ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ການຂໍລີ້ໄຟໃນສະຖານທູດ ຂອງທ່ານ Assange ໃກ້ເຖິງຈຸດຈົບແລ້ວບໍ?


ເຄື່ອງໝາຍແຫ່ງຊາດຂອງປະເທດ ເອກົວດໍ ຕິດຢູ່ນອກຮົ້ວ ຂອງສະຖານທູດໃນນະຄອນຫຼວງ ລອນດອນ, ອັງກິດ. 18 ຕຸລາ, 2016.
ເຄື່ອງໝາຍແຫ່ງຊາດຂອງປະເທດ ເອກົວດໍ ຕິດຢູ່ນອກຮົ້ວ ຂອງສະຖານທູດໃນນະຄອນຫຼວງ ລອນດອນ, ອັງກິດ. 18 ຕຸລາ, 2016.

ການຕັດສິນໃຈທີ່ຈະຕັດການເຂົ້າເຖິງ ອິນເຕີເເນັດ ຂອງທ່ານ Assange ໂດຍປະເທດ ເອກົວດໍ ແມ່ນສັນຍານໜຶ່ງທີ່ຜູ້ກໍ່ຕັ້ງເວັບໄຊທ໌ WikiLeaks ອາດຈະອາໄສຢູ່ສະຖານທູດ ທີ່ນະຄອນຫຼວງລອນດອນ ປະເທດ ອັງກິດ ຕາມຄວາມຄິດຂອງຄົນ ອັງກິດ ບາງຄົນ.

ບັນດາເຈົ້າໜ້າທີ່ ອັງກິດ ໄດ້ສະແດງຄວາມຜິດຫວັງຕະຫຼອດມາ ຕໍ່ການຕັດສິນໃຈຂອງ ເອກົວດໍ ເມື່ອ 4 ປີກ່ອນ ທີ່ໄດ້ອະນຸຍາດໃຫ້ທ່ານ Assange ລີ້ໄພຢູ່ໃນສະຖານທູດ ເພື່ອ ຫຼົບໜີຈາກການຈັບກຸມ ກ່ຽວກັບ ຂໍ້ກ່າວຫາການທຳຮ້າຍທາງເພດທີ່ທ່ານກຳລັງປະເຊີນ ໜ້າຢູ່ໃນປະເທດ ສວີເດັນ.

ທ່ານ Davis Lewin, ນັກວິເຄາະທາງການທູດ ທີ່ບໍລິສັດຄະນະວິໄຈສັງຄົມ Henry Jackson ຂອງ ລອນດອນ ກ່າວວ່າ “ຂ້າພະເຈົ້າຫວັງວ່າ ນີ້ແມ່ນເຄື່ອງສະແດງຄວາມ ສຳນຶກຂອງພວກເຂົາເຈົ້າ ແລະ ໃນທີ່ສຸດກໍຈະບັງຄັບໃຫ້ຜູ້ຊາຍຄົນນີ້ ປະເຊີນໜ້າກັບ ການດຳເນີນຄະດີໃນວິທີທີ່ມັນຄວນຈະເປັນ.”

ລັດຖະບານນະຄອນຫຼວງ Quito ຂອງ ເອກົວດໍ ໄດ້ຢືນຢັນວ່າ ພວກເຂົາເຈົ້າໄດ້ຕັດການ ເຂົ້າເຖິງອິນເຕີເນັດຂອງທ່ານ Assange ໃນວັນອັງຄານທີ່ຜ່ານມາ ເພື່ອປ້ອງກັນລາວ ຈາກການແຊກແຊງການເລືອກຕັ້ງໃນ ສະຫະລັດ, ຫຼັງຈາກເວັບໄຊທ໌ WikiLeaks ໄດ້ ເປີດເຜີຍເອກະສານ ແລະ ຂໍ້ຄວາມຕ່າງໆທີ່ໄດ້ລັກເຈາະມາຈາກການໂຄສະນາຫາສຽງ ປະທານາທິບໍດີ ຂອງອະດີດລັດຖະມົນຕີການຕ່າງປະເທດ ສະຫະລັດ ທ່ານນາງ Hillary Clinton.

ກະຊວງການຕ່າງປະເທດຂອງ ເອກົວດໍ ໄດ້ກ່າວໃນຖະແຫຼງການສະບັບໜຶ່ງວ່າ “ລັດຖະ ບານແຫ່ງ ເອກົວດໍ ເຄົາລົບນັບຖືກົດເກນຂອງການບໍ່ແຊກແຊງໃນບັນຫາຕ່າງໆຂອງ ປະເທດອື່ນ, ບໍ່ແຊກແຊງການເລືອກຕັ້ງທີ່ກຳລັງດຳເນີນຢູ່ໃນປະຈຸບັນ, ບໍ່ສະໜັບສະ ໜູນຜູ້ລົງແຂ່ງຂັນຄົນໃດໆໂດຍສະເພາະເຈາະຈົງ.”

ອ່ານຂ່າວນີ້ເພີ້ິມເປັນພາສາອັງກິດ

XS
SM
MD
LG