ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຕະຫຼາດຮຸ້ນ ຂອງເອເຊຍ ມີລາຄາສູງຂຶ້ນ ສອງມື້ຕິດຕໍ່ກັນ ສົ່ງຜົນໃຫ້ຕະຫຼາດຮຸ້ນ ຂອງ Wall Street ສູງຂຶ້ນ ເຖິງ 7 ເປີເຊັນ


ພວກຄ້າເງິນຕາ ກຳລັງຕິດຕາມເບິ່ງ ອັດຕາການແລກປ່ຽນເງິນຕ່າງປະເທດ ຢູ່ໃນຫ້ອງການຕໍ່ລອງ ຂອງສຳນັກງານ KEB Hana Bank ທີ່ນະຄອນຫຼວງໂຊລ ຂອງເກົາຫຼີໃຕ້, ວັນສຸກ ທີ 3 ເມສາ, 2020.
ພວກຄ້າເງິນຕາ ກຳລັງຕິດຕາມເບິ່ງ ອັດຕາການແລກປ່ຽນເງິນຕ່າງປະເທດ ຢູ່ໃນຫ້ອງການຕໍ່ລອງ ຂອງສຳນັກງານ KEB Hana Bank ທີ່ນະຄອນຫຼວງໂຊລ ຂອງເກົາຫຼີໃຕ້, ວັນສຸກ ທີ 3 ເມສາ, 2020.

ການຊື້ຂາຍຮຸ້ນ ແມ່ນກຳລັງສູງຂຶ້ນເລື້ອຍໆ ເປັນມື້ທີສອງລຽນຕິດ ຢູ່ໃນຕະຫຼາດຮຸ້ນຂອງເອເຊຍ ໃນຂະນະທີ່ມີຄວາມຫວັງເພີ້ມຂຶ້ນ ທີ່ວ່າ ເຊື້ອໄວຣັສໂຄໂຣນາອັນຮ້າຍກາດທີ່ແຜ່ບາດໄປໃນທົ່ວໂລກຢູ່ນີ້ ອາດຈະຜ່ອຍຄາຍລົງແດ່ແລ້ວ.

ດັດຊະນີຮຸ້ນ ນິເຄອິ ທີ່ເປັນມາດຕະຖານຂອງຍີ່ປຸ່ນ ໄດ້ມີລາຄາສູງຂຶ້ນ ເຖິງ 2 ເປີເຊັນ ພາຍໃນຕອນບ່າຍຂອງວັນອັງຄານມື້ນີ້ ໃນຂະນະທີ່ປະເທດນີ້ ລໍຖ້ານາຍົກລັດຖະມົນຕີ ຊິນໂຊ ອາເບະ ຈະນຳສະເໜີ ແຜນການກະຕຸ້ນເສດຖະກິດ ມູນຄ່າ 990 ຕື້ໂດລາສະຫະລັດ ຢ່າງເປັທາງການ. ສ່ວນຕະຫຼາດຮຸ້ນ ແຮງ ເສັງ ໃນຮົງກົງ ມີລາຄາສູງຂຶ້ນກາຍພຽງນຶ່ງເປີເຊັນເທົ່ານັ້ນ ໃນຂະນະດຽວກັນ ດັດຊະນີຮຸ້ນ ໂຄສປີ (KOSPI) ຂອງໂຊລ ມີລາຄາສູງຂຶ້ນ ເຖິງ 1.6 ເປີເຊັນ ແລະຕະຫຼາດຮຸ້ນ ຊຽງໄຮ້ ໄດ້ມີການຊື້ຂາຍກັນສູງຂຶ້ນ ເກືອບ 2 ເປີເຊັນ.

ຕະຫຼາດຮຸ້ນ S&P/ASX ຂອງອອສເຕຣເລຍ ໄດ້ຕົກລົງໜ້ອຍນຶ່ງ ນຶ່ງສ່ວນສິບຂອງນຶ່ງເປີເຊັນ ເທົ່ານັ້ນ.

ຕົວເລກທີ່ດີໆ ຈາກເອເຊຍ ກໍຍັງໄດ້ສືບຕໍ່ໄປ ຊຶ່ງເປັນຄວາມຍິນດີທີ່ຕ້ອງການ ເຮັດໃຫ້ຕະຫຼາດຮຸ້ນໃນທົ່ວໂລກຄຶກຄັກຂຶ້ນໃນວັນຈັນວານນີ້ ໂດຍປິດຕະຫຼາດລົງ ດ້ວຍລາຄາຮຸ້ນສູງຂຶ້ນເຖິງ 7 ເປີເຊັນ ທົ່ວທຸກຂະແໜງໃນຕະຫຼາດຮຸ້ນ Wall Street. ເສດຖະກິດຂອງໂລກ ໄດ້ຢຸດສະງັກລົງໃນຂະນະທີ່ບັນດາທາງການຂອງແຕ່ລະປະເທດ ໄດ້ອອກມາດຕະການປິດປະເທດຢ່າງເຂັ້ມງວດ ແລະໃຫ້ກັກຕົວໃນບໍລິເວນ ເພື່ອຢຸດຢັ້ງການລະບາດຂອງໄວຣັສໂຄໂຣນາ ຊຶ່ງໄດ້ຕິດແປດພວກຄົນເກີນກວ່າ 1,300,000 ລາຍ ໃນທົ່ວໂລກ ພ້ອມດ້ວຍໄດ້ເອົາຊີວິດເກືອບ 75,000 ຄົນແລ້ວ.

ແຕ່ພວກນັກາລົງທຶນທັງຫຼາຍທີ່ມອງໂລກໃນແງ່ດີ ແມ່ນສະແດງຄວາມລະມັດລະວັງ ກ່ຽວກັບຂ່າວຄາວດັ່ງກ່າວ ທີ່ວ່າ ຕົວເລກຂອງກໍລະນີຕິດເຊື້ອທີ່ໄດ້ຮັບການຢືນຢັນ ແລະການເສຍຊີວິດ ຢູ່ໃນສະເປນ ແລະ ອີຕາລີ ສອງແຫ່ງທີ່ເປັນຈຸດຮ້ອນແຮງສຸດໃນການລະບາດຂອງໄວຣັສ ໃນທົ່ວໂລກ ກໍຍັງຫລຸດລົງຢູ່ເລື້ອຍໃນບໍ່ເທົ່າໃດວັນຜ່ານມານີ້ ໃນຂະນະທີ່ ຈຳນວນການເສຍຊີວິດຢູ່ໃນນະຄອນນິວຢອກໃນແຕ່ລະວັນ ໃນທີ່ສຸດກໍຢູ່ໃນລະດັບທີ່ທຸ່ນທຽງແດ່ແລ້ວ ແລະຈຳນວນຂອງຄົນປ່ວຍໃໝ່ຈາກໄວຣັສໂຄໂຣນາ ກໍໄດ້ເລີ້ມຫລຸດລົງຢ່າງຊ້າໆ ເຊັ່ນກັນ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG