ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

​ປະ​ທາ​ນາ​ທິ​ບໍ​ດີ ອາ​ຊາດ ຂອງ​ຊີ​ເຣຍ ກ່າວ​ວ່າ ອາ​ເລບ​ໂປ ຈະ​ກັບ​ຄືນ​ມາ​ເຂັ້ມ​ແຂງ ເຊັ່ນ​ເຄີຍ


ໃນ​ພາບນີ້ ທີ່​ໄດ້​ຖືກ​ເປີດ​ເຜີຍ ໃນ​ວັນ​ທີ 16 ກຸມ​ພາ 2020 ​ອົງ​ການ​ຂ່າວ SANA ຂອງ​ທາງ​ການ​ຊີ​ເຣຍ ​ສະ​ແດງ​ໃຫ້​ເຫັນ ພວກ​ທະ​ຫານກອງ​ທັບ​ບົກ ຊີ​ເຣຍ ຍົກ​ນິ້ວ​ມື ທີ່​ເປັນ​ສັນ​ຍາ​ລັກ ຂອງ​ໄຊ​ຊະ​ນະ ​ຢູ່​ຄຸ້ມ​ບ້ານ ຣາ​ຊີ​ດີນ ໃນ​ແຂວງ​ອາ​ເລບ​ໂປ ຂອງ​ຊີ​ເຣຍ.
ໃນ​ພາບນີ້ ທີ່​ໄດ້​ຖືກ​ເປີດ​ເຜີຍ ໃນ​ວັນ​ທີ 16 ກຸມ​ພາ 2020 ​ອົງ​ການ​ຂ່າວ SANA ຂອງ​ທາງ​ການ​ຊີ​ເຣຍ ​ສະ​ແດງ​ໃຫ້​ເຫັນ ພວກ​ທະ​ຫານກອງ​ທັບ​ບົກ ຊີ​ເຣຍ ຍົກ​ນິ້ວ​ມື ທີ່​ເປັນ​ສັນ​ຍາ​ລັກ ຂອງ​ໄຊ​ຊະ​ນະ ​ຢູ່​ຄຸ້ມ​ບ້ານ ຣາ​ຊີ​ດີນ ໃນ​ແຂວງ​ອາ​ເລບ​ໂປ ຂອງ​ຊີ​ເຣຍ.

ປະ​ທາ​ນາ​ທິ​ບໍ​ດີ ຊີ​ເຣຍ ທ່ານ​ບາ​ຊາ​ຣ ອາ​ຊາດ ກ່າວ​ວ່າ ເມືອງ ອາ​ເລບ​ໂປ ທີ່​ເປັນ​ສູນ​ກາງ​ເສດ​ຖະ​ກິດ​ຂອງ​ແຂວງ​ອາ​ເລບ​ໂປ ຈະ “ກັບ​ຄືນ​ມາເຂັ້​ມ​ແຂງ ​ຂຶ້ນກວ່າ​ເກົ່າເຊັ່ນ​ເຄີຍ” ຫຼັງ​ຈາກກອງ​ກຳ​ລັງ​ຂອງ​ຊີ​ເຣຍ ເຂົ້າ​ຍຶດ​ເອົາ​ການ​ຄວາມ​ຄຸມ​ຈາກ​ພວກ​ນັກ​ລົບ​ຕໍ່​ຕ້ານລັດ​ຖະ​ບານ​ ໄດ້ຢ່າງ​ຄົບ​ຖ້ວນ.

ໃນ​ການ​ກ່າວ​ຖະ​ແຫລງ​ຜ່ານ​ໂທ​ລະ​ພາບ​ທີ່ບໍ່​ຄ່ອຍ​ມີຫຼາຍ ​ໃນ​ວັນ​ຈັນ​ວານນີ້ ທ່ານ​ອາ​ຊາດ ໄດ້​ກ່າວ​ວ່າ ກອງ​ທັບ ຈະ​ບໍ່ຍອມ​ແພ້​ຈົນ​ກວ່າ​ວ່າ ຕົນ​ຈະ​ບັນ​ລຸ​ໄຊ​ຊະ​ນະ​ຢ່າງ​ຄົບ​ຖ້ວນ “ບໍ່​ໄວ ຫຼື ບໍ່​ຊ້າ.”

ທ່ານ​ອາ​ຊາດ ເວົ້າ​ວ່າ “ການ​ປົດ​ປ່ອຍ​ໃນ​ຄັ້ງ​ນີ້ ບໍ່​ໝາຍ​ຄວາມ​ວ່າ ເປັນ​ ສິ້ນ​ສຸດຂອງ​ສົງ​ຄາມ ແລະ​ບໍ່​ໝາຍ​ຄວາມ​ວ່າ ເປັນ​ການ​ສິ້ນ​ສຸດ​ຂອງແຜນ​ການ ບໍ່​ເປັນ​ການ​ສິ້ນ​ສຸດ​ຂ​ຊອງ​ການກໍ່​ການ​ຮ້າຍ ຫຼື ການຍອມ​ຈຳ​ນົນ​ຂອງ​ພວກ​ສັດ​ຕູ….ມັນ​ໝາຍ​ຄວາມ​ວ່າ ພວກ​ເຮົາ​ໄດ້​ເອົາ​ດັງ​ຂອງ​ພວກ​ເຂົາ​ຖູ​ລົງ​ໃສ່​ພື້ນ​ດິນ ອັນ​ເປັນການ​ກະ​ທຳ​ສຳ​ລັບ​ໄຊ​ຊະ​ນະ​ອັນ​ຄົບ​ຖ້ວນ.”

ທ່ານ​ອາ​ຊາດ ໄດ້​ກ່າວ​ຕື່ມ​ວ່າ ການ​ຕໍ່ສູ້ເພື່ອ​ປົດ​ປ່ອຍ ທຸກ​ແຫ່ງ​ຂອງ​ອາ​ເລບ​ໂປ ພ້ອມ​ກັບ​ຄຸ້ມ​ບ້ານ​ທີ່​ຄວບ​ຄຸມ​ໂດຍ​ພວກ​ຕໍ່​ຕ້ານ​ໃນ​ແຂວງ​ອິດ​ລິບ ຈະ​ສືບ​ຕໍ່​ໄປ ເຖິງ​ແມ່ນ​ວ່າ “ສຽງ​ມິດ​ຫງຽບ​ໄປ” ຈາກ​ພາກ​ເໜືອ ຊຶ່ງ​ໝາຍ​ເຖິງ​ເທີ​ກີ ທີ່ມີ​ຊາຍ​ແດນ​ຕິດກັ​ບ​ທັງ​ສອງ​ແຂວງ​ດັ່ງ​ກ່າວ ແລະ​ໄດ້​ໃຫ້​ການ​ໜຸນ​ຫລັງ​ແກ່​ພວກ​ຕໍ່​ຕ້ານ​ລັດ​ຖະ​ບານ​ຊີ​ເຣຍ.

ເທີ​ກີ ໄດ້​ສົ່ງ​ກຳ​ລັງ​ງ​ທະ​ຫານ ແລະ​ອຸ​ປະ​ກອນ​ເຂົ້າ​ໄປ​ໃນ​ແຂວງ​ອິດ​ລິບ ເພື່ອ​ພະ​ຍາຍ​າມ​ທີ່​ຈະ​ຢຸດຢັ້ງ​ການ​ເຄື່ອນ​ກຳ​ລັງ​ຂອງ​ກອງ​ທັບຊີ​ເຣຍ ໃນ​ຂະ​ນະ​ທີ່ ບັນ​ດາ​ນັກ​ການ​ທູດ​ຂອງ​ເທີ​ກີ ພວມ​ຢູ່​ໃນ​ນະ​ຄອນຫຼວງ​ມົ​ສ​ກູ ເພື່ອ​ເຈ​ລະ​ຈາ​ກັບ​ຣັດ​ເຊຍ ທີ່​ເປັນ​ພັນ​ທະ​ມິດໃຫຍ່​ທີ່​ສຸດຂອງ​ຊີ​ເຣຍ.

ຖະ​ແຫລງ​ການ​ຈາກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຂອງ​ເທີ​ກີ ໃນ​ວັນ​ຈັນ​ວານນີ້ ທີ່​ວ່າ “ເນັ້ນ​ເຖິງ​ຄວາມ​ຈຳ​ເປັນ​ໃນ​ການ​ຫລຸດ​ຜ່ອນ​ຄວາມ​ເຄັ່ງ​ຕຶງ​ຢ່າງວ່ອງ​ໄວ​ຢູ່​ໃນ​ສະ​ໜາມ ແລະ​ເພື່ອ​ປ້ອງ​ກັນ​ບໍ່​ໃຫ້​ສະ​ຖາ​ນະ​ການ​ດ້ານ​ມະ​ນຸດ​ສະ​ທຳ ຊຸດ​ໂຊມ​ລົງ​ຕື່ມ​ອີກ.”

ກອງ​ກຳ​ລັງ​ຂອງ​ຊີ​ເຣຍ ທີ່​ໄດ້​ຮັບ​ການ​ໜຸນຫຼັງ​ໂດຍກຳ​ລັງ​ທາງ​ອາ​ກາດ​ຂອງ​ຣັດ​ເຊຍ ​ໄດ້​ເຂົ້າ​ຄວບ​ຄຸມ​ພື້ນ​ທີ່​ສ່ວນ​ໃຫຍ່​ຂອງ​ເມືອງ​ອາ​ເລບ​ໂປ ຍຶດ​ໄດ້​ປະ​ມານ 30 ຄຸ້ມ​ບ້ານ ພາຍ​ໃນ​ພຽງ​ມື້​ດຽວ​ໃນ​ວັນ​ອາ​ທິດ​ຜ່ານ​ມານີ້. ເມືອງ​ອາ​ເລບ​ໂປ ໄດ້​ຕົກ​ເປັນ​ເປົ້າ​ໝາຍ ຂອງ​ການ​ຍິງ​ຈະຫຼວດຢູ່​ເລື້ອຍ​ມາ ​ໂດຍ​ກຸ່ມ​ຕໍ່​ຕ້ານລັດ​ຖະ​ບານ​ຊີ​ເຣຍ.

ຫົວ​ໜ້າ​ດ້ານ​ມະ​ນຸດ​ສະ​ທຳ​ຂອງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ ທ່ານ​ມາກ ໂລ​ຄັອກ ກ່າວ​ວ່າ ການ​ສູ້​ລົບ​ກັນ ໃນ​ເຂດ​ພາກ​ຕາ​ເວັນ​ຕົກ​ສຽງ​ເໜືອ​ຂອງ​ຊີ​ເຣຍ ລວມ​ທັງ ອິດ​ລິບນັ້ນ ໄດ້​ເຖິງ “​ລະ​ດັບ​ທີ່​ເປັນ​ຕາ​ຢ້ານ” ໂດຍ​ມີ​ພົນ​ລະ​ເຮືອນ ປະ​ມາ​ນ 900,000 ຄົນ ກຳ​ລັງ​ຫລົບ​ໜີ​ຈ​າກ​ເຮືອນ​ຊານ​ຂອງ​ພວກ​ເຂົາ​ເຈົ້າ ນັບ​ຕັ້ງ​ແຕ່​ຕົ້ນ​ເດືອນ​ທັນ​ວາ​ປີ​ກາຍນີ້.

ທ່ານ​ໂລ​ຄັອກ ໄດ້​ເວົ້າ​ວ່າ “ເລື້ອງ​ລາວອັນໂຫດ​ຮ້າຍ​ດ້ານ​ມະ​ນຸດ​ສະ​ທຳ​ທີ່​ໃຫຍ່​ທີ່​ສຸດ​ຂອງ​ສັດ​ຕະ​ວັດ​ທີ 21 ຈະ​ພຽງ​ຫລີກ​ເວັ້ນ​ໄດ້ ຖ້າ​ຫາກ ບັນ​ດາ​ສະ​ມາ​ຊິກ​ສະ​ພາ​ຄວາມ​ໝັ້ນ​ຄົງ ແລະ​ພວກ​ທີ່​ມີ​ອິດ​ທິ​ພົນ ຜ່ານ​ຜ່າ​ຜົນ​ປະ​ໂຫຍດ​ສ່ວນ​ຕົວ​ໄດ້ ແລະເອົາ​ຜົນ​ປະ​ໂຫຍດ​ສ່ວນ​ລ​ວາມ ໃນມະ​ນຸດ​ສະ​ທຳ​ມາ​ກ່ອນ.”

​ອ່ານ​ຂ່າວນີ້​ຕື່ມ ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG