ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຕະຫຼາດຮຸ້ນໃນເອເຊຍ ມີການຊື້ຂາຍ ທັງຂຶ້ນແລະລົງ ຍ້ອນຄວາມເປັນຫ່ວງ ກ່ຽວກັບ ໂຣກລະບາດ ໄວຣັສໂຄໂຣນາ


ຊາຍຄົນນຶີງ ຍ່າງຜ່ານປ້າຍກະດານອີເລັກໂທຣນິກ ທີ່ສະແດງໃຫ້ເຫັນ ລາຄາດັດຊະນີຮຸ້ນນິເກອິຂອງຍີ່ປຸ່ນ 225 ຢູ່ທີ່ບໍລິສັດຫລັກຊັບ ໃນນະຄອນຫຼວງໂຕກຽວ ເມື່ອວັນຈັນ ທີ 11 ພຶດສະພາ 2020.
ຊາຍຄົນນຶີງ ຍ່າງຜ່ານປ້າຍກະດານອີເລັກໂທຣນິກ ທີ່ສະແດງໃຫ້ເຫັນ ລາຄາດັດຊະນີຮຸ້ນນິເກອິຂອງຍີ່ປຸ່ນ 225 ຢູ່ທີ່ບໍລິສັດຫລັກຊັບ ໃນນະຄອນຫຼວງໂຕກຽວ ເມື່ອວັນຈັນ ທີ 11 ພຶດສະພາ 2020.

ຕະຫຼາດຮຸ້ນຕ່າງໆໃນເອເຊຍ ໄດ້ມີການຊື້ຂາຍກັນທັງຂຶ້ນແລະລົງ ໃນວັນພຸດມື້ນີ້ ຍ້ອນຄວາມເປັນຫ່ວງກ່ຽວກັບໂຣກລະບາດໄວຣັສໂຄໂຣນາ ທີ່ອາດຈະຮ້າຍແຮງຂຶ້ນກວ່າເກົ່າ ຖ້າລັດຖະບານຕ່າງໆ ພະຍາຍາມທີ່ຈະກັບຄືນໄປສູ່ຄວາມເປັນປົກກະຕິ ໄວເກີນໄປ.

ດັດຊະນີຮຸ້ນນິເກອິຂອງຍີ່ປຸ່ນ ມີການຊື້ຂາຍກັນຫລຸດລົງແດ່ເລັກນ້ອຍ ໃນຕອນບ່າຍໆ ຂອງການຊື້ຂາຍມື້ນີ້ ໃນຂະນະດຽວກັນ ດັດຊະນີຮຸ້ນ ໃນຮົງກົງ ໂຊລ ຊຽງໄຮ້ ຊິດນີ ແລະໄທເປ ຕ່າງກໍຢູ່ໃນຂົງເຂດທີ່ເປັນບວກ.

ສ່ວນການຊື້ຂາຍນ້ຳມັນນັ້ນ ບໍລິສັດນ້ຳມັນດິບ West Texas Intermediate ທີ່ເປັນມາດຕະຖານຂອງສະຫະລັດ ແມ່ນຢູ່ໃນລາຄາ $25.65 ຕໍ່ຖັງ ຊຶ່ງຫລຸດລົງ 0.5 ເປີເຊັນ ໃນຂະນະທີ່ນ້ຳມັນດິບ Brent ທີ່ເປັນມາດຕະຖານສາກົນ ນັ້ນ ແມ່ນຂາຍໃນລາຄາ $29.58 ຕໍ່ຖັງ ຊຶ່ງຫລຸດລົງ 1.3 ເປີເຊັນ.

ໃນເວລາດຽວກັນ ຕະຫຼາດຮຸ້ນ Dow Jones, S&P 500 ແລະ Nasdaq ຈະມີລາຄາສູງຂຶ້ນ ໃນການຊື້ຂາຍໃນອະນາຄົດ ໂດຍການບົ່ງບອກເຖິງ ການເລີ້ມຕົ້ນທີ່ດີ ສຳລັບຕະຫຼາດຮຸ້ນ Wall Street ເວລາການຕີລະຄັງ ເປີດຕະຫຼາດດັງຂຶ້ນ.

ດັດຊະນີຮຸ້ນທັງສາມດັ່ງກ່າວ ໄດ້ຕົກລາຄາ ໃນວັນອັງຄານວານນີ້ ຫຼັງຈາກທີ່ທ່ານໝໍ ແອນໂຕນີ ຟາວຈີ ນັກຊ່ຽວຊານດ້ານພະຍາດຕິດແປດລະດັບສູງຂອງສະຫະລັດ ໄດ້ກ່າວຕໍ່ຄະນະກຳມະການ ຂອງສະພາສູງ ວ່າ ໂຣກລະບາດໄວຣັສໂຄໂຣນາ ອາດຈະຮ້າຍແຮງຂຶ້ນກວ່າເກົ່າ ຖ້າຫາກເມືອງແລະລັດຕ່າງໆ ພະຍາຍາມທີ່ຈະເປີດທຸລະກິດຄືນໃໝ່ ໄວເກີນໄປ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG