ປະທານາທິບໍດີ ຂອງຊີເຣຍ, ໃນການປາໃສອອກອາກາດສົດທາງ
ໂທລະພາບໃນວັນອາທິດມື້ນີ້, ຍອມຮັບວ່າ ທະຫານໄດ້ຍອມແພ້
ການຕໍ່ສູ້ກັບພວກຕໍ່ຕ້ານລັດຖະບານໃນບາງພື້ນທີ່ຂອງປະເທດ,
ແລະ ໄດ້ສະເໜີຂໍ້ອ້າງວ່າເປັນຫຍັງຈຶ່ງເປັນແນວນັ້ນ.
ປະທານາທິບໍດີ al-Assad ກ່າວວ່າ “ພວກເຮົາຕ້ອງກຳນົດພື້ນທີ່ທີ່ສຳຄັນ ທີ່ກອງກຳລັງທະຫານຮັກສາໄວ້ຢູ່ ດັ່ງນັ້ນມັນຈຶ່ງຈະບໍ່ເຮັດໃຫ້ຂົງເຂດອື່ນທັງໝົດພັງທະລາຍອີກ,” “ພວກເຮົາບໍ່ແມ່ນກຳລັງຈະພັງທະລາຍ.. ຄຳວ່າປະລາໄຊແມ່ນບໍ່ມີໃນວັດຈະນານຸກົມຂອງກອງທັບ ອາຣັບ ຊີເຣຍ.”
ແຕ່ວ່າ ຖານະຂອງກອງທັບແມ່ນຈະຊຸດໂຊມຍ້ອນການຕາຍ, ການໂຕນທະຫານ ແລະ ການຫຼີກລ່ຽງການເກນທະຫານ, ເຊິ່ງເປັນບາງຢ່າງທີ່ປະທານາທິບໍດີຮັບຮູ້. “ພວກເຮົາມີຊັບພະຍາກອນມະນຸດທີ່ບໍ່ພຽງພໍ” ໃນກອງທັບ ຊ່ຶງກ່າວໂດຍຜູ້ນຳອາວຸໂສ ທະຫານ ຊີເຣຍ ໃນຄຳປະໄສຂອງທ່ານທີ່ນະຄອນຫຼວງ Damascus ໃນວັນຕອນເຊົ້າວັນອາທິດມື້ນີ້.
ກອງທັບລັດຖະບານ ຊີເຣຍ ໄດ້ຖືກຂັບໄລ່ອອກຈາກພື້ນທີ່ສ່ວນໃຫຍ່ຂອງແຂວງ Idilb ຢູ່ທາງພາກຕາເວັນຕົກສຽງເໜືອຂອງປະເທດ ແລະ ສະຖານທີ່ສຳຄັນຫຼາຍແຫ່ງໃນໃນພື້ນທີ່ເຂດຊາຍແດນທາງພາກໃຕ້ຂອງປະເທດ. ປະຈຸບັນກຸ່ມຫົວຮຸນແຮງລັດອິສລາມ ແມ່ນຄວບຄຸມເມືອງບູຮານ Palmyra ຢູ່.