ຕະຫລາດຮຸ້ນຂອງເອເຊຍມີການຄ້າຂາຍກັນເກືອບວ່າ ໃນລາຄາທີ່ສູງຂຶ້ນໝົດ ໃນວັນອັງຄານມື້ນີ້ ໃນຂະນະທີ່ບັນດານັກລົງທຶນມີຄວາມດີໃຈທີ່ໄດ້ຮັບຂ່າວດີ ກ່ຽວກັບຜົນຜະລິດຂອງໂຮງງານຈີນ ທ້າມກາງການລະບາດລະດັບໂລກຂອງ ໄວຣັສ ໂຄໂຣນາຢູ່ນີ້.
ດັດຊະນີຮຸ້ນ ຮາງເຊັງຂອງຮົງກົງ ໄດ້ເພີ້ມຂຶ້ນຮອດ 0.75 ເປີເຊັນ ໃນຂະນະທີ່ ດັດຊະນີຮຸ້ນຢູ່ໃນຊຽງໄຮ້ ກໍາລັງຊື້ຂາຍກັນພຽງແຕ່ກາຍ 0.10 ເປີເຊັນເທົ່ານັ້ນ ແລະດັດຊະນີຮຸ້ນໂຄສບີ (KOSPI) ຂອງເກົາຫລີໃຕ້ ໄດ້ມີລາຄາເພີ້ມຂຶ້ນເກືອບ ຮອດ 1 ເປີເຊັນ ຢູ່ໃນການຊື້ຂາຍກັນໃນຕອນບ່າຍຂອງມື້ນີ້. ດັດຊະນີຮຸ້ນ ນິກເກ ຂອງຍີ່ປຸ່ນ ແລະ ດັດຊະນີຮຸ້ນ S&P/ASX ຂອງອອສເຕຣເລຍ ແມ່ນ ຊື້ຂາຍກັນຢູ່ໃນຂົງເຂດທີ່ຕິດລົບ ຊຶ່ງໄດ້ລົບລ້າງ ສິ່ງທີ່ເຂົາເຈົ້າໄດ້ມາໃນຕອນ ເຊົ້າໆນັ້ນໄປ.
ຈີນໄດ້ປະກາດ ກ່ອນໜ້ານັ້ນ ໃນມື້ນີ້ວ່າ ດັດຊະນີຮຸ້ນຜູ້ຈັດການຊື້ສິນຄ້າ ຜະລິດ ຫລື PMI ທີ່ເປັນທາງການ ຂອງຕົນ ແມ່ນ 52.0 ໃນເດືອນມີນານີ້ ຊຶ່ງຟື້ນຕົວ ກັບມາຈາກລະດັບ 35.7 ທີເປັນລະດັບຕໍ່າຢ່າງເປັນ ປະຫວັດການໃນເດືອນກຸມ ພາຜ່ານມາ.
ພວກນັກລົງທຶນຍັງມີຄວາມຮູ້ສຶກດີອົກດີໃຈຫລາຍຍ້ອນມີການພຸ້ງສູງຂຶ້ນ ໃນ ຕະຫລາດຮຸ້ນ ວໍສທຣີດ (Wall Street) ໃນນິວຢອກ ໂດຍທີ່ມີດັດຊະນີ ດາວໂຈນສ໌, S&P 500 ແລະ ແນັສແດັກ (Nasdaq) ຕ່າງກໍລ້ວນ ແຕ່ໄດ້ມີລາຄາເພີ້ມຂຶ້ນກາຍ 3 ເປີເຊັນ.