ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການທ່ອງທ່ຽວກໍາລັງຟື້ນໂຕຄືນທີ່ເອເຊຍ


ທ່ານ Taleb Rifai ຫົວໜ້າ​ອົງການ​ທ່ອງ​ທ່ຽວ​ຂອງ​ສະຫະ​ປະ ຊາ​ຊາດກ່າວ​ວ່າ ການ​ທ່ອງ​ທ່ຽວ​ຂອງ​ໂລກ​ກຳລັງ​ຟື້ນ​ໂຕ​ຄືນ ນຳ​ພາ​ໂດຍການ​ເຕີບ​ໂຕ​ຂຶ້ນ​ຢ່າງ​ວ່ອງ​ໄວ​ໃນ​ເອ​ເຊຍ ເຖິງ​ແມ່ນ​ວ່າການທ່ອງ ທ່ຽວ​ໃນ​ທະວີບຢູ​ໂຣບ ຍັງ​ຢູ່​ໃນ​ສະພາວະ​ຕົກ​ຕ່ຳຢູ່ກໍ​ຕາມ. ສິງ​ມີລາຍ​ລະ ອຽດ​ມາສະ​ເໜີ​ທ່ານ ຈາກ​ລາຍ​ງານ​ຂອງຜູ້​ສື່​ຂ່າວ​ວີ​ໂອ​ເອ ທີ່​ບາງກອກ ບ່ອນ​ທ່ີ​ທ່ານ Rifai ກຳລັງ​ຕິດຕາມ​ເບິ່ງ​ສະພາບ​ການທ່ອງທ່ຽວ​ຂອງ​ໄທ​ຢູ່​ນັ້ນ.
ບັນດາ​ຊ່ຽວຊານ​ໃນ​ວົງ​ການ​ອຸດສາຫະກຳ​ການທ່ອງທ່ຽວ​ກ່າວ​ວ່າ ປະຊາຊົນ​ໃນ​ທົ່ວ​ໂລກ​ພາກັນ​ໃຊ້​ເວລາແລະ​ເງິນ​ຄຳໃນການ​ໄປທ່ອງ ທ່ຽວ ຢູ່​ເຖິງ​ແມ່ນ​ມີ​ຄວາມ​ເປັນ​ຫ່ວງ​ນຳ​ການ​ເສດຖະກິດ​ຂອງ​ໂລກ ທ່ີ​ຍັງ ຢູ່​ໃນ​ສະພາບ​ທ່ີ​ບໍ່​ແນ່ນອນ​ຢູ່​ກໍ​ຕາມ.
ອົງການ​ການທ່ອງທ່ຽວ​ໂລກຂອງສະຫະ​ປະຊາ​ຊາດ​ທຳນາຍ​ວ່າ ການ ທ່ອງ​ທ່ຽວ​ຂອງ​ໂລກ​ຈະ​ເຕີບ​ໂຕ​ຂຶ້ນ 4 ​ເປີ​ເຊັນ​ໃນ​ປີ​ນີ້ ຊຶ່ງເປັນ​ໄປ​ຕາມ ອັດຕາ​ການ​ເຕີບ​ໂຕໂດຍສະ​ເລ່ຍ ຂອງ​ອຸດສາຫະກຳ​ການທ່ອງທ່ຽວ​ຂອງ​ໂລກ​ ໃນ​ຮອບ 15 ປີຜ່ານມາ​ນີ້.ທ່ານ Taleb Rifai ​ເລຂາທິການ​ໃຫຍ່​ອົງການ​ທ່ອງ​ທ່ຽວ​ຂອງ​ສະຫະ ປະຊາ​ຊາດ​ກ່າວ​ໃນ​ວັນ​ສຸກ​ຜ່ານ​ມາ​ນີ້​ວ່າ ການ​ເຕີບ​ໂຕ​ທ່ີ​ວ່າ​ນີ້​ສະ​ແດງ​ໃຫ້ເຫັນ​ວ່າ ການທ່ອງທ່ຽວໄດ້​ຟື້ນ​ໂຕ​ຄືນ​ຈາກ​ວິ​ກິດການ​ການ​ເງິນ​ຂອງ​ໂລກ​ແລ້ວ ບໍ່​ຫລາຍ​ກໍ​ນ້ອຍ ​ຊຶ່ງ​ທ່ານກ່າວ​ຊີ້​ແຈງ​ວ່າ:

"ພວກເຮົາຫາກໍ​ໄດ້​ເສັດ​ສີ້​ນການ​ສຶກສາ​ເບິ່ງ​ຜົນຂອງ​ໄລຍະສີ່ເດືອນທຳ ອິດຂອງປີ 2010 ຂອງ​ອຸດສາຫະກຳທ່ອງທ່ຽວຢູ່​ໃນໂລກ​ ແລະກໍ​ພົບ​ວ່າ ເຮົາມີການເຕີບໂຕຂຶ້ນ 7% ສົມທຽບໃສ່ປີ 2009 ນັ້ນ. ປີ 2009 ​ໄດ້ເປັນປີທີ່ຂີ້ຮ້າຍທີ່ສຸດ ​ເທົ່າ​ທີ່ພວກເຮົາເຄີຍພົບມາໃນລະຍະຫົກທົດ ສະວັດຜ່ານມາ ​ຄື​ມີ​ການຕົກຕ່ຳລົງ​ເຖິງ 4%. ດັ່ງນັ້ນ ການຟື້ນຕົວຄືນ ຄັ້ງນີ້ ຈຶ່ງ​ຖື​ວ່າແຂງແຮງແລະວ່ອງໄວ ກວ່າທີ່ພວກເຮົາ​ໄດ້ຄິດໄວ້ ແລະ ປະການສຳຄັນອີກຢ່າງນຶ່ງນັ້ນ ກໍຄືການຟື້ນຕົວຄືນນີ້ໂດຍ​ພື້ນ​ຖານ​ແລ້ວ ແມ່ນກຳລັງ​ໄດ້​ຮັບ​ກາ​ນຂັບດັນ ແລະນຳພາໂດຍຂົງເຂດເອເຊຍ."

ທ່ານ Rifai ກ່າວ​ວ່າ ພວກ​ນັກ​ທ່ອງ​ທ່ຽວ​ຈາກ​ນາໆ​ຊາດ​ ທ່ີ​ເດີນ ທາງ​ໄປ​ທ່ອງ​ທ່ຽວ​ໃນ​ເອ​ເຊຍ​ ນັບ​ແຕ່​ເດືອນ​ມັງກອນ ຫາ​ເດືອນ​ເມສາ ຜ່ານ​ມານັ້ນ ​ໄດ້​ເພີ່ມ​ຂຶ້ນ 12 ​ເປີ​ເຊັນ​ ໃນ​ຂະນະ​ທ່ີ​ອັດຕາເຕີບ​ໂຕ​ໂດຍ ສະ​ເລ່ຍຂອງ​ໂລກ​ ຢູ່​ໃນ​ລະດັບ 7 ​ເປີ​ເຊັນ.ແຕ່​ວ່າ ໃນ​ຂະນະ​ທ່ີ​ການທ່ອງທ່ຽວ​ໃນ​ເອ​ເຊຍ​ກຳລັງ​ຟື້ນ​ໂຕ​ຄືນ​ສູ່​ລະດັບ​ປົກກະຕິຢູ່​ນີ້ ​ ​ການທ່ອງທ່ຽວ​ໃນ​ຢູ​ໂຣບກັບຍັງ​ຢູ່​ໃນ​ສະພາວະ​ເກືອບ​ວ່າ​ບໍ່​ເຕີບໂຕ​ຂຶ້ນ​ເລີຍ.ທ່ານ Rifai ກ່າວ​ວ່າ ການ​ຂາດ​ດຸນ​ງົບປະມານ​ຢ່າງ​ຫລວງຫລາຍ​ຂອງ ລັດຖະບານ​ປະ​ເທດ​ຕ່າງໆ​ ມີ​ແນວ​ໂນ້ມ​ເຮັດ​ໃຫ້​ພວກ​ລັດຖະບານ​ເຫລົ່າ​ນັ້ນເກັບ​ພາສີ​ຂຶ້ນ​ ຊຶ່ງ​ພາ​ໃຫ້​ພວກ​ນັກ​ທ່ອງ​ທ່ຽວ​ບໍ່​ພາກັນຢາກໄປພັກ ຜ່ອນ​ຫລື​ທ່ອງ​ທ່ຽວ​ໃນ​ຢູ​ໂຣບນັ້ນ.

ໃນ​ວັນ​ສຸກ​ຜ່ານ​ມາ​ນີ້ ຫົວໜ້າ​ອົງການ​ທ່ອງ​ທ່ຽວ​ສະຫະ​ປະຊາ​ຊາດທ່ານ ນີ້​ໄດ້ໄປຢ້ຽມຢາມ​ຍ່ານສູນ​ກາງ​ການ​ຄ້າ​ແລະ​ໂຮງ​ແຮມ ທີ່​ເຂດຣາດຊະ​ປະສົງ​ໃນ​ບາງກອກ.

ສູນ​ກາງ​ການ​ຄ້າ​ທີ່​ຫລູຫລາ​ສຳລັບ​ຄົນ​ຮັ່ງມີ​ແຫ່ງ​ນີ້ ຍັງ​ກຳລັງຟື້ນ​ໂຕ​ຄືນ​ຈາ​ກການ​ຄອບ​ຄອງ​ເປັນ​ເວລາ​ຫລາຍ​ສັບປະດາ​ ໂດຍ​ພວກ​ປະ​ທ້ວງ​ຕໍ່ ຕ້ານ​ລັດຖະບານຫລາຍ​ພັນ​ຄົນ. ​ທາງ​ກອງທັບ​ໄທ​ໄດ້​ຂັບ​ໄລ່​ພວກ​ປະ​ທ້ວງ​ອອກຈາກ​ຂົງ​ເຂດ​ດັ່ງກ່າວໄປ ໃນ​ເດືອນ​ພຶດສະພາ​ຜ່ານ​ມາ​ນັ້ນ.

ການ​ຊຸມນຸມປະ​ທ້ວງ​ລັດຖະບານ​ດັ່ງກ່າວ​ ໄດ້​ບີບບັງຄັບ​ໃຫ້​ວົງ​ການ​ທຸ ລະ​ກິດ​ໃນເຂດນັ້ນ​ຕ້ອງ​ປິດ​ກິດຈະການ​ລົງ ​ເຮັດ​ໃຫ້​ພວກ​ເຈົ້າຂອງ​ທຸລະ​ກິດ​ເສຍ​ລາຍ​ໄດ້​ໄປ​ເປັນ​ຈຳນວນ​ຫລາຍ​ຮ້ອຍ​ລ້ານ​ດອນ​ລາ ​ແລະ​ການ ທ່ອງທ່ຽວ​ກໍ​ໄດ້​ຕົກຕໍ່າລົງ​ຢ່າງວ່ອງ​ໄວ​ ໃນ​ລະຫວ່າງ​ການ​ປະ​ທ້ວງ​ນັ້ນ.

ການ​ປະ​ທະ​ກັນ​ຫລາຍ​ຄັ້ງ​ລະຫວ່າງ​ພວກ​ປະ​ທ້ວງ​ແລະ​ພວກ​ທະຫານ​ໄດ້​ເຮັດ​ໃຫ້​ປະຊາຊົນ​ເສຍຊີວິດ​ໄປ 90 ຄົນ​ແລະ​ພວກ​ປະ​ທ້ວງ​ທ່ີ​ມີ​ຄວາມ​ໂກດ​ແຄ້ນ ໄດ້​ພາກັນ​ເອົາ​ໄຟ​ຈູດ​ເຜົາ​ພວກ​ຕຶກ​ອາຄານ​ຕ່າງໆ​ຫລາຍ​ກວ່າ 30 ຫລັງ ທ່ີ​ຮວມທັງ​ສູນ​ກາງ​ການ​ຄ້າ​ໃຫຍ່​ໃນ​ຍ່ານຣາດຊະ​ປະ ສົງ​ນັ້ນ​ນຳ.ທ່ານ Rifai ກ່າວ​ວ່າ ​ໄທມີ​ຄວາມ​ສາມາດ​ໃນ​ການ​ປັບ​ໂຕ​ໄດ້​ໄວ ​ແລະ​ກໍ​ກຳລັງ​ຟື້ນ​ໂຕ​ຄືນ ​ແລະ​ການທ່ອງທ່ຽວ​ກໍ​ກຳລັງຟື້ນ​ໂຕ​ຄືນເຊ່ນ​ກັນ. ທ່ານ Rifai ກ່າວ​ຕໍ່​ໄປ​ວ່າ: ບໍ່ວ່າຈະມີສະພາບການ​ແນວ​ໃດເກີດຂື້ນກໍຕາມ ທຸລະກິດການທ່ອງທ່ຽວ ຄືອະນາຄົດຂອງໄທ ແລະມັນເປັນການສຳຄັນຫລາຍທີ່​ເຮົາ​ຕ້ອງເຊື່ອມ ໂຍງສອງສິ່ງນີ້ເຂົ້ານຳກັນ ຄືປະເທດໄທແມ່ນກັບຄືນ​ເຂົ້າສູ່ທຸລະກິດ ອີກແລ້ວ ​ແລະບາງກອກກໍເລິ່ມກັບ​ຄືນ​ມາຄືກຄັກເຄຶ່ອນໄຫວໃນດ້ານ ທຸລະກິດ ແລະ ການທ່ອງທ່ຽວກໍຄືທຸລະກິດຂອງພວກເຮົາ. ທ່ານ Rifai ກ່າວຕື່ມ​ວ່າ

"ມັນ​ຈະ​ໃຊ້​ເວລາ​ອີກສອງ​ສາມ​ເດືອນ​ກ່ອນຈະ​ຮູ້ຈັກເປັນ​ທ່ີ​ຈະ​ແຈ້ງວ່າ ການທ່ອງທ່ຽວ​ຂອງໄທ​ໄດ້​ຟື້ນ​ໂຕ​ຄືນ​ແທ້​ຫລື​ບໍ? ແລະ​ທ່ານ​ຍອມຮັບ​ວ່າ ຄວາມ​ວຸ້ນວາຍ​ທາງ​ດ້ານ​ການເມືອງ​ ສາມາດ​ກັບ​ຄືນ​ມາ​ໄດ້."

ທ່ານ Rifai ກ່າວ​ໃນ​ທີ່​ສຸດ​ວ່າ ເຖິງ​ແມ່ນ​ມັນ​ຈະ​ເປັນ​ແບບນັ້ນ​ກໍ​ຕາມ ​ໄທກໍ​ຍັງ​ຄົງເປັນ​ນຶ່ງ​ໃນ​ບັນດາ​ຈຸດໝາຍ​ປາຍທາງ​ ທີ່ພວກ​ນັກ​ທ່ອງ​ທ່ຽວ ຈາກ​ຢູ​ໂຣບ ​ນິຍົມພາກັນ​ໄປ​ທ່ອງ​ທ່ຽວ​ຫລາຍ​ທ່ີ​ສຸດ​ຢູ່.

XS
SM
MD
LG