ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ຮຸ້ນໃນຕະຫຼາດເອເຊຍ ມີການຊື້ຂາຍກັນ ໃນລາຄາທັງຂຶ້ນແລະລົງ ໃນວັນອັງຄານມື້ນີ້


ຜູ້ຊາຍຄົນນຶ່ງໃສ່ໜ້າກາກບ່າງຜ່ານກະດານໄຟຟ້າ ຕະຫຼາດຮຸ້ນເອເຊຍໃນຮົງກົງ ວັນທີ 1 ກັນຍາ 2020.
ຜູ້ຊາຍຄົນນຶ່ງໃສ່ໜ້າກາກບ່າງຜ່ານກະດານໄຟຟ້າ ຕະຫຼາດຮຸ້ນເອເຊຍໃນຮົງກົງ ວັນທີ 1 ກັນຍາ 2020.

ດັດຊະນີ Nikkei ຂອງໂຕກຽວໄດ້ຫລຸດລົງ 1.6 ຈຸດ ໃນໄລຍະທີ່ມີການຊື້ຂາຍ ກັນຢູ່ນັ້ນ ແຕ່ໂດຍທົ່ວໄປກໍບໍ່ໄດ້ມີການປ່ຽນເປັນເປີເຊັນ. ດັດຊະນີ S&P/ASX ຂອງ ຊິດນີ ໄດ້ຫລຸດລົງ 1.7 ເປີເຊັນ. ດັດຊະນີ KOSPI ໃນໂຊລ ເພີ້ມຂຶ້ນນຶ່ງເປີເຊັນ ໃນຂະນະທີ່ດັດຊະນີ TSEC ຂອງໄທເປ ໄດ້ເພີ້ມຂຶ້ນ 0.8 ເປີເຊັນ.

ໃນການຊື້ຂາຍໃນຕອນຄ້າຍແລງນັ້ນ ດັດຊະນີຮາງເຊັງຂອງຮົງກົງເພີ້ມຂຶ້ນ 13 ຈຸດ ແຕ່ໃນດ້ານເປີເຊັນແລ້ວແມ່ນບໍ່ໄດ້ມີການປ່ຽນແປງ. ດັດຊະນີປະສົມ ຫລື Composite ໃນຊຽງໄຮ້ແມ່ນສູງຂຶ້ນ 0.3 ເປີເຊັນ ແລະດັດຊະນີ Sensex ຂອງມູມບາຍເພີ້ມ ຂຶ້ນ 0.6 ເປີເຊັນ.

ໃນການຊື້ຂາຍສິນຄ້າຕ່າງໆນັ້ນ, ຄຳຂາຍຢູ່ໃນລາຄາ 1,997 ໂດລາ 80 ເຊັນຕໍ່ນຶ່ງ ອວານສ໌ ເພີ້ມຂຶ້ນ 9 ເປີເຊັນ. ນໍ້າມັນດິບຂອງສະຫະລັດຊື້ຂາຍກັນຢູ່ໃນລາຄາ 43.08 ໂດລາ ຕໍ່ຖັງ ເພີ້ມຂຶ້ນ 1.1 ເປີເຊັນ ໃນຂະນະທີ່ນໍ້າມັນດິບເບຣນທ໌ (Brent) ທີ່ເປັນເກນພື້ນຖານສາກົນ ໂດຍລວມແລ້ວແມ່ນບໍ່ມີການປ່ຽນແປງຍັງ ຢູ່ໃນລາຄາ 45.08 ໂດລາຕໍ່ຖັງ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

ລາຍການກະຈາຍສຽງຂອງວີໂອເອ ລາວ ຜ່ານໂທລະພາບ

ສົດ ລາຍການວິທະຍຸ-ໂທລະພາບຂອງວີໂອເອລາວ ວັນທີ 19 ເມສາ 2024

XS
SM
MD
LG