ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ການບຸກເຂົ້າໄປ ໃນລັດຖະສະພາ ອາດພາໃຫ້ ມີການແຜ່ລະບາດ ຂອງໂຄວິດ-19 ຂະໜາດໃຫຍ່


ຜູ້ສະໜັບສະໜູນປະທານາທິບໍດີ ດໍໂນລ ທຣໍາ ຍ່າງລົງຂັ້ນໄດ ຢູ່ນອກຫ້ອງການສະມາຊິດສະພາສູງໃນຂະນະຄວາມຮຸນແຮງກຳລັງດຳເນີນຢູ່ໃນວັນທີ 6 ມັງກອນ 2021
ຜູ້ສະໜັບສະໜູນປະທານາທິບໍດີ ດໍໂນລ ທຣໍາ ຍ່າງລົງຂັ້ນໄດ ຢູ່ນອກຫ້ອງການສະມາຊິດສະພາສູງໃນຂະນະຄວາມຮຸນແຮງກຳລັງດຳເນີນຢູ່ໃນວັນທີ 6 ມັງກອນ 2021

ບັນດານັກວິຊາການດ້ານການແພດ ແລະນັກວິທະຍາສາດອື່ນໆ ມີຄວາມເປັນ ຫ່ວງ ທີ່
ການບຸກເຂົ້າໄປໃນລັດຖະສະພາໃນວັນພຸດທີ່ຜ່ານມາ ອາດໄດ້ເປັນເຫດການ ທີ່ພາໃຫ້ມີການ
ແຜ່ລະບາດຂອງໂຄວິດ-19 ຂະໜາດໃຫຍ່.

ພວກປະທ້ວງທີ່ກໍ່ຄວາມວຸ້ນວາຍທີ່ໄດ້ພາກັນບຸກເຂົ້າໄປໃນຫ້ອງໂຖງ ແລະຫ້ອງການ
ຂອງສະມາຊິກສະພານັ້ນ ສ່ວນໃຫຍ່ບໍ່ໄດ້ໃສ່ໜ້າກາກ ແລະບໍ່ມີການຢືນຢູ່ຫ່າງກັນ.

ຍານາງແອນ ຣີມວຍ (Anne Rimoin) ຜູ້ຊ່ຽວຊານດ້ານການແຜ່ລະບາດ ຢູ່ ມະຫາວິທະ
ຍາໄລຄາລິຟໍເນຍ ທີ່ນະຄອນລອສແອນເຈີລິສ ກ່າວຕໍ່ໜັງສືພິມນິວຢອກໄທມ໌ (New York Times) ວ່າ “ຄົນພາກັນຮ້ອງ ແລະໂຮ ຢ່່່່າງຟົດສະໜັ່ນ ດ້ວຍຄວາມຕື່ນເຕັ້ນ ສິ່ງ
ທັງໝົດເຫຼົ່ານີ້ ເຮັດໃຫ້ມີໂອກາດ ສໍາລັບເຊື້ອໄວ ຣັສແຜ່ລະບາດ ແລະເຊື້ອໄວຣັສຈະ
ເອົາໂອກາດເຫຼົ່ານີ້.”

ສູນກາງໄວຣັສໂຄໂຣນາ ຢູ່ມະຫາວິທະຍາໄລຈອນສ໌ ຮັອບກິີນສ໌ ກ່າວໃນຕອນ ແລງວັນ
ພະຫັດວານນີ້ວ່າ ເຊື້ອໄວຣັສໄດ້ເຮັດໃຫ້ມີຜູ້ເສຍຊີວິດຫຼາຍເປັນປະວັດການ 4,085 ຄົນ ຢູ່ໃນສະຫະລັດ ໃນວັນພະຫັດວານນີ້.

ຜູ້ຊ່ຽວຊານດ້ານພະຍາດຕິດແປດ ດຣ. ແອນໂທນີ ຟາວຈີ ກ່າວຢູ່ວິທະຍຸສາທາລະນະແຫ່ງ
ຊາດ (National Public Radio) ໃນການໃຫ້ສຳພາດໃວັນພະຫັດ ວານນີ້ ທີ່ທ່ານເຊື່ອວ່າ
“ສິ່ງເຫຼົ່ານີ້ຈະຂີ້ຮ້າຍລົງໄປຕື່ມ ໃນຂະນະທີ່ເຮົາກ້າວເຂົ້າ ສູ່ເດືອນມັງກອນ.” ຜົນທີ່ອອກມາ
ທ່ານກ່າວເຖິງ “ລະດູການເດີນທາງໃນວັນພັກ ບຸນ ແລະຢູ່ບ່ອນເຕົ້າໂຮມກັນ ທີ່ເປັນບ່ອນ
ສັງສັນໃນຊ່ວງໄລຍະເວລານັ້ນ.”

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG