ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ຕະຫຼາດຮຸ້ນເອເຊຍ ມີລາຄາສູງຂຶ້ນ ໃນວັນພະຫັດມື້ນີ້


ຜູ້ຊາຍຄົນນຶ່ງໃສ່ໜ້າກາກປ້ອງກັນ ຍ່າງຜ່ານກະດານໄຟຟ້າ ລາຍງານດັດຊະນີຮຸ້ນ Nikkei ຂອງຍີ່ປຸ່ນ ໃນນະຄອນຫຼວງໂຕກຽວ.
ຜູ້ຊາຍຄົນນຶ່ງໃສ່ໜ້າກາກປ້ອງກັນ ຍ່າງຜ່ານກະດານໄຟຟ້າ ລາຍງານດັດຊະນີຮຸ້ນ Nikkei ຂອງຍີ່ປຸ່ນ ໃນນະຄອນຫຼວງໂຕກຽວ.

ກ່ຽວກັບການປິ່ນປົວໄວຣັສໂຄໂຣນາທີ່ໃຫ້ຄວາມຫວັງ ໄດ້ເຮັດໃຫ້ລາຄາຮຸ້ນໃນຕະຫຼາດເອເຊຍສູງຂຶ້ນ.

ດັດຊະນີຮຸ້ນ Nikkei ຂອງຍີ່ປຸ່ນ ສູງຂຶ້ນ 422 ຈຸດ ຫຼື 2.4 ເປີເຊັນ ຊຶ່ງໃນ ຕອນປິດຕະ
ຫຼາດມີລາຄາຢູ່ທີ່ 20,193.69. ດັດຊະນີຮຸ້ນ A&P/ASX ຂອງ ອອສເຕຣຍເລຍ ໄດ້ສູງ
ຂຶ້ນ 2.4 ເປີເຊັນເຊັ່ນດຽວກັນ ໃນການຊື້ຂາຍໃນຕອນ ບ່າຍໆມື້ນີ້ ໃນຂະນະທີ່ດັດຊະນີ
ຮຸ້ນ Shianghai ໄດ້ສູງຂຶ້ນ 1.3 ເປີເຊັນ. ສ່ວນຮຸ້ນຢູ່ Hongkong ແລະ Seoul ຕະ
ຫລາດໄດ້ປິດ ຍ້ອນເປັນວັນພັກ.

ການມີລາຄາສູງຂຶ້ນທີ່ເຂັ້ມແຂງຢູ່ຕະຫຼາດຮຸ້ນໃນເອເຊຍແມ່ນເປັນຜົນຈາກການມີລາ
ຄາສູງຂຶ້ນໃນວັນພຸດວານນີ້ຢູ່ຕະຫຼາດຮຸ້ນ Wall Street ຍ້ອນມີຂ່າວວ່າ ຄົນ ປ່ວຍທີ່ຕິດ
ເຊື້ອໄວຣັສໂຄໂຣນາ ເມື່ອໄດ້ຮັບຢາທົດລອງ ທີ່ມີຊື່ວ່າ remdesivir ຂອງລັດຖະບານ
ກາງນັ້ນ ໄດ້ດີຂຶ້ນຢ່າງວ່ອງໄວຈາກພະຍາດດັ່ງກ່າວ. ຜົນຂອງ ການປິ່ນປົວໄດ້ຖືກຍ້ອງ
ຍໍໂດຍ ດຣ. ແອນໂທນີ ຟາວຈີ ຜູ້ອຳນວຍການສະຖາບັນພູມແພ້ ແລະຕິດພະຍາດຕິດ
ແປດແຫ່ງຊາດ ທີ່ມີຄວາມເຫັນ “ໄປໃນແງ່ດີ.” ນອກນັ້ນ ຍັງມີຂ່າວດີຕື່ມອີກ ຈາກອັງກິດ
ບ່ອນທີ່ບັນດານັກຄົ້ນຄວ້າ ຢູ່ມະຫາ ວິທະຍາໄລອັອກສ໌ຟອດ ກ່າວວ່າ ວັກຊິນສຳລັບ
ໄວຣັສໂຄໂຣນາ ປັດຈຸບັນນີ້ກຳ ລັງທົດລອງ ທີ່ອາດຈະມີໄວ້ໃຫ້ຜູ້ຄົນຢ່າງກວ້າງຂວາງ
ໃນເດືອນກັນຍາຈະມາ ເຖິງນີ້.

ຕະຫຼາດນໍ້າມັນ ຍັງສືບຕໍ່ຟື້ນໂຕຄືນ ດ້ວຍລາຄານ້ຳມັນດິບຂWest Texas Interme-
diate ທີ່ເປັນພື້ນຖານຂອງສະຫະລັດ ໃນການຊື້ຂາຍກັນຢູ່ໃນລາຄາ 16.66 ໂດລາຕໍ່ຖັງ ສູງຂຶ້ນ 10.6 ເປີເຊັນໃນຂະນະທີ່ລາຄານ້ຳມັນດິບ Brent ຊຶ່ງເປັນມາດຕະຖານຂອງນາໆຊາດ ມີການຊື້ຂາຍກັນໃນລາຄາ 23.94 ໂດລາ ຕໍ່ຖັງ ສູງຂຶ້ນ 6.2 ເປີເຊັນ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG