ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ປະທານາທິບໍດີ Assad ແຫ່ງຊີເຣຍ ໃຊ້ແກັສພິດເຄມີ ໂຈມຕີ


ກຸ່ມນັກເຄື່ອນໄຫວ ຕໍ່ຕ້ານປະທານາທິບໍດີ Basha al-Assad ສົ່ງຮູບພາບໃຫ້ເຫັນການ ປິ່ນປົວຜູ້ຊາຍຄົນນຶ່ງ ທີ່ຖືກແກັສພິດ.
ກຸ່ມນັກເຄື່ອນໄຫວ ຕໍ່ຕ້ານປະທານາທິບໍດີ Basha al-Assad ສົ່ງຮູບພາບໃຫ້ເຫັນການ ປິ່ນປົວຜູ້ຊາຍຄົນນຶ່ງ ທີ່ຖືກແກັສພິດ.

ກຸ່ມ​ສີ້​ງຊອມ​ສິດທິມະນຸດ​ກຸ່ມ​ນຶ່ງ ກ່າວ​ຫາ​ ລັດຖະບານ ປະທານາ
ທິບໍດີ Basha al-Assad ວ່າ​ ອອກປະຕິບັດ​ການ​ໂຈມ​ຕ່ີໃໝ່ໆ​ທີ່
​ໃຊ້​ແກັສ​ພິດ chlorine.

ລະບົບ​ສີ້​ງຊອມ​ສິດທິ​ມະນຸດ ຊີ​ເຣຍ ກ່າວ​ວ່າ ນຶ່ງຄົນ​ໄດ້​ເສຍ​ຊີວິດ
​ແລະ​ກວ່າ 60 ຄົນ​ໄດ້​ຮັບ​ບາດ​ເຈັບ​ໃນ​ວັນ​ພະຫັດ​ວານ​ນີ້ ​ເວລາ
ເຮືອນ​ບິນ ​ເຮ​ລີ​ຄອບ​ເຕີ ລັດຖະບານ ​ໄດ້​ຖີ້ມຖັງລະ​ເບີດ​ແກັສລົງ
​ໃສ່ຢ່າງ​ໜ້ອຍ​ສາມ​ແຫ່ງ.

ກຸ່ມ​ສີ້​ງຊອ​ມສິດທິມະນຸດ ກ່າວ​ຜ່ານ​ທາງ Twitter ​ເຖິງ​ການ​ໂຈມ
ຕີ​ທີ່​ເກີດ​ຂື້ນ​ຢູ່ ສາມ​ໝູ່​ບ້ານ ທາງ​ພາກ​ຕາ​ເວັນ​ຕົກ​ສຽງ​ເໜືອ
ຂອງ ຊີ​ເຣຍ al-Janoudiyah Kansafra ​ແລະ Hizareen ບ່ອນ​ທີ່​ລ​ະ​ເບີດໄດ້ຕົກລົງໃສ່​ໂຮງໝໍ​ແຫ່ງ​ນຶ່ງ.

ປະທານາທິບໍດີ Assad ຖືກ​ກ່າວ​ຫາຊຳ້ແລ້ວ​ຊຳ້ອີກ ຕໍ່​ການ​ໃຊ້​ອາວຸດ​ເຄມີ ​ໃສ່ພວກພົນ ລະເຮືອນ ​ແລະ​ພວກ​ນັກ​ລົບ ທີ່​ພະຍາຍ​າມໂຄ່ນ​ລົ້ມ​ລັດ​ຖະ​ບານ​ຂອງ​ທ່ານ.

ຫລັງ​ຈາກ​ການ​ໂຈມ​ຕີ​ ​ໃຊ້​ແກັສຜິດ sarin ທີ່ຮ້າຍ​ແຮງໃສ່​ເຂດຍຶດຄອງ​ຂອງ​ພວກ​ກະບົດ
​ໃນ​ທ້າຍ​ປີ 2013 ທ່ານ Assad ​ໄດ້​ເຫັນ​ດີ​ກັບ​ການ​ຍົກ​ເລີກ​ການ​ໃຊ້ສາງອາວຸດ​ເຄມີ
ຕ່າງໆ ​ແລະ​ທຳລາຍ​ການ​ສະ​ສົມຂອງ​ຕົນ.

​ແຕ່​ວ່າ ​ແກັສ chlorine ບໍ່​ໄດ້​ຮວມຢູ່​ນຳ ອັນ​ເປັນ​ພາກສ່ວນ​ອາວຸດ​ເຄມີ ​ທີ່​ຈະ​ລົບ​ລ້າງ
ຍ້ອນ​ວ່າ​ມັນ​ຖືກ​ນຳ​ໃຊ້​ທາງດ້ານ ພົນລະ​ເຮືອນເຊັ່ນ​ກັນ.

XS
SM
MD
LG