ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ຕະຫຼາດຮຸ້ນຂອງເອເຊຍ ຊື້ຂາຍຮຸ້ນ ໃນລາຄາ ທີ່ທັງຂຶ້ນແລະລົງ ຫຼັງຈາກມີຂໍ້ມູນດ້ານເສດຖະກິດ ຈາກສະຫະລັດ


ພາບສະແດງໃຫ້ເຫັນ ພວກຄົນກຳລັງຍ່າງຜ່ານ ແຜ່ນອີເລັກໂທຣນິກບົ່ງບອກເຖິງດັດຊະນີຮຸ້ນ Hang Seng ທີ່ຮົງກົງ, ວັນທີ 9 ມີນ 2020.
ພາບສະແດງໃຫ້ເຫັນ ພວກຄົນກຳລັງຍ່າງຜ່ານ ແຜ່ນອີເລັກໂທຣນິກບົ່ງບອກເຖິງດັດຊະນີຮຸ້ນ Hang Seng ທີ່ຮົງກົງ, ວັນທີ 9 ມີນ 2020.

ຕະຫຼາດຮຸ້ນເອເຊຍ ໄດ້ມີການຂຶ້ນ ແລະ ລົງໃນວັນພະຫັດມືື້ນີ້ ໃນຂະນະທີ່ ພວກນັກ
ລົງທຶນໄດ້ດຳເນີນການດ້ວຍຄວາມລະມັດລະວັງ ຍ້ອນຂໍ້ມູນດ້ານ ເສດຖະກິດທີ່ອ່ອນ
ແອຈາກ ສະຫະລັດ, ປະກອບ ດ້ວຍການບໍ່ໄປບໍ່ມາໃນ ວໍຊິງຕັນ ກ່ຽວກັບ ໂຄງການ
ຊ່ວຍເຫຼືອສຸກເສີນໄວຣັສໂຄໂຣນາຄັ້ງໃໝ່.

ເກນມາດຕະຖານຂອງດັດຊະນີຮຸ້ນ ນິເກອິ ຂອງ ໂຕກຽວ ໄດ້ສິ້ນສຸດດ້ວຍ 0.4 ເປີເຊັນ
ຕໍ່າກວ່າ, ໃນຂະນະທີ່ດັດຊະນີຮຸ້ນ S&P/ASX ໃນນະຄອນ ຊິດນີ ເພີ້ມຂຶ້ນ 0.6 ເປີເຊັນ.
ດັດຊະນີຮຸ້ນ KOSPI ຂອງໂຊລ ເພີ້ມຂຶ້ນ 1.2 ເປີເຊັນ ແລະດັດຊະນີຮຸ້ນ TSEC ໃນ
ໄທເປ ຂຶ້ນ 0.8 ເປີເຊັນ.

ໃນການແລກປ່ຽນໃນຕອນແລງນັ້ນ, ດັດຊະນີຮຸ້ນ Hang Seng ຂອງຮົງກົງ ໄດ້ຫຼຸດລົງ
1.2 ເປີເຊັນ. ດັດຊະນີຮຸ້ນ Composite ຂອງ ຊຽງໄຮ ໄດ້ຂຶ້ນ 0.1 ເປີເຊັນ ແລະດັດຊະ
ນີຮຸ້ນ Sesex ຂອງ ມຸມໄບ ຂຶ້ນສູງກວ່າ 0.7 ເປີເຊັນ.

ການສຳຫຼວດສ່ວນໂຕທີ່ໄດ້ເຜີຍແຜ່ໃນວັນພຸດທີ່ຜ່ານມາ ໂດຍບໍລິສັດການບໍລິ ສັດບັນ
ຊີເງິນເດືອນ ADP ໄດ້ສະແດງໃຫ້ເຫັນວ່າ ບັນດານາຍຈ້າງເອກກະຊົນ ໄດ້ເພີ້ມພຽງແຕ່
167,000 ໜ້າວຽກໃນເດືອນກໍລະກົດທີ່ຜ່ານມາ, ເຊິ່ງຕໍ່າກວ່າທີ່ບັນດານັກເສດຖະສາດ
ໄດ້ຄາດເດົາເອົາໄວ້ 1 ລ້ານ 2 ແສນ ໜ້າວຽກຫຼາຍ.

ໃນການຊື້ຂາຍວັດຖຸດິບຕ່າງໆ ຄຳໄດ້ສືບຕໍ່ໃນລະດັບການທຳລາຍສະຖິຕິຂອງມັນ, ເຊິ່ງ
ຂາຍຢູ່ 2.065.70 ໂດລາຕໍ່ອອນສ໌, ເປັນການເພີ່ມຂຶ້ນ 0.8 ເປີເຊັນ ນໍ້າມັນດິບ ສະຫະລັດ
ຂາຍຢູ່ 42.31 ຕໍ່ຖັງ, ຂຶ້ນ 0.2 ເປີເຊັນ ໃນຂະນະທີ່ນໍ້າ ມັນດິບ Brent ຂາຍ 45.41 ຕໍ່
ຖັງ ຂຶ້ນ 0.5 ເປີເຊັນ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

ລາຍການກະຈາຍສຽງຂອງວີໂອເອ ລາວ ຜ່ານໂທລະພາບ

ສົດ ວີໂອເອຮອບໂລກໃນ 60 ວິນາທີ ວັນທີ 23 ມີນາ 2024

XS
SM
MD
LG