ໃນມື້ວັນທີ່ 29 ເມສາທີ່ຜ່ານມາ ປະທານາທິບໍດີທ່ານ
Barack Obama ໄດ້ປະກາດເອົາເດືອນພຶດສະພາປິ
2010 ນີ້ເປັນເດືອນແຫ່ງ ມໍລະດົກມູນເຊື້ອຊາວອະເມຣິກັນ
ເຊື້ອສາຍເອເຊຽແລະຊາວປາຊິຟິກຊຶ່ງໃນຄຳຖະແຫລງ
ຂອງທ່ານມີຄວາມຫມາຍດັ່ງນີ້:
“ຊາວເອເຊຽອະເມຣິກັນແລະຊາວປາຊິຟິກແມ່ນ
ໄດ້ຮັກສາ, ຍຶດຫນ່ຽວແລະຮຸ່ງເຮືອງທາງດ້ານວັດ
ທະນະທຳມານານແລ້ວ ແລະພວກເຂົາເຈົ້າໄດ້
ປະສົບຄວາມສຳເລັດໃນທຸກໆພາກສ່ວນໃນວິຖີຊີວິດ
ຂອງຊາວອະເມຣິກັນຢ່າງສົມບູນ. ພວກເຂົາເຈົ້າໄດ້ຢືນຄຽງບ່າຄຽງໄຫຼ່ກັບເພື່ອນ
ຮ່ວມຊາດຊາວອະເມຣິກັນອື່ນໆ ນັບຕັ້ງແຕ່ເວລາການຕໍ່ສູ້ດ້ານສິດທິພົນລະເມືອງ
ແລະພວກເຂົາເຈົ້າໄດ້ຮັບໃຊ້ຊາດໃນເຄື່ອງແບບເປັນຮົ້ວປ້ອງກັນປະເທດສະຫະຣັດ
ແລະຍັງໄດ້ເປັນຜູ້ນຳທາງດ້ານທຸລະກິດ, ການສຶກສາ ແລະການສົງຄົມ…”
ແລະນັ້ນແມ່ນຄຳຖະແຫລງຕອນ
ນຶ່ງຂອງຂອງປະທານາທິບໍດີທ່ານ
Barack Obamaທີ່ໄດ້ກ່າວເຖິງ
ວັນມູນເຊື້ອຊາວເອເຊຽອະເມ
ຣິກັນແລະຊາວປາຊິຟິກໃນເດືອນ
ພຶດສະພາທີ່ໄດ້ຈັດສະຫຼອງກັນ
ທົ່ວສະຫະຣັດ ແລະໃນການສະ
ຫຼອງສຳຄັນອັນນຶ່ງກໍແມ່ນຢູ່ທີ່
ເມືອງJacksonville ລັດ
Florida ບ່ອນທີ່ໄດ້ມີການ
ຮວມຕົວຂອງຫຼາຍກວ່າສິບປະຊາຄົມຊາວເອເຊຽມາຮວມກັນຈັດງານທີ່ໃຫ້ຊື່ວ່າສະຫຼອງ
ເອເຊຽ ຫຼື Celebrate Asia 2010 ຂຶ້ນຊຶ່ງປະທານຈັດງານໄດ້ແກ່ນາງ ວິດາ ວົງໄຊ
ຈາກປະຊາຄົມລາວ ຊຶ່ງນາງໄດ້ຊີ້ແຈງເຖິງຈຸດປະສົງໃນການຮວມຕົວກັນຈັດງານຂຶ້ນ
ຊຶ່ງເປັນຄັ້ງທຳອິດ ຊຶ່ງນາງກ່າວວ່າ:
“…ຢາກໃຫ້ທຸກຄົນເຂົ້າມາຮວມກັນ, ບໍ່ແມ່ນຈະມີແຕ່ຄົນລາວ, ຄົນເກົາຫຼີ ຄົນຈີນ ຄົນຂເມນ…”
ກະລຸນນາ ກົດສຽງຂ້າງເທິງນີ້ເພື່ອຮັບຟັງລາຍງານ