ຕະຫຼາດຮຸ້ນໃນເອເຊຍ ມີລາຄາທັງຂຶ້ນທັງລົງ ໃນຕອນປິດຕະຫລາດ ໃນວັນພະຫັດມື້ນີ້
ໃນຂະນະທີ່ ພວກນັກລົງທຶນ ໄດ້ກຽມຮັບມືກັບຕົວເລກການຫວ່າງງານຫຼ້າສຸດ ຈາກ
ສະຫະລັດ ຊຶ່ງຄາດກັນວ່າ ຈະເປັນຕົວເລກທີ່ສູງເປັນປະຫວັດການ ຍ້ອນການລະບາດ
ຂອງໄວຣັສໂຄໂຣນາໃນທົ່ວໂລກ.
ຕະຫຼາດຮຸ້ນ ນິເກອິ ໃນຍີ່ປຸ່ນ ໄດ້ຕົກລາຄາສະເລ່ຍ 1.3 ເປີເຊັນ ໃນຕອນທ້າຍຂອງ
ການຊື້ຂາຍໃນມື້ນີ້ ໃນຂະນະດຽວກັນ ດັດຊະນີຮຸ້ນ S&P/ASX ຂອງອອສເຕຣເລຍ
ກໍໄດ້ຕົກລາຄາສະເລ່ຍເກືອບ 2 ເປີເຊັນ. ຂ່າວຄາວຈາກຕະຫຼາດຮຸ້ນ ຂອງໂຊລ ຊຽງໄຮ້
ແລະຮົງກົງກໍດີຂຶ້ນ ຊຶ່ງມີລາຄາສູງຂຶ້ນສະເລ່ຍ ແລ້ວ 2.3 1.6 ແລະ 0.5 ເປີເຊັນ
ຕາມລຳດັບ.
ສ່ວນຢູ່ໃນທົ່ວໂລກ ໃນທະວີບຢູໂຣບ ຕະຫຼາດຮຸ້ນ FTSE ຂອງອັງກິດ ຕະຫຼາດຮຸ້ນ
CAC-40 ໃນປາຣີ ແລະດັດຊະນີຮຸ້ນ DAX ຂອງເຢຍຣະມັນ ຕ່າງກໍມີລາຄາສູງຂຶ້ນ
ໃນລະຫວ່າງຕອນເຊົ້າຂອງການຊື້ຂາຍ. ຮຸ້ນໃນອະນາຄົດຂອງສະຫະລັດ ແມ່ນຍັງຢູ່
ໃນຂົງເຂດທີ່ມີທ່າບວກ ໃນຕອນເຊົ້າວັນພະຫັດມື້ນີ້ ໂດຍທີ່ດັດຊະນີຮຸ້ນ Dow Jones,
S&P 500 ແລະ Nasdaq ທັງໝົດນີ້ ແມ່ນຊື້ຂາຍກັນ ຫຼື ລະດັບສະເລ່ຍເກືອບ 2
ເປີເຊັນ. ພວກນັກລົງທຶນປາກົດວ່າ ບໍ່ສົນໃຈເລີຍນຳການສູນເສຍຂະໜາດໃຫຍ່ ຂອງ
ມື້ວັນພຸດວານນີ້ ຢູ່ທີ່ຕະຫຼາດຮຸ້ນ Wall Street ບ່ອນທີ່ດັດຊະນີທັງສາມທີ່ກ່າວໄປນັ້ນ
ໄດ້ຕົກລາ ຄາຫຼາຍເກີນກວ່າ 4 ເປີເຊັນ.
ບັນດານັກວິເຄາະດ້ານການເງິນທັງຫຼາຍ ຄາດໝາຍວ່າ ການຢື່ນເອກະສານຂໍເງິນ
ຫວ່າງງານ ໃນວັນພະຫັດມື້ນີ້ ຈະພຸ່ງສູງຂຶ້ນເກີນຕົວເລກ ທີ່ເປັນປະຫວັດການໃນອາທິດ
ແລ້ວນີ້ ຊຶ່ງສະແດງໃຫ້ເຫັນວ່າ ມີປະຊາຊົນ 3 ລ້ານ 3 ແສນຄົນ ໄດ້ຍື່ນເອກະສານຂໍ ການຊ່ອຍເຫຼືອ ຈາກການຫວ່າງງານ.