ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຕະຫລາດຮຸ້ນເອເຊຍ ເລີ້ມຕົ້ນອາທິດ ດ້ວຍການຊື້ຂາຍໃນລາຄາທີ່ສູງຂຶ້ນ


ຊາຍຄົນນຶ່ງໃສ່ຜ້າປິດປາກ ໃນຂະນະທີ່ຍ່າງຜ່ານກະດານເອເລັກໂຕຣນິກທີ່ສະແດງໃຫ້ເຫັນດັດຊະນີຕະຫລາດຮຸ້ນໃນຮົງກົງໃນວັນຈັນທີ 6 ເມສາ 2020. ຮຸ້ນຂອງເອເຊຍ ແລະອະນາຄົດຂອງສະຫະລັດກັບດີຄືນມາອີກ ໃນຂະນະທີ່ພວກນັກລົງທຶນມີຄວາມຫວັງຫລາຍຂຶ້ນ.
ຊາຍຄົນນຶ່ງໃສ່ຜ້າປິດປາກ ໃນຂະນະທີ່ຍ່າງຜ່ານກະດານເອເລັກໂຕຣນິກທີ່ສະແດງໃຫ້ເຫັນດັດຊະນີຕະຫລາດຮຸ້ນໃນຮົງກົງໃນວັນຈັນທີ 6 ເມສາ 2020. ຮຸ້ນຂອງເອເຊຍ ແລະອະນາຄົດຂອງສະຫະລັດກັບດີຄືນມາອີກ ໃນຂະນະທີ່ພວກນັກລົງທຶນມີຄວາມຫວັງຫລາຍຂຶ້ນ.

ຕະຫລາດເອເຊຍ ກໍາລັງມີການຊື້ຂາຍກັນສູງຂຶ້ນໃນວັນຈັນມື້ນີ້ ໃນຂະນະທີ່ມີຄວາມຫວັງເພີ້ມຂຶ້ນວ່າ ການລະບາດຂອງໄວຣັສໂຄໂຣນາໃນລະດັບໂລກປາກົດວ່າ ຈະຫລຸດຜ່ອນລົງນັ້ນ.

ດັດຊະນີຮຸ້ນນິກເກ ຊຶ່ງເປັນຮຸ້ນຫລັກຂອງຍີ່ປຸ່ນັ້ນ ມີສູງກວ່າ 2.5 ເປີເຊັນ ຢູ່ໃນ ການຊື້ຂາຍໃນຕອນແລງມື້ນີ້ ໃນຂະນະທີ່ຮຸ້ນ S&P/ASX ຂອງ ອອສເຕຣເລຍ ກໍາລັງຊື້ຂາຍກັນໃນລາຄາເພີ້ມຂຶ້ນຫລາຍກວ່າ 3.7 ເປີເຊັນ. ຮຸ້ນໂຄສພີ (KOSPI) ຢູ່ເກົາຫລີໃຕ້ ແມ່ນເພີ້ມຂຶ້ນ 2.6 ເປີເຊັນ ແລະ ຮຸ້ນ ຮາງເຊັງຂອງ ຮົງກົງໄດ້ເພີ້ມຂຶ້ນກາຍ 1 ເປີເຊັນ. ດັດຊະນີຮຸ້ນຂອງຊຽງໄຮ້ໄດ້ປິດໄວ້ ເພາະ ເປັນວັນພັກລາດຊະການ.

ບັນດາພວກນັກລົງທຶນ ປາກົດວ່າ ໄດ້ຖືກຊຸກຍູ້ໃຫ້ມີກໍາລັງໃຈຍ້ອນການຊັກຊ້າ ລົງ ຂອງຈໍານວນຄົນເສຍຊີວິດຈາກໄວຣັສໂຄວິດ (COVID)-19 ຢູ່ໃນນະຄອນນິວຢອກ, ສະເປັນແລະອີຕາລີ, ຊຶ່ງເປັນຫລັກຖານສະແດງໃຫ້ເຫັນວ່າ ການສັ່ງ ໃຫ້ຄົນຢູ່ເຮືອນ ແລະການຫລີກລ້ຽງການແຜ່ຜາຍຂອງພະຍາດ ແມ່ນກໍາລັງໃຊ້ ການໄດ້. ຂ່າວດີນີ້ ແມ່ນແນ່ນອນແມ່ນເຮັດໃຫ້ມີຄວາມຮູ້ສຶກໄຄຂຶ້ນຈາກການຂາດທຶນຢ່າງຫລວງຫລາຍ ໃນວັນສຸກຜ່ານມາ ຢູ່ໃນຕະຫລາດຮຸ້ນວໍສທຣີດ (Wall Street) ໃນນິວຢອກ ພາຍຫລັງທີ່ສະຫະລັດເວົ້າວ່າ ບັນດານາຍຈ້າງ ຕັດວຽກສໍາລັບຫລາຍກວ່າ 7 ແສນຄົນລົງໃນເດືອນແລ້ວນີ້ ຊຶ່ງເປັນລາຍງານທີ່ ບໍ່ດີທີ່ສຸດໃນຮອບຫລາຍກວ່າ 1 ທົດສະວັດຜ່ານມາ.

ແຕ່ວ່າ ຕະຫລາດນໍ້າມັນ ແມ່ນຊື້ຂາຍກັນໃນລາຄາທີ່ຕໍ່າກວ່າ ໃນວັນຈັນມື້ນີ້ ຍ້ອນວ່າ ຊາອຸດີ ອາຣາເບຍ ແລະຣັດເຊຍ ສືບຕໍ່ຖືກກັກຢູ່ໃນສົງຄາມທີ່ສູ້ຢັນກັນ ໃນເລື້ອງລາຄາ ຊຶ່ງໄດ້ຮັບການກະທົບໃຫ້ເພີ້ມຮ້າຍແຮງຂຶ້ນໂດຍການ ຫລຸດລົງຂອງຄວາມຕ້ອງການນໍ້າມັນ ຍ້ອນການລະບາດຂອງພະຍາດໃນລະ ດັບໂລກ. ນໍ້າມັນດິບຂອງສະຫະລັດໄດ້ຫລຸດລາຄາລົງ 7 ເປີເຊັນ ໂດຍມີລາ
ຄາ ພຽງແຕ່ເກີນກວ່າ 26 ໂດລາ ຕໍ່ຖັງພຽງໜ້ອຍດຽວ ໃນຂະນະທີ່ນໍ້າມັນ ດິບເບຣນທ໌ (Brent), ຊຶ່ງເປັນຈຸດທຽບຖານຂອງນໍ້າມັນໂລກນັ້ນ ໄດ້ຂາດທຶນ ໄປຢູ່ 6 ເປີເຊັນ ໂດຍຢູ່ໃນລາຄາ 32 ໂດລາຕໍ່ຖັງ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG