ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຕະຫຼາດຮຸ້ນຢູ່ໃນເອເຊຍ ໄດ້ປະກາດລາຄາຮຸ້ນທັງຫຼາຍ ໃນເບື້ອງລົບ ເມື່ອເປີດການຊື້ຂາຍ ປະຈຳສັບປະດາ


ຊາຍສອງຄົນຍ່າງຜ່ານປ້າຍອີເລັກໂທຣນິກ ຂອງລາຄາຮຸ້ນໃນຕະຫຼາດໂນລກ ຢູ່ທີ່ບໍລິສັດຫຼັກຊັບ ໃນນະຄອນໂຕກຽວ, ເມື່ອວັນຈັນທີ 7 ກັນຍາ 2020. (AP Photo/Koji Sasahara)
ຊາຍສອງຄົນຍ່າງຜ່ານປ້າຍອີເລັກໂທຣນິກ ຂອງລາຄາຮຸ້ນໃນຕະຫຼາດໂນລກ ຢູ່ທີ່ບໍລິສັດຫຼັກຊັບ ໃນນະຄອນໂຕກຽວ, ເມື່ອວັນຈັນທີ 7 ກັນຍາ 2020. (AP Photo/Koji Sasahara)

ຕະຫຼາດຮຸ້ນຢູ່ໃນທົ່ວໂລກມີທັງຂຶ້ນແລະລົງໃນວັນຈັນມື້ນີ້ ໂດຍສ່ວນໃຫຍ່ຮຸ້ນຢູ່ໃນຕະຫຼາດຂອງເອເຊຍ ໄດ້ສູນເສຍລາຄາ, ໃນຂະນະທີ່ຕົວຊີ້ວັດດັດຊະນີຮຸ້ນທີ່ເປັນມາດຕະຖານຂອງຢູໂຣບ ແມ່ນເລີ້ມຕົ້ນການຊື້ຂາຍຮຸ້ນ ໃນທິດທາງທີ່ແຂງແຮງ.

ດັດຊະນີຮຸ້ນນິເຄອິຂອງໂຕກຽວ ແມ່ນຫລຸດລົງ 0.5 ເປີເຊັນ, ດັດຊະນີຮຸ້ນ S&P/ASX ໃນຊິດນີ ແມ່ນຂຶ້ນ 0.3 ເປີເຊັນ. ດັດຊະນີ Composite ຂອງຕະຫຼາດຮຸ້ນຊຽງໄຮ້ ສູນເສຍລາຄາ 1.8 ເປີເຊັນ. ສ່ວນດັດຊະນີຮຸ້ນ KOSPI ໃນນະຄອນຫຼວງໂຊລ ສູງຂຶ້ນເຖິງ 0.6 ເປີເຊັນ ແລະດັດຊະນີຮຸ້ນ TSEC ຂອງໄທເປ ຕົກລົງ 0.2 ເປີເຊັນ.

ໃນຕອນບ່າຍໆຂອງການຊື້ຂາຍຮຸ້ນ ຢູ່ທີ່ຕະຫຼາດຮຸ້ນ Hang Seng ໃນຮົງກົງ ກໍຫລຸດລົງ 0.4 ເປີເຊັນ ແລະຕະຫຼາດຮຸ້ນ Sensex ຂອງມຸມໄບ ກໍຕົກລົງ 8 ຈຸດ ແຕ່ໃນອັດຕາສະເລ່ຍເປັນເປີເຊັນນັ້ນ ແມ່ນບໍ່ປ່ຽນແປງເລີຍ.

ໃນຂະນະດຽວກັນ ຕະຫຼາດຮຸ້ນ FTSE ໃນລອນດອນ ແມ່ນສູງຂຶ້ນເຖິງ 1.1 ເປີເຊັນ, ສ່ວນຕະຫຼາດຮຸ້ນ CAC-40 ໃນປາຣີ ແມ່ນສູງຂຶ້ນຫຼາຍກວ່າ 0.9 ເປີເຊັນ ແລະ ດັດຊະນີຮຸ້ນ DAX ຂອງແຟຣັງເຝີດ (Frankfurt) ກໍສູງຂຶ້ນນຶ່ງເປີເຊັນ.

ການຊື້ຂາຍສິນຄ້າທີ່ເປັນວັດຖຸດິບ ເຊັ່ນ ຄຳແມ່ນຂາຍຢູ່ໃນລາຄາ 1,939 ໂດລາ 30 ເຊັນ ຕໍ່ອອນສ໌ ຖືວ່າຂຶ້ນ 0.2 ເປີເຊັນ ສ່ວນນໍ້າມັນດິບສະຫະລັດ ແມ່ນຂາຍຢູ່ໃນລາຄາ 39 ໂດລາ 26 ເຊັນຕໍ່ອອນສ໌ ຫລຸດລົງ 1.2 ເປີເຊັນ ແລະ ນ້ຳມັນດິບຂອງ Brent ທີ່ໄດ້ຊື້ຂາຍຢູ່ໃນລາຄາ 42 ໂດລາ 14 ເຊັນ ຕໍ່ອອນສ໌ ກໍຍັງຫລຸດລົງ 1.2 ເປີເຊັນນຳດ້ວຍ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG