍບັ້ນລຽນ​ຕິດ ໃນ​ການ​ຕາມລ່າຫາພວກ ຫົວ​ໜ້າ​ກຸ່ມດັ່ງ​ກ່າວ​ຜູ້​ສຳ​ຄັນໆ ​ເພື່ອຈັບຕົວ​ເປັນຫຼື​ຕາຍ ມາ​ໃຫ້ໄດ້.

“​ເປັນ​ການ​ບຸກກວດ​ຄົ້ນ​ທີ່​ປະ​ສົບ​ຜົນ​ສຳ​ເລັດ​ອີກ​ຄັ້ງ​ນຶ່ງ ທີ່​ແນ​ເປົ້າ​ໝາຍ​ໃສ່ ແລະ​ຈັ​ບ​ກຸມ ພວກ​ສະ​ມາ​ຊິກອະ​ວຸ​ໂສ​ຂອງ​ກຸ່ມ ISIS ຫຼື​ລັດ​ອິ​ສ​ລາມ” ນັ້ນ ​ແມ່ນ​ຂໍ້​ຄວາມ​ຂອງ ທ່ານ ມຸ​ສ​ຕາ​ຟາ ບາ​ລີ ໂຄ​ສົກ​ຂອງກອງກຳ​ລັງ SDF ທີ່ໄດ້​ກ່າວ​ຢູ່​ໃນ​ທວີດ​ເຕີ້ ໂດຍ​ການ​ໃຊ້​ອັກ​ສອນ​ຫຍໍ້​ສຳ​ລັບ​ກຸ່ມກໍ່​ການ​ຮ້າຍ ຊຶ່ງ​ຍັງ​ຮູ້​ຈັກ​ກັນ​ໃນ​ອັກ​ສອນ​ຫຍໍ້ IS ຫຼື ໃນ​ພາ​ສາ​ອາ​ຣັບວ່າ ດາ​ແອັ​ສ ນັ້ນ. ທ່ານ ມຸ​ສ​ຕາ​ຟາ ບາ​ລີ ຂຽນ​ອີກວ່າ “ຈຳ​ພວກ​ທີ່ບໍ່​ໄດ້​ຖືກ​ຂ້າ​ຕາຍນັ້ນ ​ກໍຈະ​ຖືກ​ຈັບ​ກຸມ​. ອາ​ຊະ​ຍາ​ກຳ​ທັງ ຫຼາຍ​ຂອງ​ພວກກໍ່​ການ​ຮ້າຍ​ດາ​ແອັສ​ນັ້ນ ຈະ​ຖືກ​ປ່ອຍ​ປະ​ໄປ ໂດຍບໍ່ໄດ້​ຖືກ​ລົງ​ໂທດບໍ່​ໄດ້.”

ຄຳ​ເວົ້າ ກ່ຽວ​ກັບ​ປະ​ຕິ​ບັດ​ການ​ຕໍ່​ຕ້ານ​ກຸ່ມກໍ່​ການ​ຮ້າຍ ໄດ້​ປາ​ກົດ​ອອກ​ມາບໍ່​ດົນ ຫຼັງ​ຈາກ​ເຈົ້າ​ໜ້າ​ທີ່​ອະ​ວຸ​ໂສ​ທ່ານ​ນຶ່ງ​ຈາກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ໄດ້​ຍົກ​ຍ້ອງ ກອງ​ກຳ​ລັງ SDF ວ່າ ​“ມີ​ບົດ​ບາດທີ່ສຳ​ຄັນ​” ໃນ​ການ​ອຳ​ນວຍ​ໃຫ້​ການ​ບຸກ​ໂຈມ ຕີຂອງ​ສະ​ຫະ​ລັດ ຕໍ່​ຖານ​ທີ່​ໝັ້ນ​ຂອງ​ທ້າວ​ບາກ​ດາ​ດີ ຢູ່​ໃນ​ເມືອງ​ບາ​ຊີ​ຣາ ຂອງ​ຊີ​ເຣຍ ຊຶ່ງ​ນຳ​ໄປ​ສູ່​ການ​ສັງ​ຫານ ​ຜູ້​ນຳ​ຂອງ​ກຸ່ມ​ລັດ​ອິ​ສ​ລາມນັ້ນ.

ເຈົ້າ​ໜ້າ​ທີ່​ທ່ານນີ້ ຍັງ​ໄດ້​ຢືນ​ຢັນ ຂໍ້​ກ່າວ​ອ້າງ​ຂອງ​ກອງກຳ​ລັງ SDF ທີ່​ວ່າ ກຳ​ລັງ​ຂອງ​ຕົນ ໄດ້​ສັງ​ຫານ​ໂຄ​ສົກ​ຂອງ​ກຸ່ມ IS ໃນ​ປະ​ຕິ​ບັດ​ການ​ອີກ​ສ່ວນ​ນຶ່ງ​ຕ່າງ​ຫາກ ເມື່ອ​ວັນ​ອາ​ທິດ ໃນ​ເມືອງຈາ​ຣາ​ບລຸ​ສ ​ຢູ່​ໃກ້ໆ​ກັບ​ເຂດ​ຊາຍ​ແດນ​ລະ​ຫວ່າງ​ຊີ​ເຣຍ ແລະ​ເທີ​ກີ.

ບັນ​ດ​າ​ເຈົ້າ​ໜ້າ​ທີ່​ທຳ​ນຽບ​ຫ້າ​ແຈ ໄດ້​ປະ​ຕິ​ເສດ​ຕໍ່​ການ​ມີ​ສ່ວນ​ກ່ຽວ​ຂ້ອງ​ໃດໆ ໃນ​ການ​ໂຈ​ມ​ຕີ ຊຶ່ງ​ນັກ​ລົບ​ຂອງ IS ຜູ້​ທີ​ສອງ ໄດ້​ຖືກ​ສັງ​ຫານ ແລະ​ຜູ້​ທີ​ສາມ ຖືກ​ຈັບ​ຕົວ​ໄດ້​ນັ້ນ ຫາກ​ແຕ່​ວ່າ ກະ​ຊວງ​ການ​ຕ່າງ​ປະ​ເທດ ໄດ້​ກ່າວ​ວ່າ ກຳ​ລັງ​ຂອງ​ສ​ະ​ຫະ​ລັດ ໄດ້​ມີ​ສ່ວນ​ພົວ​ພັນນຳ​ດ້ວຍ.

ເມື່ອ​ຕອນ​ເຊົ້າ​ວັນ​ຈັນ​ວານນີ້ ລັດ​ຖະ​ມົນ​ຕີກະ​ຊວງ​ປ້ອງ​ກັນປະ​ເທດ​ຂອງ​ສະ​ຫະ​ລັດ ທ່ານ​ມາກ​ຄ໌ ແອັ​ສ​ເປີ​ ໄດ້​ສັນ​ລະ​ເສີນ ການ​ບຸກ​ເຂົ້າ​ໂຈມ​ຕີຂອງ​ສ​ະ​ຫະ​ລັດ ທີ່​ໄດ້​ສັງ​ຫານ​ທ້າວ ບາກ​ດາ​ດີ ນັ້ນ​ວ່າເປັນ “​ການ​ສ້າງ​ຄວາມ​ເສຍ​ຫາຍ​ຢ່າງ​ໜັກ ຕໍ່​ກຸ່ມ ISIS ທີ່​ຍັງ​ຫລົງ​ເຫຼືອ” ແລະ​ໄດ້​ໃຫ້​ຄຳ​ໝັ້ນ​ສັນ​ຍາ​ວ່າ ສະ​ຫະ​ລັດ ຈະ​ສືບ​ຕໍ່​ພົວ​ພັນ​ຕິດ​ຕໍ່​ຢ່າງ​ໃກ້​ຊິດ ກັບ​ກອງ​ກຳ​ລັງ SDF.

ທ່ານ​ແອັ​ສ​ເປີ ໄດ້​ກ່າວ​ໃນ​ຂະ​ນະ​ຢູ່​ທີ່ກອງ​ປະ​ຊຸມ​ແຈ້ງ​ໃຫ້​ຊາບ​ຕໍ່​ບັນ​ດາ​ນັກ​ຂ່າວ​ວ່າ “ການ​ເສຍ​ຊີ​ວິດ​ຂອງ​ທ້າວ​ບາກ​ດາ​ດີ ຈະ​ບໍ່​ສາ​ມາດກວດ​ລ້າງ ການກໍ່​ການ​ຮ້າຍຈາກ​ໂລກ​ໄດ້ ຫຼື ຍຸ​ຕິ​ບັນ​ຫາ​ຂັດ​ແຍ້ງ​ທີ່​ຍັງ​ສືບ​ຕໍ່​ໄປ​ໃນ​ຊີ​ເຣຍ. ແຕ່​ມັນ​ຈະ​ເປັນ​ທີ່​ແນ່ນອນ​ວ່າ ໄດ້​ສົ່ງ​ສັນ​ຍານ ໄປ​ໃຫ້​ຈຳ​ພວກ​ຜູ້​ທີ່ຍັງ​ມີ​ຂໍ້​ຂອງ​ໃຈ ກ່ຽວ​ກັບ​ຄວາມ​ມຸ້ງ​ໝັ້ນ​ຂອງ​ອາ​ເມ​ຣິ​ກາ.”

ສາຍ​ສຳ​ພັນ ລະ​ຫວ່າງ​ສ​ະ​ຫະ​ລັດ ແລະ ກອງ​ກຳ​ລັງ SDF ທີ່​ນຳ​ພາ​ໂດຍ​ຊາວ​ເຄີດ​ສ່ວນ​ໃຫຍ່ ແມ່ນ​ຍັງ​ພ້ອມ​ທີ່​ຈະ​ປົກ​ປ້ອງກອງ​ກຳ​ລັງ​ຂອງ​ຕົນໃນ​ຂົງ​ເຂດ ຕໍ່​ສູ້​ຕ້ານ ກຳ​ລັງລະ​ບອບ​ການ​ປົກ​ຄອງ​ຂອງ​ຊີ​ເຣຍ ຫຼື ກຳ​ລັງ​ຂອງ​ຣັດ​ເຊຍ ທີ່​ຍັງ​ປະ​ຕິ​ບັດ​ການ​ຢູ່​ໃນ​ຂົງ​ເຂດ.

ອ່ານ​ຂ່າວນີ້​ຕື່ມ ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG