ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ຕະຫຼາດຮຸ້ນ ເອເຊຍ ການຊື້ຂາຍ ມີທັງຂຶ້ນແລະລົງ ໃນວັນພຸດ ຂະນະທີ່ມີຄວາມຫວັງວ່າ ການລະບາດຂອງໂຄວິດ 19 ຈະຫລຸດລົງ


ຊາຍຄົນນຶ່ງແນມເບິ່ງປ້າຍອີເລັກໂທຣນິກ ຂອງລາຄາຮຸ້ນຕ່າງໆ ທີ່ສະແດງໃຫ້ເຫັນດັດຊະນີຮຸ້ນ Nikkei 225 ຂອງຍີ່ປຸ່ນ ຢູ່ທີ່ບໍລິສັດຫລັກຊັບ, ວັນພຸດ ທີ 8, 2020, ໃນນະຄອນຫຼວງໂຕກຽວ. (AP)
ຊາຍຄົນນຶ່ງແນມເບິ່ງປ້າຍອີເລັກໂທຣນິກ ຂອງລາຄາຮຸ້ນຕ່າງໆ ທີ່ສະແດງໃຫ້ເຫັນດັດຊະນີຮຸ້ນ Nikkei 225 ຂອງຍີ່ປຸ່ນ ຢູ່ທີ່ບໍລິສັດຫລັກຊັບ, ວັນພຸດ ທີ 8, 2020, ໃນນະຄອນຫຼວງໂຕກຽວ. (AP)

ຕະຫຼາດຮຸ້ນຂອງເອເຊຍ ໃນວັນພຸດມື້ນີ້ ລາຄາມີທັງຂຶ້ນທັງລົງ ຂະນະທີ່ພວກນັກລົງທຶນທັງຫຼາຍ ມີຄວາມຫວັງເພີ້ມຂຶ້ນ ກ່ຽວກັບແນວໂນ້ມໃນການລະບາດຂອງໄວຣັສໂຄໂຣນາໄປໃນທົ່ວໂລກນັ້ນ ແຕ່ກໍໄດ້ຮັບຂ່າວຄາວຂອງຈຳນວນຄົນເສຍຊີວິດເພີ້ມຂຶ້ນ.

ດັດຊະນີຮຸ້ນນິກເກອິຂອງຍີ່ປຸ່ນ ມີລາຄາສູງຂຶ້ນເຖິງ 2 ເປີເຊັນ ໃນຕອນປິດຕະ ຫຼາດລົງໃນມື້ນີ້ ໃນຂະນະດຽວກັນ ຮຸ້ນ S&P/ASX ຂອງອອສເຕຣເລຍ ແລະຮຸ້ນ KOSPI ຂອງເກົາຫຼີໃຕ້ ໄດ້ສູນເສຍລາກວ່ານຶ່ງເປີເຊັນ ແລະດັດຊະນີຮຸ້ນຂອງຊຽງໄຮ້ ໄດ້ປິດຕະຫຼາດລົງໃນມື້ນີ້ ໂດຍມີລາຄາຮຸ້ນຕົກລົງເກືອບ ນຶ່ງສ່ວນສີ່ເປີເຊັນ. ສ່ວນດັດຊະນີຮຸ້ນ ແຮັງ ເຊັງ ຂອງຮົງກົງ ກໍໄດ້ຕົກລົງຫຼາຍກວ່ານຶ່ງ ເປີເຊັນ ໃນຕອນບາຍລະຫວ່າງການຊື້ຂາຍຮຸ້ນກັນຢູ່ນັ້ນ.

ໃນເວລາດຽວກັນ ຕະຫຼາດຕະຫຼາດຮຸ້ນຂອງຢູໂຣບທັງຫຼາຍ ໄດ້ເປີດການຊື້ຂາຍ ຢູ່ໃນຂອບເຂດທີ່ມີຕົວເລກລົບ ໃນລະຫວ່າງການຊື້ຂາຍໃນຊ່ວງຕອນເຊົ້າ ໃນຂະນະທີ່ລາຄານ້ຳມັນໃນຕະຫຼາດ ກໍໄດ້ຖີບຕົວຂຶ້ນຄືນ ສ່ວນລາຄານ້ຳມັນດິບຂອງສະຫະລັດ ໃນອະນາຄົດ ກໍໄດ້ເພີ້ມສູງຂຶ້ນກາຍ 25 ໂດລາຕໍ່ຖັງ ໃນວັນພຸດມື້ນີ້ ຫລັງຈາກທີ່ໄດ້ຕົກລາຄາເຖິງ 9.4 ເປີເຊັນພາຍໃນນຶ່ງມື້ ກ່ອນໜ້ານີ້ ໃນຂະນະດຽວກັນ Brent crude ທີ່ເປັນມາດຕະຖານສາກົນ ໄດ້ຮັບກຳໄລ ຫຼາຍກວ່າ 1 ໂດລາສະຫະລັດ ໂດຍປິດຕະຫຼາດລົງ ດ້ວຍລາລານ້ຳມັນກາຍ 32 ໂດລາສະຫະລັດຕໍ່ຖັງ.

ຕະຫຼາດການເງິນຕ່າງໆ ໄດ້ມີການຊື້ຂາຍກັນຢ່າງຫຼວງຫຼາຍໃນສອງວັນທີ່ຜ່ານມາ ຈາກທີ່ມອງໂລກໃນແງ່ດີແຕ່ກໍລະມັດລະວັງ ຍ້ອນການຫລຸດລົງຂອງກໍລະນີຕິດເຊື້ອໄວຣັສໃໝ່ນັ້ນ ແລະຈຳນວນຂອງການເສຍຊີວິດ ຢູ່ໃນບາງປະເທດ. ແຕ່ໃນວັນອັງຄານວານນີ້ ກໍໄດ້ເຫັນວ່າ ການເສຍຊີວິດໄດ້ເພີ້ມຂຶ້ນ ແລະກໍລະນີຕິດໄວຣັສໂຄວິດ 19 ໃໝ່ ຢູ່ໃນ ອັງກິດ ຝຣັ່ງ ບາງປະເທດຢູ່ໃນພາກພື້ນທາງພາກຕາເວັນອອກຂອງຢູໂຣບ ສະວີເດັນ ຍີ່ປຸ່ນ ແລະສະຫະລັດ.

ເກືອບຮອດ 1 ລ້ານ 5 ແສນ ກໍລະນີຕິດໄວຣັສໂຄວິດ 19 ໄດ້ຖືກຢືນຢັນ ໃນທົ່ວໂລກ ແລະຫຼາຍກວ່າ 82,000 ຄົນ ໄດ້ເສຍຊີວິດແລ້ວ ມາເຖິງປັດຈຸບັນນີ້.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG