ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຊາວເອເຊຍ ແຊງໜ້າ ພວກເຊື້ອສາຍສະເປນ ເປັນຄົນເຂົ້າເມືອງ ກຸ່ມໃຫຍ່ທີ່ສຸດ ໃນສະຫະລັດ


ປະທານ Sharon Bulova ແລະພວກຜູ້ນຳຊາວອາເມຣິກັນ ເຊື້ອສາຍເອເຊຍ ຖ່າຍຮູບຮ່ວມກັນ ຢູ່ທີ່ສູນກາງລັດຖະ ບານເຂດເມືອງ Fairfax
ປະທານ Sharon Bulova ແລະພວກຜູ້ນຳຊາວອາເມຣິກັນ ເຊື້ອສາຍເອເຊຍ ຖ່າຍຮູບຮ່ວມກັນ ຢູ່ທີ່ສູນກາງລັດຖະ ບານເຂດເມືອງ Fairfax

ການຄົ້ນ​ຄວ້າເມື່ອ​ມໍ່ໆມາ​ນີ້ກ່າວ​ວ່າ ຊາວອາ​ເມຣິກັນ​ເຊື້ອສາຍ​ເອ​ເຊຍ ​ໄດ້​ນຳໜ້າ​
ຊາວ​ຮິ​ສ​ແປ​ນິສ ເປັນ​ກຸ່ມຄົນ​ເຂົ້າ​ເມືອງ​ໃຫ່ຍທີ່​ສຸດ ທີ່​ເດີນທາງ​ມາ​ເຖິງ​ສະຫະລັດ
ອາ​ເມຣິກາ ໃນແຕ່ລະ​ປີ.

ລາຍ​ງານ​ທີ່​ນຳອອກເຜີຍ​ແຜ່​ໃນ​ວັນ​ອັງຄານ​ມື້ນີ້ ຂອງສູນກາງ​ຄົ້ນ​ຄວ້າ Pew ຍັງ
ພົບເຫັນ​ວ່າ ຊາວ​ອາ​ເມຣິກັນ​ເຊື້ອສາຍ​ເອ​ເຊຍ ຍັງ​ໄດ້ເປັນພວກ “ທີ່ມີ​ລາຍ​ໄດ້​ສູງ
ໄດ້​ຮັບ​ການ​ສຶກສາດີ​ທີ່​ສຸດ ​ແລະ​ເປັນ​ກຸ່ມທີ່​ຂະ​ຫຍາ​ຍ​ໂຕຢ່າງ​ວ່ອງໄວທີ່​ສຸດ​ໃນ
ສະຫະລັດ.”

ການ​ຄົ້ນ​ຄວ້າທີ່​ມີ​ຫົວ​ເລື້ອງ​ວ່າ “ການ​ເລື່ອນ​ຖານະ​ສູງຂື້ນ​ຂອງຊາວ​ອາ​ເມຣິກັນ​
ເຊື້ອສາຍເອ​ເຊຍ” ພົບ​ເຫັນ​ວ່າ ຊາວ​ເອ​ເຊຍທີ່ຢູ່​ໃນ​ສະຫະລັດ ພາກັນ​ມີ​ຄວາມພໍ​ໃຈ
ຫລາຍ​ກວ່າ​ປະຊາຊົນທົ່ວໆ​ໄປກ່ຽວ​ກັບຊີວິດ​ຂອງ​ພວກ​ເຂົາ​ເຈົ້າ ​ການ​ເງິນ ​ແລະ
​ທິດ​ທາງ​ຂອງ​ປະ​ເທດ.

ລາຍ​ງານ​ກ່າວ​ວ່າ ​ໂຕ​ຕົວ​ເລກ​ທັງໝົດ​ຂອງ​ຊາວອາ​ເມຣິກັນ​ເຊື້ອສາຍ​ເອ​ເຊຍໄດ້​ເພີ້ມ
ຂື້ນສູງ​ ເປັນ​ປະຫວັດການ 18 ລ້ານ 2 ​ແສນ​ຄົນ ​ໃນ​ປີ 2011 ຫລື 5.8 ​ເປີ​ເຊັ​ນຂອງ
​ພົນລະ​ເມືອງອາ​ເມ​ຣິກາ. ນີ້​ແມ່ນ​ການ​ເຕີບ​ໂຕ​ຂື້ນ​ຈາກບໍ່​ຮອດ 1 ​ເປີ​ເຊັນຂອງພົນລະ​
ມືອງສະຫະລັດ ​ໃນ​ປີ 1965.

ຊາວ​ອາ​ເມຣິກັນ​ເຊື້ອສາຍເອ​ເຊຍ ​ເດີນ​ທາງມາ​ສະຫະລັດຈາກຫລາຍ​ໆສິບ​ປະ​ເທດ​ໃນ​
ເຂດເອ​ເຊຍ​ຕາ​ເວັນ​ອອກ​ ​ເອ​ເຊຍ​ຕາ​ເວັນອອກເອ​ເຊຍ​ສຽງ​ໃຕ້ ​ແລະ​ຂົງ​ເຂ​ດ​ເອ​ເຊຍ​ໃຕ້​
ຫຼືອະນຸທະວີບ​ອິນ​ເດຍ.

ສີຟ້າແມ່ນເຊື້ອສາຍເອເຊຍ

XS
SM
MD
LG