ບັນດາຜູ້ນຳອະວຸໂສຂອງກຸ່ມລັດອິສລາມ ຢູ່ໃນຊີເຣຍ ກຳລັງຖືກຕ້ອງຕິຢ່າງໜັກ ສ່ວນ
ນຶ່ງ ກໍຍ້ອນສິ່ງທີ່ປາກົດວ່າ ເປັນການບຸກກວດລ້າງຢ່າງຮີບດ່ວນ ພວກມັນສະໝອງຂອງ
ກຸ່ມກໍ່ການຮ້າຍດັ່ງກ່າວ.
ກອງກຳລັງປະຊາທິປະໄຕຊີເຣຍ ຫຼື SDF ທີ່ເປັນພັນທະມິດຂອງສະຫະລັດໄດ້ ຮັບ
ຄວາມຊົມເຊີຍໃນການຊ່ອຍເຫຼືອກຳລັງສະຫະລັດກຳຈັດຜູ້ນຳກຸ່ມລັດອິສລາມ ອາບູ
ບາກຄ໌ ອາລ-ບາກດາດີ ແລະໂຄສົກຂອງກຸ່ມລັດອິສລາມ ທ້າວອາບູ ຮາສຊານ ອາລ-
ມູຮາເຈຍ ຊຶ່ງກຳລັງ SDF ໄດ້ກ່າວ ໃນວັນຈັນທີ່ຜ່ານມາວ່າ ຕົນໄດ້ທຳການບຸກກວດຄົ້ນຫຼາຍບັ້ນລຽນຕິດ ໃນການຕາມລ່າ ທີ່ແນໃສ່ຫົວໜ້າຄົນສຳຄັນໆຂອງກຸ່ມດັ່ງກ່າວ
ເພື່ອຈັບເປັນຫຼືຈັບຕາຍ ພວກເຂົາໃຫ້ໄດ້.
“ການບຸກກວດຄົ້ນທີ່ປະສົບຜົນສຳເລັດອີກຄັ້ງນຶ່ງ ທີ່ແນເປົ້າໝາຍໃສ່ ແລະຈັບກຸມ
ພວກສະມາຊິກອະວຸໂສຂອງກຸ່ມ ISIS ຫຼືລັດອິສລາມ” ທີ່ໂຄສົກກຳລັງ SDF ທ່ານ
ມຸສຕາຟາ ບາລີ ໄດ້ຂຽນຢູ່ໃນທວິດເຕີ້ ໂດຍໃຊ້ອັກສອນ ຫຍໍ້ສຳລັບກຸ່ມກໍ່ການຮ້າຍ
ທີ່ຮູ້ກັນດີວ່າ IS ຫຼື ເປັນພາສາອາຣັບວ່າ ດາແອັສ ນັ້ນ. ທ່ານມຸສຕາຟາ ບາລີ ຂຽນ
ອີກວ່າ “ຈຳພວກທີ່ບໍ່ໄດ້ຖືກຂ້າຕາຍນັ້ນ ກໍຈະຖືກຈັບກຸມ. ອາຊະຍາກຳທັງຫຼາຍຂອງ
ພວກກໍ່ການຮ້າຍດາແອັສນັ້ນ ຈະຖືກປ່ອຍປະໄປ ໂດຍບໍ່ໄດ້ຖືກລົງໂທດ ບໍ່ໄດ້.”
ລາຍລະອຽດແມ່ນຫາຟັງໄດ້ຍາກ ເຖິງແມ່ນວ່າ ພວກເຈົ້າໜ້າທີ່ SDF ໃນວັນອັງຄານ
ວານນີ້ໄດ້ຢືນຢັນວ່າ ການປະຕິບັດງານນຶ່ງ ຢູ່ໃນເມືອງຈາຣາບລັສ ທີ່ຕັ້ງຢູ່ໃກ້ຊາຍ
ແດນເທີກີ ບ່ອນທີ່ໂຄສົກກຸ່ມ IS ໄດ້ຖືກຂ້າຕາຍ.
ອົງການສັງເກດການດ້ານສິດທິມະນຸດຢູ່ໃນຊີເຣຍ ທີ່ມີຫ້ອງການຕັ້ງຢູ່ລອນດອນ ໄດ້
ອ້າງແຫຼ່ງຂ່າວຫຼາຍກະແສ ທີ່ກ່າວວ່າ ເຮືອບິນບໍ່ມີຄົນຂັບ ຫຼື ໂດຣນ ໄດ້ບິນຜ່ານເຂດ
ດັ່ງກ່າວ ກ່ອນທີ່ເຮືອບິນເຮລິຄອບເຕີ ໄດ້ບິນຕ່ຳໆຜ່ານໄປ. ລາຍງານກ່າວວ່າ ເປົ້າ
ໝາຍການປະຕິບັດງານແມ່ນໄດ້ແນໃສ່ຄອບຄົວອີຣັກຄອບຄົວນຶ່ງ.
ກຳລັງ SDF ຍັງໄດ້ຢືນຢັນວ່າ ຕົນໄດ້ອອກປະຕິບັດງານເທື່ອທີສອງຢູ່ທີ່ເມືອງອາຟຣິນ.
ຕໍ່ມາໃນວັນອັງຄານວານນີ້ ປະທານາທິບໍດີດໍໂນລ ທຣຳ ໄດ້ຂຽນລົງໃນທວິດເຕີ້ວ່າ “ຫາ
ກໍຢືນຢັນວ່າ ຜູ້ມາແທນທ້າວ ອາບູ ບາເກີ ອາລ-ບາກດາດີ ນ້ຳເບີນຶ່ງ ນັ້ນ ໄດ້ຖືກກຳຈັດ
ໂດຍກຳລັງອາເມຣິກັນແລ້ວ ຊຶ່ງເບິ່ງຄືວ່າຜູ້ກ່ຽວຈະມາຮັບເອົາໜ້າທີ່ສູງສຸດ ເວລານີ້ລາວ
ໄດ້ຕາຍໄປແລ້ວເຊັ່ນກັນ.”
ພວກເຈົ້າໜ້າທີ່ສະຫະລັດ ກ່າວວ່າ ທ່ານທຣຳໄດ້ກ່າວເຖິງໂຄສົກກຸ່ມ IS ຜູ້ທີ່ໄດ້ຕາຍໄປ
ຊຶ່ງມີການປະກາດເປັນເທຶ່ອທຳອິດ ໂດຍກຳລັງ SDF ໃນວັນອາທິດຜ່ານມານີ້ ແລະໄດ້
ຢືນຢັນໂດຍເຈົ້າໜ້າທີ່ອະວຸໂສກະຊວງຕ່າງປະເທດຄົນນຶ່ງ ໃນວັນຈັນທີ່ຜ່ານມາ.
Senior Islamic State leaders in Syria are coming under fire, part of what appears to be an urgent campaign to gut the terror group's brain trust.
The U.S.-allied Syrian Democratic Forces credited with helping to take out IS leader Abu Bakr al-Baghdadi and IS spokesman Abu Hassan al-Muhajir said Monday it had carried out a series of raids aimed at getting the terror group's key players dead or alive.
"Another successful raid targeting & arresting senior ISIS members," SDF spokesman Mustafa Bali tweeted, using an acronym for the terror group, which is also known as IS or by its Arabic acronym, Daesh. "Those who are not killed will be arrested. Crimes of Daesh terrorists will not go unpunished."
Details have been scarce, though SDF officials on Tuesday confirmed one operation in the town of Jarablus, the Turkish border, where the IS spokesman was killed.
The London-based Syrian Observatory for Human Rights cited sources as saying drones flew over the area before low-flying helicopters swooped in.It said the target of the operation was an Iraqi family.
SDF also confirmed it carried out a second operation in Afrin.
Later Tuesday, President Donald Trump tweeted, "Just confirmed that Abu Bakr al-Baghdadi's number one replacement has been terminated by American troops. Most likely would have taken the top spot - Now he is also Dead!"
U.S. officials said Trump was referring to the IS spokesman, whose death was first announced by the SDF on Sunday and then confirmed by a senior State Department official Monday.