ຕະຫລາດຮຸ້ນເອເຊຍຫລາຍແຫ່ງ ຕົກລາຄາໃນວັນພຸດມື້ນີ້
ຫລັງຈາກເກົາຫລີເໜືອໄດ້ທົດລອງນິວເຄລຍ ລົບກວນປະ
ສາດຂອງບັນດາຜູ້ລົງທຶນ ໃນຂະນະທີ່ຕະຫລາດຮຸ້ນໃນປະ
ເທດຈີນເອງ ມີລາຄາຄົງໂຕຫຼັງຈາກມີຂ່າວວ່າ ປັກກິ່ງອາດ
ຈະຮັກສາມາດຕະການຊ່ວຍເຫລືອຕະຫລາດໃຫ້ມີຜົນບັງ
ຄັບໃຊ້ຢູ່ຕໍ່ໄປ.
ດັດຊະນີຮຸ້ນ Neikkei ຂອງຍີ່ປຸ່ນ ຕົກລາຄາ 1.3 ເປີເຊັນ
ເປັນ 18,144.99 ເຢັນ ແລະດັດຊະນີ Kospi ຂອງເກົາຫຼີ
ໃຕ້ ຕົກລາຄາ 0.5 ເປີເຊັນ ເປັນ 1,910 ວອນແລະດັດຊະ
ນີີ S&P ຂອງອອສເຕຣຍເລຍ ຕົກລາຄາ 1.3 ເປີເຊັນ ເປັນ 5,117.90 ໂດລາ.
ດັດຊະນີ Hang Seng ຂອງຮົງກົງຕົກລາຄາ 0.8 ເປີເຊັນ ເປັນ 21,005.51 ແຕ່ວ່າດັດ
ຊະນີ CS1300 ທີ່ເປັນບໍລິສັດໃຫຍ່ສຸດຂອງນະຄອນ Shanghai ແລະ Shenzhen ມີ
ລາຄາສູງຂຶ້ນ 1.8 ເປີເຊັນ ເປັນ 3,539.81 ໃນຂະນະດັດຊະນີຮຸ້ນປະສົມຂອງນະຄອນ
Shanghai ມີລາຄາສູງຂຶ້ນ 2.3 ເປີເຊັນ. ດັດຊະນີດັ່ງກ່າວໄດ້ຕົກລາຄາ 6.9 ເປີເຊັນໃນ
ມື້ວັນຈັນ ແລະມີລາຄາ ສູງຂຶ້ນ 0.3 ເປີເຊັນໃນມື້ວານນີ້.
ລະບຽບທີ່ປ້ອງກັນບໍ່ໃຫ້ພວກຖືຮຸ້ນ ຫລາຍກວ່າ 5 ເປີເຊັນຂອງບໍລິສັດ ຂາຍຮຸ້ນອອກ ມີ
ກຳນົດຈະໝົດອາຍຸລົງພາຍໃນອາທິດນີ້.
ແຕ່ລາຍງານຂອງອົງການຂ່າວຕະຫລາດຫຼັກຊັບ ຊຽງໄຮ້ແຈ້ງວ່າ ກຳມາທິການຄວບຄຸມ
ລະບຽບວ່າດ້ວຍຕະຫລາດຫລັກຊັບຂອງຈີນ ຫຼື CSRC ຈະປ່ອຍໃຫ້ຂໍ້ຫ້າມດັ່ງກ່າວນີ້ມີ
ຜົນບັງຄັບໃຊ້ຕໍ່ໄປຈົນກວ່າກົດລະບຽບໃໝ່ຈະຖືກນຳມາໃຊ້ແທນ. ກຳມາທິການ CSRC
ບໍ່ໄດ້ໃຫ້ລາຍລະອຽດວ່າ ເວລາໃດນະໂຍບາຍໃໝ່ຈຶ່ງຈະມີການນຳໃຊ້.