ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປະທານາທິບໍດີ ຊີເຣຍ ເສຍໃຈ ຕໍ່ການຍິງ ເຮືອບິນເທີກີ ຕົກ (ສະໄລດ໌)


ຮູບພາບນີ້ຖ່າຍຈາກ ໂທລະພາບຊີເຣຍ ປະທານາທິບໍດີ Bashar al-Assad ກ່າວໃນລະຫວ່າງການສໍາພາດ ທີ່ກຸງ ເຕຫະຣານ ອີຣ່ານ ທີ 28 ມິຖຸນາ, 2012.
ຮູບພາບນີ້ຖ່າຍຈາກ ໂທລະພາບຊີເຣຍ ປະທານາທິບໍດີ Bashar al-Assad ກ່າວໃນລະຫວ່າງການສໍາພາດ ທີ່ກຸງ ເຕຫະຣານ ອີຣ່ານ ທີ 28 ມິຖຸນາ, 2012.

ໜັງສືພິມເທິກີສະບັບ​ນຶ່ງ ​ໄດ້​ອ້າງ​ຄໍາ​ເວົ້າ​ຂອງປະທານາທິບໍດີ ​ຊີ​ເຣຍ ທ່ານ Bashar a
l-Assad ​ທີ່ກ່າວ​ວ່າ ທ່ານມີ​ຄວາມ​ເສົ້າເສຍ​ໃຈທີ່​ກໍາລັງທະຫານ​ຂອງ​ທ່ານ​ໄດ້​ຍິງ​ເຮືອ
ບິນ​ລົບ​ທະຫານລຳ​ນຶ່ງ​ຂອງ​ເທິກີ​ຕົກ​ ໃນ​ເດືອນ​ແລ້ວ​ນີ້.

ໜັງສື​ພິມ Cumhuriyet ​ໄດ້​ພິມ​ເຜີຍ​ແຜ່​ຄວາມ​ເຫັນຂອງ​ທ່ານ Assad ​ໃນ​ວັນ​ອັງຄານ
ມື້ນີ້ ຊຶ່ງ​ຜູ້​ນໍາຂອງ​ຊີ​ເຣຍ​ຢືນ​ຢັດ​ວ່າ ​ເຮືອ​ບ​ບິນ​ລົບອາຍ​ພົ່ນ​ຂອງ​ເທີ​ກີ ​ໄດ້​ບິນເຂົ້າ​ໄປ​ໃນ
​ເຂດ​ນ່ານຟ້າ​ຂອງຊີ​ເຣຍທີ່​ອິສຣາ​ແອ​ລ​ເຄີຍ​ກະທຳ​ມາ​ແລ້ວສາມ​ຄັ້ງ ໃນ​ໄລຍະ​ຜ່ານ​ມາ.

​ເທິ​ກີກ່າວ​ວ່າ​ ​ເຮື​ອບິນ​ລົບ​ຂອງ​ຕົນໄດ້​ບິນເຂົ້າ​ໄປ​ໃນ​ເຂດ​ນ່ານຟ້າ​ຂອງ​ຊີ​ເຣຍ​ໂດຍ​ຄວາມ
ຜິດພາດ ​ແລະ​ໄດ້​ບິນກັບ​ອອກ​ມາສູ່​ເຂດ​ນ່ານຟ້າ​ສາກົນກ່ອນຊີ​ເຣຍໄດ້ຍິງ ​ລຳ​ດັ່ງກ່າວ​
ຕົກ ໃນ​ວັນ​ທີ່ 22 ເດືອນ​ມິຖຸນາ. ໜັງສືພິມ​ໄດ້​ອ້າງຄໍາ​ເວົ້າ​ຂອງ​ທ່ານ​ Assad ທີ່​ກ່າວວ່າ
ທ່ານ​ບໍ່​ມີ​ຄວາມລັງ​ເລ​ໃຈທີ່​ຈະ​ທຳ​ການຂໍ​ຂະມາ​ໂທດກ່ຽວກັບ ການ​ໂຈມ​ຕີດັ່ງກ່າວ ຖ້າ​
ຄໍາເວົ້າ​ຂອງເທີ​ກີ ຫາກເປັນ​ຄວາມ​ຈິງ.

ນອກ​ນັ້ນ ທ່ານ​ບໍ່​ໄດ້ໃຫ້​ຄວາມ​ສຳຄັນ​ກ່ຽວ​ກັບ​ຄວາມ​ເປັນ​ໄປ​ໄດ້ໃນ​ການ​ເກີດ​ສະສະຖາ
ນະ​ການ​ລະ​ຫວ່າງຊີ​ເຣຍ ​ແລະເທິ​ກີທະວີ​ຄວາມ​ເຄັ່ງ​ຕຶງ​ຂຶ້ນ ໂດຍ​ກ່າວ​ວ່າ ​ມັນ​ຈະ​ບໍ່​ກ້າວ​
ໄປສູ່ “ການ​ຂັດ​ແຍ້​ງດ້ານ​ອາວຸດ.”

​ເທີ​ກີ ​ໄດ້​ເພີ້​ມການ​ປ້ອງກັນ​ຢູ່​ຕາມ​ຊາຍ​ແດນ​ກັບຊີ​ເຣຍ ຊຶ່ງ​ເປັນ​ການ​ເຄື່ອນ​ໄຫວ ​ທີ່ໜັງສື
ພິມໄດ້​ອ້າງ​ຄຳ​ເວົ້າຂອງທ່ານ Assad ທີ່ກ່າວ​ວ່າ ປະ​ເທດ​ຂອງ​ທ່ານ​ຈະ​ບໍ່​ຕອບ​ໂຕ້ນັ້ນ.

​ໃນ​ວັນ​ອັງຄາ​ນມື້ນີ້ ກຸ່ມປົກ​ປ້ອງ​ສິດ​ທິມະນຸດ Human Rights Watch ​ໄດ້​ອອກ​ລາຍ​
ງານ​ໃໝ່​ສະບັບ​ນຶ່ງ ກ່າວ​ຫາລັດຖະບານຊີ​ເຣຍວ່າ ທໍາ​ການ​ທໍລະ​ມານ ​ແລະ​ປະຕິບັດແບບ
​ບໍ່​ຖືກຕ້ອງ​ຕໍ່​ພວກ​ຖືກ​ຄຸມຂັງ ຢູ່​ໃນບ່ອນ​ຄຸມ​ຂັງ 27 ​ແຫ່ງ​ທົ່ວ​ປະ​ເທດ.

XS
SM
MD
LG