ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໑໑ ພຶດສະພາ ໒໐໒໔

ຕະຫຼາດຮຸ້ນ ເອເຊຍ ມີຕົວເລກ ການຊື້ຂາຍຫຼຸດລົງ ໃນວັນຈັນມື້ນີ້


ແມ່ຍິງຄົນນຶ່ງຍ່າງກາຍໜ້າຈໍທີ່ສະແດງໃຫ້ເຫັນດັດສະນີຕະຫຼາດຮຸ້ນຢູ່ນອກທະນາຄານໃນ ຮົງກົງ. 31 ສິງຫາ, 2020.
ແມ່ຍິງຄົນນຶ່ງຍ່າງກາຍໜ້າຈໍທີ່ສະແດງໃຫ້ເຫັນດັດສະນີຕະຫຼາດຮຸ້ນຢູ່ນອກທະນາຄານໃນ ຮົງກົງ. 31 ສິງຫາ, 2020.

ຕະຫຼາດຮຸ້ນເອເຊຍໄດ້ມີລາຄາຕົກຕໍ່າໃນຕອນຕົ້ນຂອງສັບປະດາການຊື້ຂາຍ, ໃນຂະນະທີ່ຕະຫຼາດຮຸ້ນ ຢູໂຣບ ສ່ວນຫຼາຍແມ່ນໄດ້ມີກຳໄລເພີ່ມຂຶ້ນໜ້ອຍນຶ່ງ.

ດັດສະນີຕະຫຼາດຮຸ້ນ KOSPI ໃນ ເກົາຫຼີໃຕ້ ໄດ້ສຸນເສຍ 1.1 ເປີເຊັນ,​ໃນຂະນະທີ່ຕະຫຼາດຮຸ້ນ TSEC ຂອງ ໄຕ້ຫວັນ ໄດ້ສິ້ນສຸດການຊື້ຂາຍດ້ວຍ ການສູນເສຍ 1 ເປີເຊັນ. ຕະຫຼາດຮຸ້ນ S&P/ ASX ຂອງ ອອສເຕຣເລຍ ແລະ ດັດສະນີຕະຫຼາດຮຸ້ນ Composite ຂອງ ຊຽງໄຮ້ ທັງສອງກໍໄດ້ຕົກລົງ 0.2 ເປີເຊັນ.

ໃນການຊື້ຂາຍໃນຕອນແລງນັ້ນ, ຕະຫຼາດຮຸ້ນ Hang Seng ໃນ ຮົງກົງ ໄດ້ຫຼຸດລົງ 0.6 ເປີເຊັນ ແລະ ຕະຫຼາດຮຸ້ນ Sensex ຂອງ ມຸມໄບ, ອິນເດຍ ກໍໄດ້ຕົກລົງ 1 ເປີເຊັນ.

ແນວໃດກໍຕາມ, ດັດສະນີຕະຫຼາດຮຸ້ນ Nikkei ຂອງ ຍີ່ປຸ່ນ ນັ້ນໄດ້ປິດການຊື້ຂາຍ ຂອງວັນດ້ວຍການຂະຫຍາຍຕົວ 1.1 ເປີເຊັນ.

ຂ້າມໄປທະວີບ ຢູໂຣບ, ຕະຫຼາດຮຸ້ນ FTSE ຂອງ ລອນດອນ, ອັງກິດ ໄດ້ຕົກລົງ 0.6 ເປີເຊັນ, ຕະ ຫຼາດຮຸ້ນ CAC-40 ຂອງ ປາຣີ ໄດ້ເພີ່ມຂຶ້ນ 0.8 ເປີເຊັນ ແລະ ດັດສະນີຕະຫຼາດຮຸ້ນ DAX ຂອງ ເຢຍຣະມັນ ໄດ້ຂະຫຍາຍຕົວ 0.6 ເປີເຊັນ.

ໃນການຄ້າຂາຍສິນຄ້າບໍລິໂພກນັ້ນ, ຄຳ ມີການຄ້າຂາຍ 1,964.40 ໂດລາຕໍ່ ອາວນສ໌, ເຊິ່ງຫຼຸດລົງ 0.5 ເປີເຊັນ. ນໍ້າມັນດິບ ສະຫະລັດ ໄດ້ຂາຍ 43 ໂດລາ 27 ເຊັນຕໍ່ຖັງ, ຂຶ້ນ 0.7 ເປີເຊັນ, ໃນຂະນະທີ່ ນໍ້າມັນດິບ Brent ໂດຍພື້ນຖານແລ້ວແມ່ນບໍ່ໄດ້ມີການປ່ຽນແແປງ ເຊິ່ງຂາຍ 45 ໂດລາ 8 ເຊັນຕໍ່ຖັງ.

ສາມດັດສະນີຕະຫຼາດຮຸ້ນທີ່ສຳຄັນທັງໝົດສາມແຫ່ງຂອງ ສະຫະລັດ ແມ່ນກຳລັງມີ ແນວໂນມໄປໃນແງ່ບວກ ສຳລັບການຊື້ຂາຍໃນອະນາຄົດ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG