ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຄົນເອເຊຍໃນ ສະຫະລັດ ລະວັງຕົວເປັນພິເສດ ໃນຂະນະທີ່ມີການໂຈມຕີ ຄົນເອເຊຍ ຢ່າງຕໍ່ເນື່ອງ


ແມ່ຍິງຄົນນຶ່ງຖືປ້າຍ ໃນລະຫວ່າງການຊຸມນຸມ “ຢຸດຄວາມຄຽດຊັງຕໍ່ຄົນເອເຊຍ”, ລຸນຫຼັງການຍິງສັງຫານໝູ່ ໃນນະຄອນ ແອັດແລນຕ້າ, ລັດຈໍເຈຍ. 20 ມີນາ, 2021.
ແມ່ຍິງຄົນນຶ່ງຖືປ້າຍ ໃນລະຫວ່າງການຊຸມນຸມ “ຢຸດຄວາມຄຽດຊັງຕໍ່ຄົນເອເຊຍ”, ລຸນຫຼັງການຍິງສັງຫານໝູ່ ໃນນະຄອນ ແອັດແລນຕ້າ, ລັດຈໍເຈຍ. 20 ມີນາ, 2021.

ບັນຫາການແບ່ງແຍກເຊື້ອຊາດຜິວພັນໃນ ສະຫະລັດ ໄດ້ມີມາແຕ່ດົນນານແລ້ວ, ແລະ ປັດຈຸບັນນີ້ກໍຍັງເກີດຂຶ້ນຢ່າງຕໍ່ເນື່ອງ.

ການຈຳແນກເຊື້ອຊາດຜິດພັນໃນ ສະຫະລັດ ມັກເກີດຕໍ່ຄົນຜິວດຳ, ມຸສລິມ, ອາເມຣິກາລາຕິນ ແລະ ເອເຊຍ. ເຊິ່ງເຫດການທີ່ມັກເກີດຂຶ້ນຫຼາຍກວ່າໝູ່ນັ້ນ ແມ່ນມີຕໍ່ກັບຄົນອາເມຣິກັນເຊື້ອສາຍ ອາຟຣິກາ. ເຫດການຕ່າງໆມັກເກີດຂຶ້ນ ໃນລະດັບການໃຊ້ຄຳເວົ້າດູຖືກຈົນໄປເຖິງການໃຊ້ກຳລັງ ແລະ ບາງກໍລະນີຄວາມຮຸນແຮງບານປາຍຈົນກາຍເປັນການຈາລະຈົນຢູ່ໃນຕົວເມືອງທີ່ສຳຄັນ ຂອງປະເທດ.

ແຕ່ໃນຂະນະທີ່ໂຣກລະບາດໄວຣັສໂຄໂຣນາໄດ້ເກີດຂຶ້ນນັ້ນ, ບັນຫາການຈຳແນກເຊື້ອຊາດຕໍ່ຄົນເອເຊຍໂດຍສະເພາະແມ່ນຄົນ ຈີນ ແມ່ນໄດ້ເກີດຂຶ້ນຢ່າງຕິດຕໍ່ກັນ. ເຫດການຕໍ່ຕ້ານຄົນເອເຊຍ ໄດ້ເຮັດໃຫ້ຄົນເອເຊຍໃນ ສະຫະລັດ ຕ້ອງໄດ້ມີສະຕິລະວັງຕົວເປັນພິເສດ, ເຊິ່ງພວກຄົນຮ້າຍມັກຈະທຳຮ້າຍຄົນເອເຊຍທີ່ມີອາຍຸສູງ ແລະ ແມ່ຍິງ.

ທ່ານນາງ ວັນນະພອນ ຄົນລາວທີ່ອາໄສຢູ່ນະຄອນ ລອສ ແອນເຈີລິສ ໄດ້ໃຫ້ຄຳເຫັນຕໍ່ພວກເຮົາ ກ່ຽວກັບ ເຫດການນີ້ວ່າ “ຂ້າພະເຈົ້າສັ່ນ ແລະ ຢາກຮ້ອງໄຫ້. ເພາະວ່າມັນກະທົບກະເທືອນຈິດໃຈຫຼາຍ. ມັນເຮັດໃຫ້ໃຈແຕກສະ ຫຼາຍ. ຂ້າພະເຈົ້າ ແລະ ຄູ່ໝັ້ນຕ້ອງໄດ້ສອນລູກຊາຍວ່າ ສິ່ງນີ້ແມ່ນກຳລັງເກີດຂຶ້ນ, ວ່າລູກຄິດແນວໃດ? ນັ້ນແມ່ນສິ່ງທີ່ຂ້າພະເຈົ້າເສຍໃຈ, ເສຍໃຈຫຼາຍໆ.”

ທ່ານນາງ ວັນນະພອນ ເວົ້າວ່າແມ່ຂອງລາວໄດ້ອາໄສຢູ່ບ້ານນຳລາວ, ແລະ ແມ່ກໍບໍ່ຮູ້ພາສາອັງ ກິດ, ແລະບໍ່ຮູ້ວ່າບ້ານເມືອງກຳລັງເກີດຫຍັງຂຶ້ນ. ລາວຕ້ອງໄດ້ບອກແມ່ລາວທຸກຄັ້ງວ່າມັນກຳລັງມີເຫດການຕໍ່ຕ້ານຄົນເອເຊຍ ແລະ ອະທິບາຍວ່າເປັນຫຍັງມັນຈຶ່ງໄດ້ເກີດຂຶ້ນ.

ພວກຄົນຮ້າຍຈະທຳຮ້າຍໂດຍບໍ່ໄດ້ແນເປົ້າໃສ່ແຕ່ຄົນ ຈີນ ຢ່າງສະເພາະເຈາະຈົງ, ແຕ່ພວກເຂົາໄດ້ແນເປົ້າໃສ່ຄົນເອເຊຍທຸກຄົນ, ສະເພາະຢູ່ສະຖານທີ່ປ່ຽວ ຫຼື ບໍ່ມີຄົນທຽວ.

ເຫດການຕໍ່ຕ້ານຄົນເອເຊຍບໍ່ພຽງແຕ່ເກີດຂຶ້ນໃນ ສະຫະລັດ ເທົ່ານັ້ນ, ແຕ່ຍັງໄດ້ເກີດຂຶ້ນໃນປະເທດ ການາດາ, ອັງກິດ ແລະ ບ່ອນໆເຊັ່ນກັນ.

XS
SM
MD
LG