ປະທານາທິບໍດີ ຊີເຣຍ ທ່ານ Bashar al-Assad ໄດ້ກັບຄືນ
ບ້ານໃນວັນພຸດມື້ນີ້ ຫລັງຈາກການເດີນທາງທີ່ບໍ່ຄ່ອຍໄດ້ເຫັນ
ກັນໄປປະເທດຣັດເຊຍ ເພື່ອພົບປະກັບປະທານນາທິບໍດີ
Vladimir Putin ແລະຫາລືກ່ຽວກັບການສູ້ລົບ ຂອງທະຫານ
ຣັດເຊຍ ເພື່ອໃຫ້ການສະໜັບສະໜູນທະຫານທ່ານ Assad
ທີ່ໄດ້ເລີ້ມມາເມື່ອສາມອາທິດກ່ອນ.
ທ່ານ Assad ບໍ່ເປັນທີ່ຊາບກັນວ່າ ເຄີຍໄດ້ເດີນທາງອອກ
ນອກປະເທດນັບຕັ້ງແຕ່ປີ 2011 ເປັນຕົ້ນມາ ຊຶ່ງເປັນປີດຽວ
ກັນ ກັບທີ່ກຳລັງຮັກສາຄວາມປອດໄພ ຂອງຊີເຣຍ ໄດ້ທັບ
ມ້າງການປະທ້ວງແບບສະຫງົບ ແລະສະຖານະການໃນ
ປະເທດຂອງທ່ານ ໄດ້ຜັນຂະຫຍາຍກາຍເປັນສົງຄາມກາງເມືອງທີ່ໄດ້ເຮັດໃຫ້ຢ່າງໜ້ອຍ 240,000 ຄົນເສຍຊີວິດ.
ລະຫວ່າງການພົບປະກັນໃນວັນອັງຄານວານນີ້ ທີ່ນະຄອນມົສກູ ທ່ານ Assad ໄດ້ຂອບ
ໃຈທ່ານ Putin ໃນການຊ່ວຍເຫລືອຂອງຣັດເຊຍ ໂດຍກ່າວວ່າ ປາດສະຈາກຊ່ວຍ
ເຫລືອແລ້ວ “ການກໍ່ການຮ້າຍ” ອາດແຜ່ລາມໄປສູ່ຫລາຍເຂດ.
ລັດຖະບານຊີເຣຍ ມັກກ່າວອ້າງເປັນປະຈຳວ່າ ພວກນັກລົບຕໍ່ຕ້ານລັດຖະບານ ເປັນ
“ພວກກໍ່ການຮ້າຍ” ແລະ ຣັດເຊຍ ໄດ້ຖືກຕິຕຽນຈາກ ສະຫະລັດ ແລະບັນດາປະເທດ
ອຶ່ນໆ ທີ່ໄດ້ແນເປົ້າໝາຍໃສ່ພວກຕໍ່ຕ້ານລັດຖະບານ ແລະບໍ່ໄດ້ເລັງການໂຈມຕີທາງ
ອາກາດຂອງຕົນ ໃສ່ພວກຫົວຮຸນແຮງລັດອິສລາມ.
ການເຈລະຈາດັ່ງກ່າວ ໄດ້ມີຂື້ນໃນວັນດຽວກັນ ກັບທີ່ຣັດເຊຍ ແລະສະຫະລັດ ໄດ້ເຊັນບົດບັນທຶກຄວາມເຂົ້າໃຈ ເພື່ອສະໜອງຮ່າງການປະຕິບັດງານ ສຳລັບ ເຮືອບິນຂອງທັງສອງປະເທດ ໃນການຮັກສາ “ລະຍະຄວາມປອດໄພ” ຫ່າງ ຈາກກັນ ໃນຂະນະທີ່ປະຕິບັດງານຢູ່່ໃນຊີເຣຍ.
ໂຄສົກທຳນຽບຫ້າແຈ ທ່ານ Peter Cook ປະຕິເສດທີ່ຈະກ່າວຢ່າງຄັກແນ່ວ່າ ແມ່ນຫຍັງແທ້ທີ່ໝາຍເຖິງລະຍະດັ່ງກ່າວ ຢູ່ໃນກອງປະຊຸມກັບບັນດານັກຂ່າວ. ແຕ່ທ່ານກໍກ່າວວ່າ ບັນດານັກບິນສະຫະລັດຮູ້ດີວ່າແມ່ນຫຍັງ. “ມັນເປັນທີ່ປອດໄພ ທີ່ຈະກ່າວວ່າ ທຸກສິ່ງທຸກຢ່າງທີ່ເຫັນວ່າເປັນການຂົ່ມຂູ່ຫລືເປັນອັນຕະລາຍ ນັ້ນ ເຫັນວ່າເປັນການລະເມີດຕໍ່ຂໍ້ຕົກລົງດັ່ງກ່າວ.”