ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

​​ປ. ອາ​ຊາດ ຮຽກ​ຮ້ອງ​ໃຫ້​ມີ​ຂໍ້​ຕົກ​ລົງເພື່ອ​ຈັດ​ໃຫ້​​ແຂວງ​ອິດ​ລິບ ເປັນ​ເຂດ​ປອດອ​າ​ວຸດ ຊຶ່ງ​ເປັນ​ການ ເອົາ​ມາດ​ຕະ​ການ​ຊົ່ວ​ຄາວ​


ແມ່​ຍິງ​ຄົນ​ນຶ່ງ​ ໜີ​ອອກ​ຈາກ​ໝູ່​ບ້ານ​ຂອງ​ລາວ ໃນ​ແຂວງ​ອິດ​ລິບ ​​ອູ້ມ​ຫຼານ ໃນ​ສູນ​ຄ​າຟຣ໌ ລັ​ສ​ອິນ ໃກ້​ຊາຍ​ແດນກັບ​ເທີ​ກີ, 9 ກັນ​ຍາ 2018.
ແມ່​ຍິງ​ຄົນ​ນຶ່ງ​ ໜີ​ອອກ​ຈາກ​ໝູ່​ບ້ານ​ຂອງ​ລາວ ໃນ​ແຂວງ​ອິດ​ລິບ ​​ອູ້ມ​ຫຼານ ໃນ​ສູນ​ຄ​າຟຣ໌ ລັ​ສ​ອິນ ໃກ້​ຊາຍ​ແດນກັບ​ເທີ​ກີ, 9 ກັນ​ຍາ 2018.

ປະ​ທາ​ນາ​ທິ​ບໍ​ດີ​ບາ​ຊາ​ຣ໌ ​ແອ​ລ-ອາ​ຊາດ ຮຽກ​ຮ້ອງ​ໃຫ້​ມີ​ຂໍ້​ຕົກ​ລົງເພື່ອ​ຈັດ​ໃຫ້​ເປັນ​ເຂດ
​ປອດອ​າ​ວຸດ ​ໃນ​ແຂວງ​ອິດ​ລິບ ທີ່​ໄດ້​ບັນ​ລຸ​ລະ​ຫວ່າງ​ຣັດ​ເຊຍ ກັບ​ເທີ​ກີ ຊຶ່ງ​ເປັນ​ການ
“ເອົາ​ມາດ​ຕະ​ການ​ຊົ່ວ​ຄາວ​ນັ້ນ.”

ອີງ​ຕາມ ສື່ມວນຊົນ​ຂອງ​ລັດ​ຖະ​ບານ​ຊີ​ເຣັຍ ທ່ານ​ອາ​ຊາດ ໄດ້​ບອກພັກ ບາອັດ ທີ່​ພົບ​ກັນ​
ໃນ ວັນ​ອາ​ທິດ​ວານ​ນີ້​ວ່າ ຂໍ້​ຕົກ​ລົງ​ໃນເດືອນ​ແລ້ວ​ນີ້ ທີ່​ມີ​ຈຸດ​ປະ​ສົງໃສ່“ການຢຸດເຊົາ
ການ​ຫຼັ່ງ​ເລືອດ.”

ແຕ່ ທ່ານ​ອາ​ຊາດ ບໍ່​ໄດ້​ເວົ້າ​ວ່າ ທ່ານ​ຈະ​ບໍ່​ຢຸດເຊົາ​ການ​ໂຈມຕີ​ທາງ​ທະ​ຫານ ໃນ​ອາ​ນາ​ຄົດ
ໂດຍ​ກ່າວ​ວ່າ ຈຸດ​ປະ​ສົງ​ຂອງ​ຊີ​ເຣຍ ແມ່ນ​ຈະຮັກ​ສາ​ການ​ຄວາມ​ຄຸມຂອງ​ລັດ​ຖະ​ບານ​ໄວ້
ໃນ​ທົ່ວ​ປະ​ເທດ.

ທ່ານເອີ້ນ​ການຄັດ​ຄ້ານຂອງ​ຕາ​ເວັນ​ຕົກ ແມ່ນເບິ່ງ​ຄືວ່າ ໄດ້​ມີ​ແຜນ​ການ ເພື່ອ​ການ​ໂຈມ​ຕີ
ໂດຍໄວ ໃນ​ເຂດ​ອິດ​ລິບ ເປັນ“​ຕາ​ລົກຂົບ​ຂັນ.”

ແຂວງ​ອິດ​ລິບ ໃນ​ພາກ​ເໜືອ​ຂອງ​ຊີ​ເຣຍ ທີ່ຊາຍ​ແດນຕິດກັບ​ເທີ​ກີ ແມ່ນ​ເຂດ​ສຳ​ຄັນ
ທີ່ຊີ​ເຣຍ ຍັງຕົກ​ເປັນ​ຂອງພວກກະບົດຢູ່.

ກອງ​ກຳ​ລັງ​ຊີ​ເຣຍ ແມ່ນ​ຍັງ​ຂະ​ຫຍາຍຢູ່ ຕາມ​ຊາຍ​ແດນ ຕຽມ​ພ້ອມ​ທີ່​ຈະທຳ​ການປະ​ຕິ​ບັດ
ງານ​ທາງ​ທະ​ຫານ ຕໍ່​ຕ້ານ​ຝ່າຍ​ຄ້ານ ກ່ອນ​ຣັດ​ເຊຍ ຊຶ່ງ​ໃຫ້ການ​ສະ​ໜັບ​ສະ​ໜຸນ ແລະ​ເທີ​ກີ
ທີ່​ສະ​ໜັບ​ສະ​ໜຸນ ກອງ​ກຳ​ລັງ​ຝ່າຍ​ຄ້ານ ທີ່​ໄດ້​ຕົກ​ລົງກັນ ເພື່ອເປັນ​ເຂດກັນຊົນ.

ໂຄ​ສົກ ຂອງ​ຝ່າຍ​ກຳ​ລັງປະ​ສົມຕໍ່ຕ້ານ ໄດ້​ກ່າວ​ໃນ​ວັນ​ອາ​ທິດ​ວານ​ນີ້ວ່າ ກອງ​ກຳ​ລັງ​
ຂອງຕົນ ໄດ້​ເລີ້ມ​ຖອນ​ພວກ​ອາ​ວຸດ​ໜັກອອກ ແຕ່ ກໍຍັງ​ຈະຮັກສາໄວ້​ກຳລັງປ້ອງກັນ
ໃນ​ກໍ​ລະ​ນີ ທີ່ ທ່ານ​ເອີ້ນ​ວ່າເປັນ​ການ​ສຸກ​ເສີນ.

ພວກ​ນັກ​ສັງ​ເກດ​ການ​ກ່າວ​ວ່າການໂຈມຕີຂອງຊີເຣຍ ຕໍ່ແຂວງ​ອິດ​ລິບ ຈະ​ເປັນອັນ​ຕະ​
ລາຍ ຕໍ່ຊີວິດຂອ​ພວກ​ພົນ​ລະ​ເຮືອນຈຳ​ນວນ​ຫຼາຍ​ຮ້ອຍພັນ​ຄົນ ທັງ​ຈະນຳ​ໄປ​ສູ່ ວິກິດ
ການ​ການນອງ​ເລືອດ ທາງ​ດ້ານ​ມະ​ນຸດ​ສະ​ທຳຢ່າງ​ຮ້າຍ​ແຮງ​.

ອ່ານ​ຂ່າວ​ນີ້​ເພີ້ມ​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG