ຕະຫລາດຮຸ້ນໃນເຂດເອເຊຍມີລາຄາສູງຂຶ້ນຢ່າງຫຼວງຫຼາຍໃນ
ວັນສຸກມື້ນີ້ ຫລັງຈາກທະນາຄານກາງ ຂອງຍີ່ປຸ່ນ ໄດ້ປະກາດ
ແບບບໍ່ຄາດຝັນ ໃນການສະເໜີນະໂຍບາຍ ອັດຕາດອກເບ້ຍ
ລົບທີ່ຄວນຈະເລີ້ມກະຕຸກຊຸກຍູ້ການໃຫ້ເງິນກູ້ຢືມຢູ່ໃນເສດຖະ
ກິດທີ່ໃຫຍ່ເປັນອັນດັບ 3 ຂອງໂລກ.
ດັດຊະນີຮຸ້ນ Nikkei ຂອງຍີ່ປຸ່ນ ມີລາຄາສູງຂຶ້ນ 2.8 ເປີເຊັນ
ໃນຕອດອັດຕະຫຼາດ ຫລັງຈາກໄດ້ມ່ີການຂຶ້ນໆລົງໆໃນການ
ຊື້ຂາຍຕະຫລອດມື້.
ດັດຊະນີຮຸ້ນ Hang Seng ຂອງຮົງກົງ ກໍມີລາຄາສູງຂຶ້ນ 2.5
ເປີເຊັນສຳລັບມື້ນີ້ ເຖິງແມ່ນວ່າໄດ້ຕົກລາຄາປະມານ 10 ເປີເຊັນມາຈົນຮອດທ້າຍເດືອນ
ນີ້. ດັດຊະນີຮຸ້ນປະສົມ ຂອງນະຄອນຊຽງໄຮ້ ຂຶ້ນລາຄາ 3.1 ເປີເຊັນ ເພື່ອສະຫລຸບທ້າຍ
ເດືອນ ຊຶ່ງດັດຊະນີດັ່ງກ່າວ ຍັງຕົກລາຄາຢູ່ຫລາຍກວ່າ 22 ເປີເຊັນ.
ຕະຫລາດຮຸ້ນ ທີ່ນະຄອນຊິດນີ ສິງກະໂປ ມະນີລາ ແລະໄທເປ ຕ່າງກໍມີລາຄາສູງຂຶ້ນປະ
ມານ 2 ເປີເຊັນ.
ສ່ວນຕະຫລາດຮຸ້ນ ຢູ່ຢູໂຮບ ກໍມີລາຄາສູງຂຶ້ນໄປຕາມໆກັນ ໃນຕອນເປີດຕະຫຼາດເຊົ້າ
ມື້ນີ້.