ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ຜູ້ສັງເກດການເອເຊຍ ບໍ່ຄາດວ່າທ່ານ Trump ແລະທ່ານນາງ Clinton ຈະປ່ຽນ ນະໂຍບາຍ ຕ່າງປະເທດ ສຫລ


Asian Observers Don’t Expect Trump or Clinton to Radically Change Foreign Policy
please wait

No media source currently available

0:00 0:02:53 0:00

ການ​ໂຄສະນາ​ຫາ​ສຽງ ໃນສະຫະລັດ​ ທີ່​ມີ​ການ​ຕ້ອງ​ຕິ ​ຕໍ່​ຂໍ້​ຕົກລົງການ​ຄ້າ​ນາໆ​ຊາດ ​ແລະ ການ​ຂົ່ມຂູ່​ກ່ຽວ​ກັບ​ຄວາມເປັນ​ໄປ​ໄດ້ ​ທີ່​ຈະ​ຖອນ​ກຳລັງ​ທະຫານທະຫານ​ສະຫະລັດອອກ​ຈາກ​ເອ​ເຊຍ ​ແມ່ນ​ບໍ່​ໄດ້​ໃຫ້​ຄວາມ​ສຳຄັນ​ຈາກ​ບັນດາ​ຜູ້​ສັງ​ເກດ​ການ ຫລາຍທ່ານ​ຢູ່​ໃນ​ຂົງ​ເຂດ ​ທີ່​ກ່າວ​ວ່າ ຜົນ​ປະ​ໂຫຍ​ດຂອງ​ອາ​ເມຣິກັນ​ຢູ່​ໃນ​ຕ່າງປະ​ເທດຍັງ​ຄົງເດີມ ​ແລະ​ບັນຫາ​ ທີ່ປະ​ເຊີນ​ໜ້າ​ກັບ​ປະທານາທິບໍດີ​ຄົນ​ຕໍ່​ໄປ​ແມ່ນ​ຍັງມີຄວາມສັບສົນຫຍຸ້ງຍາກ.

ທັງຜູ້​ຖືກ​ສະ​ເໜີ​ຊື່​ຂອງພັກ​ຣີພັບ​ບລິກກັນ ທ່ານ Donald Trump ​ແລະ​ຜູ້​ສະ​ເໜີຊື່​ຂອງພັກ​ເດ​ໂມ​ແຄຣັດ​ທ່ານ​ນາງ Hillary Clinton ​ຕ່າງກໍ​ໄດ້​ຕຳ​ໜິຕິຕຽນ ຕໍ່​ນະ​ໂຍບາຍການ​ຄ້າເສ ລີ ​ໂດຍ​ສະ​ເພາະ​ ຕໍ່​ຂໍ້ຕົກລົງ​ການ​ຄ້າ​ພາຄີ​ຂ້າມ​ມະຫາ​ສະມຸດ​ປາຊິຟິກ​ ຫຼື TPP ທີ່​ຍັງ​ບໍ່​ທັນ​ໄດ້​ຮັບ​ການ​ໃຫ້​ສັດຕະຍາບັນ​ເທື່ອ ຊຶ່ງ​ໄດ້ ສະທ້ອນ​ໃຫ້​ເຫັນ​ເຖິງຄວາມ​ໂກດ​ແຄ້ນຂອງ ປະຊາຊົນ ທີ່​ໄດ້​ສະ​ແດງ​ອອກ​ມາ​ຢູ່​ໃນ​ການ​ໂຄສະນາ​ຫາ​ສຽງ ກ່ຽວ​ກັບ​ການ​ສູນເສຍ ວຽກ​ການ​ຂອງ​ຊາວ​ອາ​ເມຣິກັນ ​ໃນ​ຫລາຍ​ທົດ​ສະ​ວັດ​ທີ່​ຜ່ານ​ມາ.

​ເຖິງ​ຢ່າງ​ໃດ​ກໍ​ດີ ຂໍ້​ຕົກລົງ TPP ຍັງ​ມີ​ຄວາມ​ຕັ້ງ​ໃຈ​ທີ່​ຈະ​ໃຫ້​ບັນດາ​ບໍລິສັດ​ສະຫະລັດ ​ເຂົ້າ​ໄປເຖິງ​ຕະຫລາດ​ຫລາ​ຍຂຶ້ນ​ໃນ​ເອ​ເຊຍ ​ເພື່ອ​ຕ້ານ​ຢັນ​ກັບ​ການ​ເຕີບ​ໂຕ​ຂອງອຳນາດ​ເສດ​ຖະ​ກິດ​ຂອງ​ຈີນ.

ພາບບັນທຶກຈາກ ລັດຖະບານຟິລິບປີນ ສະແດງໃຫ້ເຫັນເຮືອໜ່ວຍຍາມຝັ່ງຈີນ ຢູ່ທະເລຈີນໃຕ້.
ພາບບັນທຶກຈາກ ລັດຖະບານຟິລິບປີນ ສະແດງໃຫ້ເຫັນເຮືອໜ່ວຍຍາມຝັ່ງຈີນ ຢູ່ທະເລຈີນໃຕ້.

ທ່ານ​ນາງ Clinton ​ໃນ​ຂັ້ນ​ເລີ້ມ​ຕົ້ນ​ໄດ້ໃຫ້ການ​ສະໜັບສະໜູນຕໍ່​ຂໍ້​ຕົກລົງ TPP ​ເວລາ​ທ່າ​ນ​ເປັນ​ລັດຖະມົນຕີ​ຕ່າງປະ​ເທດ​ສະຫະລັດ ທີ່ກ່າວ​ໃນ​ປີ 2012 ວ່າມັນ​ເປັນ “​ຂໍ້​ຕົກລົງການ​ຄ້າທີ່​ມີ​ມາດ​ຕະຖານ​ສູງ” ​ແຕ່​ວ່າ​ໄດ້​ປ່ຽນ​ທ່າ​ທີລະ​ຫວ່າງການ​ໂຄສະນາ​ຫາ​ສຽງ.

ທ່ານ Trump ​ໂດຍ​ສະ​ເພາະ​ໄດ້​ກ່າວ​ໂຈມ​ຕີ​ຢ່າງ​ໜັກຕໍ່​ຈີນ ​ໂດຍກ່າວ​ຫາ​ປັກ​ກິ່ງ​ວ່າ ປັບ ປ່ຽນຄ່າເງິນຕາ​ຂອງ​ຕົນ​ເພື່ອ​ໃຫ້​ໄດ້​ປຽບ​ໃນ​ການ​ຄ້າແບ​ບບໍ່​ເປັນ​ທຳ ​ແລະ​ຂົ່ມຂູ່​ທີ່​ຈະ​ວາງ​ມາດ​ຕະການ​ລົງ​ໂທດ ຕໍ່ສິນຄ້າ​ຂາເຂົ້າ​ຂອງ​ຈີນ. ບັນດາ​ນັກ​ເສດ ຖະສາດ​ກ່າວ​ວ່າ ​ເລ້ ຫລ່ຽມ​ດັ່ງກ່າວ​ອາ​ດຈະ​ເຮັດ​ໃຫ້​ເກີດ​ສົງຄາມ​ການ​ຄ້ າ​ທີ່​ຈະໄດ້​ຮັບ​ຄວາມ​ເສຍ​ຫາຍ​ແກ່​ທັງ​ສອງຝ່າຍ.

ພາບບັນທຶກທະຫານເກົາຫລີໃຕ້ ແລະທະຫານມາຣີນສະຫະລັດ ຢູ່ໃນການເຝິກຊ້ອມທີ່ເມືອງ Incheon ປະເທດ South Korea.
ພາບບັນທຶກທະຫານເກົາຫລີໃຕ້ ແລະທະຫານມາຣີນສະຫະລັດ ຢູ່ໃນການເຝິກຊ້ອມທີ່ເມືອງ Incheon ປະເທດ South Korea.

ກ່ຽວ​ກັບ​ວ່າ ສະຫະລັດຈະ​ຕອບ​ໂຕ້​ແບບ​ໃດຕໍ່ໄພ​ຂົ່ມຂູ່ທາງ​ດ້ານນິວ​ເຄລຍທີ່​ເພີ້ມ ທະວີ​ຂຶ້ນຂອງເກົາຫລີ​ເໜືອ ທ່ານ​ນາງ Clinton ​ໄດ້​ອອກສຽງ​ສະໜັບສະໜູນ​ຕໍ່ ​ນະ​ໂຍບາຍ​ໃນປັດຈຸບັນ ​ເພື່ອ​ຮັກສາການ​ເປັນ​ພັນທະ​ມິດ​ທາງ​ທະຫານຢ່າງ​ແຂງ​ແຮງກັບ​ເກົາຫລີ​ໃຕ້ ​ແລະ​ຍີ່ປຸ່ນ ​ເພື່ອ​ສະໜອງ​ກຳລັງ​ຕ້ານ​ຢັນແລະ​ປະຕິບັດ​ງານ​ກັບ​ຈີນ​ເພື່ອ​ເພີ້​ມ​ການ​ລົງ​ໂທດທາງ​ດ້ານເສດຖະກິດ​ຕໍ່ລັດຖະບານ Kim Jong Un.

ສ່ວນທ່ານ Trump ​ໄດ້​ກ່າ​ວວ່າ ຈະ​ທວງ​ໃຫ້​ຈີນຄູ່​ການ​ຄ້າ​ທີ່​ສຳຄັນຂອງ​ເກົາຫລີ​ເໜືອ ບັງຄັບ​ໃຫ້​ພັນທະ​ມິດ​ຂອງ​ຕົນ ຢຸດ​ເຊົາ​ໂຄງການນິວ​ເຄລຍ.

ພາບບັນທຶກ ກຳລັງພິເສດຂອງ ອັຟການິສຖານຕຽມທຳການສູ້ລົບກັບກຸ່ມ Taliban ຢູ່ນອກເມືອງ Lashkar Gah ເມືອງຫລວງຂອງແຂວງ Helmand.
ພາບບັນທຶກ ກຳລັງພິເສດຂອງ ອັຟການິສຖານຕຽມທຳການສູ້ລົບກັບກຸ່ມ Taliban ຢູ່ນອກເມືອງ Lashkar Gah ເມືອງຫລວງຂອງແຂວງ Helmand.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG