ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທ່ານ Assad ກ່າວວ່າ ຮັບ​ຂໍ້​ມູນ​ກ່ຽວ​ກັບ​ການ​ໂຈມ​ຕີ​ທາງ​ອາກາດ​ຂອງ​ສະຫະລັດ ໂດຍທາງອ້ອມ


ທ່ານ Bashar al-Assad ໃນຂະນະທີ່ໃຫ້ສພຳດກັບ BBC, ໃນເມືອງ Damascus, 9 ກຸມພາ, 2015.
ທ່ານ Bashar al-Assad ໃນຂະນະທີ່ໃຫ້ສພຳດກັບ BBC, ໃນເມືອງ Damascus, 9 ກຸມພາ, 2015.

ປະທານາທິບໍດີ​ຊີ​ເຣຍ ທ່ານ Bashar al-Assad ​ໄດ້​ກ່າວ​ວ່າ ລັດຖະບານ​ຂອງ​ທ່ານ ​ໄດ້​ຮັບ​ຂໍ້​ມູນ​ກ່ຽວ​ກັບ​ການ​ໂຈມ​ຕີ​ທາງ​ອາກາດ​ທີ່​ນຳພາໂດຍ​ສະຫະລັດ ຕໍ່​ພວກ​ຫົວ​ຮຸນ​ແຮງ​ຂອງກຸ່ມ​ລັດ​ອີສລາມ ​ໃນ​ຊີ​ເຣຍ ​ແຕ່​ທ່ານໄດ້​ເນັ້ນ​ວ່າ ມັນ​ບໍ່​ແມ່ນ​ການ​ປະກອບ​ສວ​ນ​ໂດຍ​ຕົງ.

ທ່ານ Assad ​ໄດ້​ບອກ​ກັບ BBC ​ໃນ Damascus ວ່າ ​ໄດ້​ມີ​ການ​ແລກປ່ຽນ​ຂໍ້​ມູນ ຜ່ານ​ທາງ​ກຸ່ມ​ທີ 3 ​ເຊັ່ນ: ອີຣັກ ​ແຕວ່າ ມັນ​ບໍ່​ໄດ້​ຮວມນຳ ຂໍ້​ມູນ​ການ​ວາງ​ແຜນ​ຍຸດ​ທະ​ສາດ ​ແຕ່​ຢ່າງ​ໃດ.

ປະທານາທິບໍດີ ​ໄດ້​ກ່າວ​ວ່າ ຊີ​ເຣຍ ​ຈະ​ບໍ່​ປະກອບສ່ວນ​ ປະສານ​ງານ​ກັບ ສະຫະລັດ.

ທ່ານ​ກ່າວ​ວ່າ ບໍ່, ​ແນ່ນອນ ພວກ​ເຮົາ​ຈະ​ບໍ່​ເຂົາ​ຮ່ວມ ​ແລະ​ພວກ​ເຮົາ​ກໍ​ບໍ່​ມີ​ຄວາມ​ປະສົງ​ແບບ​ນັ້ນ ​ແລະ​ພວກ​ເຮົາ​ກໍ​ບໍ່​ຕ້ອງການ​ແບບ​ນັ້ນ ດ້ວຍ​ເຫດຜົນ​ຢ່າງ​ດຽວ​ກໍ​ຄື ​ເພາະວ່າ ພວກ​ເຮົາ​ບໍ່ສາ​ມາດ​ເປັນ ​ເຂົ້າ​ຮ່ວມ​ກັບປະ​ເທດ​ທີ່​ໃຫ້ການ​ສະໜັບສະໜຸນ ຕໍ່​ກຸ່ມ​ກໍ່​ການ​ຮ້າຍ.

ລັດຖະບານ​ຊີ​ເຣຍ ​ໄດ້​ອະທິ​ບາຍ​ເຖິງ​ກອງ​ກຳລັງ​ທີ່​ເປັນ​ປໍ​ລະ​ປັກຕໍ່​ທ່ານ Assad ນັ້ນ​ແມ່ນ
​ເປັນ “ພວກ​ກໍ່​ການ​ຮ້າຍ” ຄຽງ​ຂ້າງ​ກັບ​ກຸ່ມ ຕົວຢ່າງ​ເຊັ່ນກຸ່ມ​ລັດ​ອີສລາມ ​ແລະ​ກຸ່ມ​ແນວ​ໜ້າ Nusra ຫຼື Nusra Front ​ທີ່​ພົວພັນ​ກັບກຸ່ມກໍ່​ການ​ຮ້າຍ al-Qaida. ປະທານາທິບໍດີ Assad ​ໄດ້​ກ່າວວ່າ ບັນດາ​ປະ​ເທດ​ທີ່​ປະສານ​ງານ​ຮວ່ມນັ້ນ ​ແມ່ນ​ສົ່ງ​ເສີມ ສະໜັບສະໜຸນ ພວກ​ກໍ່​ການ​ຮ້າຍ.

XS
SM
MD
LG