ຮຸ້ນຢູ່ໃນຕະຫລາດແມ່ນມີລາຄາສູງຂຶ້ນ ຢູ່ໃນຂົງເຂດເອເຊຍໃນວັນພະຫັດມື້ນີ້ ໃນຂະນະທີ່ບັນດານັກລົງທຶນໄດ້ສະແດງຄວາມຫວັງອອກມາອີກເທື່ອນຶ່ງ ວ່າ ການລະບາດໃນລະດັບໂລກຂອງໄວຣັສໂຄໂຣນາສາຍພັນໃໝ່ໄດ້ພຸ້ງຂຶ້ນໃກ້ຈະ ເຖິງຈຸດສູງສຸດຂອງມັນແລ້ວ.
ດັດຊະນີຮຸ້ນ S&P/ASX ຂອງອອສເຕຣເລຍ ໄດ້ມີລາຄາສູງຂຶ້ນ 3.5 ເປີເຊັນ ຢູ່ໃນຕອນທ້າຍຂອງໄລຍະທີ່ມີການຊື້ຂາຍກັນນັ້ນ ໂດຍທີ່ຢູ່ໃນຮົງກົງ, ໂຊລ, ຊຽງໄຮ້ ແລະ ມູມບາຍນັ້ນ ກໍໄດ້ສະແດງໃຫ້ເຫັນວ່າ ຕ່າງກໍມີລາຄາທີ່ດີຂຶ້ນ.
ດັດຊະນີຮຸ້ນນິກເກຂອງຍີ່ປຸ່ນ ໄດ້ຂາດທຶນໄປໃນລະດັບຕໍ່າກວ່າ 1 ເປີເຊັນ ຍ້ອນວ່າປະເທດກໍາລັງປະເຊີນກັບສະພາບທີ່ມີຈໍານວນຄົນຕິດເຊື້ອພະຍາດ ໂຄວິດ (COVID)-19 ທີ່ໄດ້ຮັບການຢືນຢັນນັບມື້ ນັບເພີ້ມຂຶ້ນ.
ຈໍານວນດັດຊະນີຮຸ້ນທີ່ກໍາລັງສູງຂຶ້ນຢູ່ໃນເອເຊຍ ໄດ້ສະທ້ອນໃຫ້ເຫັນເຖິງດັດຊະ ນີຮຸ້ນ ໃນຕອນປິດຂອງຕະຫລາດຮຸ້ນວໍສທຣີດໃນນິວຢອກໂດຍທີ່ດັດຊະນີດາວ ໂຈນສ໌ ແລະ S&P ຕ່າງກໍສູງຂຶ້ນ 3.4 ເປີເຊັນ ໃນຂະນະທີ່ດັດຊະນີຮຸ້ນແນສ ແດັກຄ໌ ໄດ້ປິດການຊື້ຂາຍລົງ ໃນລາຄາເພີ້ມຂຶ້ນ 2.6 ເປີເຊັນ.
ຕະຫລາດນໍ້າມັນກໍມີສະພາບດີຂຶ້ນເຊັ່ນກັນໃນວັນພະຫັດມື້ນີ້ ໂດຍທີ່ນໍ້າມັນດິບ ຂຶ້ນລາຄາ 3 ເປີເຊັນ ຂຶ້ນເຖິງຫລາຍກວ່າ 25 ໂດລາຕໍ່ຖັງໃນຕອນປິດຕະຫຼາດ ລົງນັ້ນ ໃນຂະນະທີ່ນໍ້າມັນດິບເບຣນທ໌, ຊຶ່ງເປັນມາດຕະຖານສາກົນນັ້ນ ມີລາ ຄາສູງຂຶ້ນ 2 ເປີເຊັນ ໄປຫາການຊື້ຂາຍກັນໃນລາຄາ 33 ໂດລາຕໍ່ຖັງ. ບັນດາ ນັກລົງທຶນມີຄວາມຫວັງວ່າ ການປະຊຸມກັນລະຫວ່າງບັນດາສະມາຊິກກຸ່ມ OPEC ກັບຣັດເຊຍໃນວັນພະຫັດມື້ນີ້ ຈະບັນລຸຂໍ້ຕົກລົງກັນໄດ້ໃນການຫລຸດ ການຜະລິດທີ່ພາໃຫ້ມີການສະໜອງນໍ້າມັນຖ້ວມຕະຫລາດນັ້ນລົງ ໃນຂະນະທີ່ ຄວາມຕ້ອງການຕົກວູບລົງຍ້ອນການລະບາດຂອງພະຍາດໃນລະດັບໂລກ ຢູ່ນີ້.