ປະທານາທິບໍດີຊີເຣຍ ທ່ານ Bashar al-Assad ໄດ້ສະເໜີໃຫ້ອະໄພໂທດແກ່ພວກ ຕໍ່ຕ້ານລັດຖະບານ ທີ່ຍອມວາງອາວຸດ ແລະເຂົ້າມອບຕົວຕໍ່ເຈົ້າໜ້າທີ່ພາຍໃນ ໄລຍະ 3 ເດືອນຕໍ່ໜ້າ.
ນອກຈາກການໃຫ້ອະໄພໂທດແລ້ວ ປະທານາທິບໍດີ Assad ແລະລັດຖະມົນຕີ ກະຊວງປ້ອງກັນປະເທດຣັດເຊຍ ທ່ານ Sergei Shoigu ຍັງກ່າວວ່າ ຣັດເຊຍແລະລັດຖະບານຊີເຣຍ ຈະເປີດ 4 ເສັ້ນທາງອອກຈາກເມືອງ Aleppo ຊຶ່ງ 3 ເສັ້ນທາງແມ່ນສຳລັບພວກພົນລະເຮືອນແລະພວກຕໍ່ຕ້ານລັດຖະບານທີ່ປະສົງຈະ ວາງອາວຸດແລະອີກເສັ້ນທາງນຶ່ງແມ່ນສຳລັບພວກຕໍ່ຕ້ານລັດຖະບານທີ່ປະສົງຈະ ຫລົບໜີພ້ອມດ້ວຍອາວຸດ.
ໃນການໃຫ້ຄວາມເຫັນທາງໂທລະພາບນັ້ນ ທ່ານ Shoigu ກ່າວວ່າ ໃນໄວໆນີ້ ປະທານາ ທິບໍດີຣັດເຊຍ ທ່ານ Vladimir Putin ຈະເລີ້ມການປະຕິບັດງານໃນ ດ້ານມະນຸດສະທຳຂະໜາດໃຫຍ່ ຢູ່ນອກເມືອງ Aleppo ເພື່ອຊ່ອຍເຫຼືອພົນລະເຮືອນທີ່ຖືກພວກກໍ່ການຮ້າຍຈັບເປັນໂຕປະກັນ ຕະຫລອດທັງພວກນັກລົບທີ່ປະ ສົງຈະວາງອາວຸດ.
ທ່ານ Shoigu ຍັງກ່າວວ່າ ນອກຈາກເສັ້ນທາງມະນຸດສະທຳແລ້ວຍັງຈະມີການສ້າງ ບ່ອນແຈກຢາຍອາຫານ ແລະ ໜ່ວຍປະຖົມພະຍາບານຂຶ້ນ ຢູ່ນອກເມືອງ Aleppo.
ກຳລັງທະຫານຂອງລັດຖະບານຊີເຣຍເລີ້ມການບຸກໂຈມຕີີເພື່ອເຂົ້າຍຶດເອົາເມືອງ Aleppo ຄືນໂດຍໃຊ້ກົນລະຍຸດໃນການເຮັດສົງຄາມແບບປິດລ້ອມ. ເປັນທີ່ເຊື່ອ ກັນວ່າ ມີພົນລະເຮືອນຢ່າງໜ້ອຍ 250,000 ຄົນຍັງຕົກຄ້າງຢູ່ພາຍໃນເມືອງດັ່ງ ກ່າວ.