ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປ. Assad ວ່າ ຈະກຳຈັດ ພວກຫົວຮຸນແຮງ ໃຫ້ສິ້ນຊາກ ໄປຈາກຊີເຣຍ


ປະທານາທິບໍດີຊີເຣຍ ທ່ານ Bashar al-Assad
ປະທານາທິບໍດີຊີເຣຍ ທ່ານ Bashar al-Assad
ປະທານາທິບໍດີຊີເຣຍ ທ່ານ Bashar al-Assad ປະກາດໃນວັນ
ສຸກມື້ນີ້ວ່າທ່ານຈະກຳຈັດພວກຫົວຮຸນແຮງທີ່ທ່ານຖິ້ມໂທດໃສ່ວ່າ ເປັນຜູ້ຮັບຜິດຊອບໃນການໂຈມຕີດ້ວຍລະເບີດສະຫຼະຊີບທີ່ເປັນ
ເຫດ ໃຫ້ມີຜູ້ເສຍຊີວິດ ຢ່າງໜ້ອຍ 49 ຄົນ ທີ່ວັດເກົ່າແກ່ແຫ່ງນຶ່ງ
ຂອງສາສະໜາອິສລາມໃນກຸງດາມັສກັສ ໃຫ້ສິ້ນຊາກໄປຈາກປະ
ເທດຂອງທ່ານ.

ໃນຖະແຫຼງການສະບັບນຶ່ງທີ່ນຳອອກເຜີຍແຜ່ໂດຍອົງການຂ່າວ
ອາຣັບຊີເຣຍ ປະທານາທິບໍດີ Assad ເວົ້າວ່າ ເລືອດຂອງພວກ ທີ່ເສຍຊີວິດໃນການໂຈມຕີໃນມື້ວັນພະຫັດວານນີ້ ຈະບໍ່ສູນເສຍ
ໄປແບບໄຮ້ປະໂຫຍດ ໂດຍໃຫ້ຄຳໝັ້ນສັນຍາວ່າ ຈະລຶບລ້າງກຳ ລັງແຫ່ງຄວາມມືດແລະພວກມີແນວຄິດຫົວຮຸນແຮງຈັດທີ່ ເປັນຜູ້
ຮັບຜິດຊອບ.

ຮວມຢູ່ໃນພວກທີ່ເສຍຊີວິດໃນການໂຈມຕີດັ່ງກ່າວກໍມີນັກສອນ
ສາສະໜາທີ່ນິຍົມລັດຖະບານມາເປັນເວລາດົນນານ ທ່ານ Mo-
hammed al-Buti ທີ່ໄດ້ກ່າວຕຳໜິຕິຕຽນ ພວກຕໍ່ຕ້ານລັດຖະ
ບານຢ່າງແຮງ ທີ່ຕໍ່ສູ້ຫາທາງໂຄ່ນລົ້ມທ່ານ Assad.

ສະມາຊິກຝ່າຍຕໍ່ຕ້ານ ຂອງຊີເຣຍຫລາຍໆຄົນ ໄດ້ທຳການປະຕິເສດໃນທັນທີ ຕໍ່ການເອົາ
ຄວາມຮັບຜິດຊອບໃນການວາງລະເບີດດັ່ງກ່າວຊຶ່ງແມ່ນເທື່ອທຳອິດທີ່ໄດ້ໂຈມຕີສະຫຼະຊີບ ຕໍ່ວັດອິສລາມ ໃນລະຫວ່າງທີ່ເກີດບັນຫາຂັດແຍ້ງມາເປັນເວລາສອງປີ.

ໃນລະຫວ່າງການລຸກຮືຂຶ້ນນັ້ນ ປະທານາທິບໍດີ Assad ໄດ້ສວຍໃຊ້ເຫດການທຳນອງນີ້ ເພື່ອວາດພາບພວກຕໍ່ຕ້ານວ່າເປັນພວກຫົວຮຸນແຮງຈັດແລະພວກກໍ່ການຮ້າຍ ເຖິງແມ່ນ ພວກຕໍ່ຕ້ານຫຼາຍໆຄົນມີຄວາມສົງໄສວ່າລັດຖະບານເປັນຜູ້ຢູ່ເບື້ອງຫຼັງການວາງລະເບີດ ກໍຕາມ. ບັນດາກຸ່ມ ທີ່ເປັນເຄືອຂ່າຍ ຂອງພວກກໍ່ການຮ້າຍອາລກາອີດາ ກໍໄດ້ອ້າງເອົາ ຄວາມຮັບຜິດຊອບໃນການໂຈມຕີຈຳນວນນຶ່ງ ຕໍ່ພວກທີ່ຈົງຮັກພັກດີຕໍ່ທ່ານ Assad.

ກ່ຽວຂ້ອງກັນ

XS
SM
MD
LG