ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຕະຫຼາດຮຸ້ນ ເອເຊຍ ຕົກຕໍ່າ ຫຼັງຈາກຮຸ້ນເທັກໂນໂລຈີ ປັ່ນປ່ວນ


ຄົນພາກັນໃສ່ໜ້າກາກປ້ອງກັນໄວຣັສໂຄໂຣນາ ຢືນຢູ່ຕໍ່ໜ໊າກະດ້ານໄຟຟ້າ ສະແດງໃຫ້ເຫັນ ຕະຫຼາດຮຸ້ນສ່ວນຢູ່ໃນຮົງກົງ ວັນພະຫັດ ວັນທີ 10 ທັນວ່າ 2020.
ຄົນພາກັນໃສ່ໜ້າກາກປ້ອງກັນໄວຣັສໂຄໂຣນາ ຢືນຢູ່ຕໍ່ໜ໊າກະດ້ານໄຟຟ້າ ສະແດງໃຫ້ເຫັນ ຕະຫຼາດຮຸ້ນສ່ວນຢູ່ໃນຮົງກົງ ວັນພະຫັດ ວັນທີ 10 ທັນວ່າ 2020.

ຕະຫຼາດຮຸ້ນ ເອເຊຍ ແມ່ນໄດ້ຕົກຕໍ່າທັງໝົດໃນວັນພະຫັດມື້ນີ້ ເນື່ອງຈາກການຂາຍ
ອອກໄປຂອງຮຸ້ນເທັກໂນໂລຈີ ແລະ ສະຖານະການບໍ່ໄປບໍ່ມາຢູ່ ວໍຊິງຕັນ ກ່ຽວກັບ
ໂຄງການບັນເທົາທຸກໄວຣັສໂຄຣນາຊຸດໃໝ່.

ດັດຊະນີຮຸ້ນ Nikke ຢູ່ໃນ ຍີ່ປຸ່ນ ໄດ້ຫລຸດລົງ 0.2 ເປີເຊັນ, ດັດຊະນີຮຸ້ນ A&P/ASX
ຂອງອອສເຕຣເລຍ ໄດ້ສູນເສຍ 0.6 ເປີເຊັນ. ດັດຊະນີ KOSPI ຢູ່ໃນ ເກົາຫຼີໃຕ້ ໄດ້ຕົກລົງ 0.3 ເປີເຊັນ ແລະດັດຊະນີ TSEC ຂອງ ໄຕ້ຫວັນ ຕົກລົງ 0.9 ເປີເຊັນ. ກິດຈະ
ການໃນຕອນແລງຂອງວານນີ້ ດັດຊະນີຮຸ້ນ Hang Seng ຂອງຮົງກົງ ໄດ້ຕົກລົງ 0.4
ເປີເຊັນ ແລະດັດຊະນີ Sensex ຂອງ ມູມໄບ ໄດ້ຫຼຸດລົງ 0.7 ເປີເຊັນ.

ດັດຊະນີ Composite ຂອງຊຽງໄຮ້ ເພີ້ິມຂຶ້ນ 1.3 ຈຸດ ແຕ່ບໍ່ມີການປ່ຽນແປງໃນແງ່ຂອງ
ເປີເຊັນຮຸ້ນທີ່ 0.04 ເປີເຊັນ.

ໃນການແລກປ່ຽນສິນຄ້າຕ່່າງໆ ຄຳຂາຍຢູ່ລາຄາ 1,840.60 ໂດລາ ຕໍ່ອອນ ເປັນການເພີ່ມຂຶ້ນ 0.1 ເປີເຊັນ, ນໍ້າມັນດິບ ສະຫະລັດ ຂາຍຢູ່ 45.71 ໂດລາ ຕໍ່ຖັງ, ຂຶ້ນ 0.4 ເປີ
ເຊັນ ແລະ ນໍ້າມັນດິບ Brent ຂາຍຢູ່ 45.71 ໂດລາ ຕໍ່ຖັງ ຂຶ້ນ 0.4 ເປີເຊັນ.

ທັງໝົດສາມດັດຊະນີຮຸ້ນທີ່ສຳຄັນຂອງ ສະຫະລັດ ແມ່ນມີຄວາມບໍ່ແນ່ນອນໃນ ການ
ແລກປ່ຽນໃນອານາຄົດ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG