ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ທ່ານ Assad ກ່າວວ່າ ການ​ສະໜັບສະໜຸນ​ ​ລັດ​ອິສລາມ ມີເພີ້ມຂຶ້ນ ຍ້ອນການໂຈມຕີຂອງ ສຫລ


ປະທານາທິບໍດີ​ຊີ​ເຣຍ ທ່ານ Bashar al-Assad ໃນລະຫວ່າງການຖ່າຍທຳ ການສຳພາດ ກັບອົງການຂ່າວ BBC ຢູ່ທີ່ນະຄອນຫລວງ Damascus ເມື່ອວັນທີ 9 ກຸມພາ 2015.
ປະທານາທິບໍດີ​ຊີ​ເຣຍ ທ່ານ Bashar al-Assad ໃນລະຫວ່າງການຖ່າຍທຳ ການສຳພາດ ກັບອົງການຂ່າວ BBC ຢູ່ທີ່ນະຄອນຫລວງ Damascus ເມື່ອວັນທີ 9 ກຸມພາ 2015.

ປະທານາທິບໍດີ​ຊີ​ເຣຍ ທ່ານ Bashar al-Assad ກ່າວວ່າ
ການ​ສະໜັບສະໜຸນ​ພວກ​ລັດ​ອິສລາມ ​ໄດ້​ຂະຫຍາຍ​ຕົວ​ອອກ
ນັບ​ຕັ້ງ​ແຕ່ ກຸ່ມປະສົມ​ທີ່​ນຳພາ​ໂດຍສະຫະລັດ ​ໄດ້​ເລີ້ມ​ປະຕິບັດ
​ການ​ໂຈມ​ຕີ​ທາງ​ອາກາດ ຕໍ່​ເປົ້າໝາຍ​ຕ່າງໆ​ໃນ​ຊີ​ເຣຍ.

ຢູ່​ໃນ​ການ​ສຳ​ພາດ​ເມື່ອ​ວັນ​ອາທິດ​ວານ​ນີ້ ​ໃນລາຍການ 60 ນາທີ
ຂອງ​ຕາໜ່າງ​ໂທລະພາບ CBS ສະຫະລັດນັ້ນ ທ່ານ Assad ກ່າວ​
ວ່າ ຈຳນວນ​ ທ​ະຫານ​ເກນຂອງ​ລັດ​ອິສລາມ ​ໄດ້​ເພີ້​ມຂຶ້ນ ນັບ​ຕັ້ງ​ແຕ່
​ການ​ໂຈມ​ຕີ​ທາງ​ອາກາດ ​ໄດ້​ເລີ້ມ​ຂຶ້ນ​ໃນ​ເດືອນ​ກັນຍາ​ເປັນຕົ້ນ​ມາ.

ຜູ້ນຳ​ຊີ​ເຣຍ ກ່າວ​ວ່າ ການ​ກ່າວ​ຫາ​ຕ່າງໆ ທີ່​ວ່າ ຊີ​ເຣຍ​ໃຊ້​ອາວຸດ
​ເຄມີ ຕໍ່​ພົນລະ​ເຮືອນນັ້ນ ​ແມ່ນເປັນ​ການ​ໂຄສະນາ​ຊວນ​ເຊື່ອ​ຂອງ​ປະ​ເທດ​ຕາ​ເວັນ​ຕົກ. ​ແຕ່​ທ່ານ​ກ່າວ​ວ່າ ທ່ານ​ບໍ່​ຄັດຄ້ານ​ຫຍັງ​ເລີຍ ຕໍ່​ການ​ໃຫ້​ພວກ​ກວດກາ ​ໄປ​ກວດ​ເບິ່ງ​ວ່າ ​ໄດ້​ມີ​ການ​ນຳ​ໃຊ້​ແກັສ ຄລໍຣີນ ຫຼືບໍ່.

ທ່ານ​ຍັງ​ກ່າວ​ອີກ​ວ່າ ທ່ານ​ເປີດກ້ວາງຕໍ່​ການສົນທະນາ​ກັນ​ກັບສະຫະລັດ ​ແຕ່​ຈະ​ປະຕິເສດ
​ຕໍ່​ການ​ເຈລະຈາ ກ່ຽວ​ກັບ​ວ່າ ຈະ​ອະນຸຍາດ​ໃຫ້ທ່ານ ດຳລົງ​ຕຳ​ແໜ່ງຢູ່​ຕໍ່​ໄປ ຫຼືບໍ່ນັ້ນ.

ສະຫະລັດ ​ໄດ້​ກ່າວມາ​ ​ດົນ​ນານ​ແລ້ວ​ວ່າ ປະທານາທິບໍດີ Assad ຈະ​ເປັນ​ສ່ວນ​ນຶ່ງ​ ຂອງ
​ອະນາຄົດຂອງ​ຊີ​ເຣຍບໍ່​ໄດ້ ຖ້າຫາກວ່າ​ຈະມີ​ການ​ເຈລະຈາຍຸດຕິ​ການ​ສູ້ລົບ​ກັນນັ້ນ.

​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດສະຫະລັດ ທ່ານ Jeff Rathke ກ່າວ​ເມື່ອ​ອາທິດ​ແລ້ວ​ນີ້ ​
ວ່າ ທ່ານ Assad ​ແລະ ບັນດາ​ຜູ້​ຮ່ວມ​ງານ​ໃກ້ຊິດຂອງ​ທ່ານ​ ​ແມ່ນ​ມີ “​ເລືອດ​ເຕັມ​ມື​ຂອງ​ພວກ​ເຂົາ​.” ທ່ານກ່າວອີກ​ວ່າ ພວກ​ເຂົາຍັງບໍ່​ໄດ້ພິສູດ​ໃຫ້​ເຫັນວ່າ ​ພວກ​ເຂົາມີ​ຄວາມ
ເຕັ​ມ​ໃຈ ​ທີ່​ຈະ​ທຳ​ການ​ເຈລະ​ຈາ​ ທີ່​ມີ​ຄວາມ​ໝາຍ ກັບ​ຝ່າຍຄ້ານຊີ​ເຣຍ​ ​ຫົວປານ​ກາງນັ້ນ.

ອະດີດນັກລົບກຸ່ມ IS ທີ່ຖືກຈັບ ເວົ້າເຖິງຄວາມກິນແໜງໃຈ ໃນການໃຫ້ສຳພາດ:

Islamic State Prisoners Talk of Curiosity, God, Regret
please wait

No media source currently available

0:00 0:01:11 0:00

XS
SM
MD
LG